ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ລົງຊີ້ນໍາ ກ່ຽວກັບການຈັດຕັ້ງ
ປະຕິບັດ 2 ວາລະແຫ່ງຊາດ ຢູ່ທະຫານແຂວງຫົວພັນ
ໃນວັນທີ 20 ມີນາ 2023 ນີ້ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍພະລາທິ
ການກອງທັບ ພ້ອມດວ້ຍຄະນະ ໄດ້ລົງຊີ້ນຳກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢູ່ກອງບັນຊາການທະຫານແຂວງຫົວພັນ ໂດຍ
ການເຂົ້າຮ່ວມຂອງສະຫາຍ ພັນເອກ ພັນສີ ຊ່ອນມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ, ມີຄະນະພັກ-ຄະນະບັນຊາ, ອົງການ 5
ຫ້ອງ ແລະ ພະແນກການຈຳນວນໜຶ່ງເຂົ້າຮວ່ມ.
ໂອກາດນີ້ ສະຫາຍ ພັນເອກ ພັນສີ ຊ່ອນມີໄຊ ໄດ້ສະຫຼຸບຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແຕ່ເຖິງຢ່າງໃດກໍ່ຕາມດ້ວຍຄວາມຮັບຜິດຊອບສູງຂອງຄະນະພັກແຕ່ລະຂັ້ນ ໄດ້ສຸມໃສ່ເຮັດໃຫ້ສະພາບ ຢູ່ແຂວງຫົວພັນ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ໄດ້ເປັນເຈົ້າການສຶກສາອົບຮົມການ ເມືອງນຳພາແນວຄິດໃຫ້ນາຍ ແລະ ພົນທະຫານ ຮັບຮູ້ເຂົ້າໃຈຕໍ່ວິກິດການດ້ານເສດຖະກິດການເງິນທີ່ກຳລັງພົບຄວາມຫຍຸ້ງຍາກໃນສະພາບປະຈຸບັນ, ສຸມ ໃສ່ໂຄສະນາກ່ຽວກັບຜົນຮ້າຍຂອງສິ່ງເສບຕິດ ໃຫ້ນາຍ ແລະ ພົນທະຫານ ເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນບໍ່ເຂົ້າຮ່ວມເສບ, ຂາຍ, ມີໄວ້ໃນ ຄອບຄອງ.
ຈາກນີ້ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ມີຄຳເຫັນຊີ້ນຳ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ທີ່ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ແລະ ກົມກອງ ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານລວມຂອງຊາດ, ຂອງກອງທັບ ແລະ ຂອງກົມກອງໃຫ້ໜັກແໜ້ນເຂັ້ມແຂງ ໂດຍສະເພາະແມ່ນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ການສະກັດກັ້ນປາກົດການຫຍໍ້ ທໍ້ບັນຫາຢາເສບຕິດພ້ອມທັງຮຽກຮ້ອງໃຫ້ຍົກສູງໃນການສຶກສາອົບຮົມການເມືອງນຳພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກ ແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນ, ກຳແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ກົດໝາຍຂອງລັດ, ເຊື່ອມຊຶມກຳແໜ້ນແນວ ທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເສີມຂະຫຍາຍມູນເຊື້ອນ້ຳໃຈບໍລິສຸດອັນຜ່ອງໃສ, ຍົກສູງໃນການສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການສ້າງກົມກອງ ປອດໃສ, ປອດໄພ, ປອດຄະດີ, ສ້າງກົມກອງ-ນັກ ຮົບວັດທະນະທຳ ແລະ ເອົາໃຈໃສ່ເຮັດວຽກງານແກ້ ໄຂຊີວິດການເປັນຢູ່ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດວ້ຍຕົນເອງ, ດຸໝັ່ນປະຢັດມັດທະຍັດ, ຍູ້ແຮງການເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ, ຍົກລະດັບຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນຫັນເອົາເນື້ອໃນຈິດໃຈ 4 ໜ້າທີ່ໃຫ່ຍ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ໃຫ້ຫັນເປັນແຜນການອັນລະອຽດເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງກົມກອງ.
ແຫຼ່ງທີ່ມາ:ໄຜ່ຄໍາ ແກ້ວສອນພຽນ
ວັນທີ 23/03/2023