ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນດາ​ແຂວງ-ນະຄອນຫຼວງ ໄດ້​ຮັບ​ລົດ​ບັນທຸກ
ຮັບ​ໃຊ້​ວຽກ​ຕອບ​ໂຕ້​ໄພພິບັດ​ສຸກ​ເສີນ


   ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ປະທານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ​ຂັ້ນ ສູນ​ກາງ ພ້ອມ​ຄະນະໄດ້​ມອບ​ລົດ​ບັນທຸກ 6 ລໍ້ 18 ຄັນ ພ້ອມ​ອາ​ໄຫຼ່​ລົດ​ບັນທຸກ 18 ຊຸດ ໃຫ້​ບັນດາ​ແຂວງ (ແຂວງ​ລະ 1 ຄັນ) ແລະນະຄອນຫຼວງ​ວຽງ​ຈັນ ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ການ​ຕອບ​ໂຕ້​ໄພພິບັດ​ສຸກ​ເສີນ, ເຊິ່ງ​ພິທີ​ມອບ-ຮັບ ໄດ້​ຈັດ​ຂຶ້ນໃນ​ໂອກາດ​ໄຂ​ກອງ​ປະຊຸມ​ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ ​ ແຫ່ງ​ຊາດ​ທົ່ວ​ປະເທດ ປະຈຳ​ປີ 2022 ໃນ​ວັນ​ທີ 17 ກຸມພາ ຜ່ານມາ ທີ່​ນະຄອນຫຼວງ​ວຽງ​ຈັນ.

    ທ່ານ ນາງ ວິ​ມາລາ ຄູນ​ທະລັງ​ສີ ຫົວໜ້າ​ພະ​ແນກ​ຄວບ​ຄຸມ ແລະ ຟື້ນ​ຟູ​ຫຼັງ​ໄພພິບັດ, ກົມ​ສັງຄົມ​ສົງເຄາະ, ກອງ​ເລຂາ​ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ ​ ຂັ້ນ​ສູນ​ກາງໄດ້​ໃຫ້​ຮູ້​ວ່າ: ລົດ​ບັນທຸກ​ທີ່​ນຳ​ມາ​ມອບ​ຄັ້ງ​ນີ້ ພາຍ​ໃຕ້​ໂຄງການ​ຊ່ວຍເຫຼືອ​ນອກ​ໂຄງການ, ເປັນ​ໂຄງການ​ຊ່ວຍເຫຼືອ​ລ້າ​ຈາກ​ລັດ​ຖະບານ​ຍີ່ປຸ່ນ ເຊິ່ງ ​ ໂຄງການ​ດັ່ງກ່າວ​ນີ້, ແມ່ນ​ປະຕິບັດ​ຕາມເອກະສານ​ໂຄງການແລກປ່ຽນ​ລະຫວ່າງ​ລັດຖະບານ ​ສປປ ລາວ ແລະ ສະຖານທູດຍີ່ປຸ່ນ ປະຈຳ ​ສປປ ລາວ ສະບັບ​ລົງ​ວັນ​ທີ 23 ທັນວາ 2019 ທີ່​ໄດ້​ມອບ​ໃຫ້​ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມຕາງໜ້າ​ໃຫ້​ລັດຖະບານລົງ​ນາມ​ຮັບ​ເອົາ​ການ​ຊ່ວຍເຫຼືອ ໂດຍ​ກົມ​ສັງຄົມ​ສົງເຄາະ​ໃນ​ນາມ​ຕາງໜ້າ​ກະຊວງ ຮສສ ປະສານ​ສົມທົບ​ກັບ ບໍລິສັດ ຄາວ​​ຣ (Crown Agents) ເຊິ່ງ​ເປັນ​ບໍລິສັດ​ທີ່​ລັດຖະບານ​ຍີ່ປຸ່ນ ມອບ​ໝາຍ​ໃຫ້​ເປັນ​ຜູ້ຕາງໜ້າ​ລັດຖະບານ​ຍີ່ປຸ່ນ ໃນ​ການ​ຈັດ​ຊື້ພາຫະນະ-ອຸປະກອນກຽມພ້ອມ ແລະ ຕອບ​ໂຕ້​ໄພພິບັດ ໃນ​ມູນ​ຄ່າ 1 ຕື້​ເຢນ ຕາມ​ແຜນ ການ​ເອກະ​ພາບ​ກັນແມ່ນໄດ້​ຈັດ​ຊື້​ພາຫະນະ ແລະ ອຸປະກອນ​ເຊັ່ນ: ລົດ​ກະບະ​ໂຟ​ວິນ 20 ຄັນ ພ້ອມ​ອາ​ໄຫຼ່​ລົດ​ກະບະ 20 ຊຸດ; ລົດ​ບັນທຸກ​ເຄື່ອງ​ຊ່ວຍເຫຼືອ 6 ລໍ້ 18 ຄັນ ພ້ອມ​ອາ​ໄຫຼ່​ລົດ​ບັນທຸກ 18 ຊຸດ ແມ່ນ​ມອບ​ໃຫ້​ບັນດາ​ແຂວງ ແລະ ນະຄອນຫຼວງ; ລົດ​ໂຮງໝໍໂຟ​ວິນ (4WD Ambulance) 10 ຄັນ ພ້ອມ​ອາ​ໄຫຼ່​ລົດ​ໂຮງໝໍ 6 ຊຸດ (ລົດ​ນີ້ ແມ່ນ​ຈະ​ໄດ້​ມອບ​ໃຫ້​ທາງ​ກະຊວງ​ສາ​ທາ ແລະ ກະຊວງ​ປ້ອງ​ກັນ​ປະເທດ). ພ້ອມ​ກັນ​ນີ້, ຍັງ​ມີ​ລົດ​ບັນທຸກ​ຕິດ​ເຄື່ອງ​ກອງ ​ນ້ຳ 3 ຄັນ, ພ້ອມ​ອາ​ໄຫຼ່​ສຳຮອງເຄື່ອງ​ຕອງ​ນ້ຳ 2 ຊຸດ ແລະ ເຄື່ອງ​ກອງ​ນ້ຳ​ແບບ​ຄົວ​ເຮືອນ 300 ອັນ, ພ້ອມ​ໄສ້​ກອງ​ນ້ຳ​ສຳຮອງ 600 ຊຸດ (ຈະ​ໄດ້​ມອບ​ໃຫ້​ກະ ຊວງ​ສາທາລະນະ​ສຸກ); ລົດ​ໂຟກ​ລິບ (Folk lift) 2 ຄັນ ພ້ອມ​ອາ​ໄຫຼ່ 2 ຊຸດ; ເຕັ້ນ​ຊຸມ​ຊົນ 30 ດາງ ພ້ອມ​ອາ​ໄຫຼ່ 30 ຊຸດ; ຜ້າ​ບັດ 200 ອັນ; ເຕັ້ນ​ຄອບຄົວ 300 ດາງ ພ້ອມ​ອາ​ໄຫຼ່​ເຕັ້ນ 300 ຊຸດ (ມອບ​ປະຈຳ​ຢູ່​ສາງ​ຫຼັກ 17 ຂອງ​ກະຊວງ ​ຮສສ ); ເຮືອ​ກູ້​ໄພ 100 ລຳ ພ້ອມ​ອາ​ໄຫຼ່ 100 ຊຸດ; ຈັກ​ຕິດ​ທ້າຍ​ເຮືອ 100 ຊຸດ ແລະ ລໍ້​ລາກ​ເຮືອ 52 ຄັນ (ມອບ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ); ລົດຈັກ (Off- Road Motorcycle) 10 ຄັນ (ມອບ​ໃຫ້​ກະ ຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ).

   ບັນດາ​ພາຫະນະ ແລະ ອຸປະກອນ​ດັ່ງກ່າວ, ແມ່ນ​ຢູ່​ໃນ​ຂະ​ບວນ​ການ ຈັດ​ຊື້ ແລະ ນຳ​ເຂົ້າຂອງ​ລັດ ຖະ​ບານ​ຍີ່ປຸ່ນ, ມີ​ພາຫະນະ ແລະ ອຸປະກອນ​ບາງ​ອັນ​ແມ່ນ ຢູ່​ໃນ​ການ​ສຳເລັດການ​ນຳເຂົ້າ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ​ແລ້ວ, ຄາດ​ວ່າ​ບັນດາພາຫະນະອຸປະກອນ​ດັ່ງກ່າວ​ນີ້ ຈະ​ສຳເລັດ​ໃນ​ການ​ມອບ​ພາຫະ​ນະ ທັງ​ໝົດ​ໃນ​ທ້າຍ​ປີ 2023 ນີ້.

ແຫຼ່ງທີ່ມາ: ນັກຂ່າວກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ວັນທີ 24/02/2023