ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມ
ພະນັກງານ-ນັກຮົບ ທະຫານແຂວງຜົ້ງສາລີ


    ໃນວັນທີ 17 ກຸມພາ 2023 ນີ້, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງເຄື່ອນໄຫວພົບປະ ໂອ້ລົມພະນັກງານ-ນັກຮົບຢູ່ກອງບັນຊາການທະຫານແຂວງຜົ້ງສາລີ, ໂດຍມີສະຫາຍ ພັນເອກ ຊຽງເພັງ ບົວລະວົງ ຫົວໜ້າການທະຫານກອງບັນຊາການທະ ຫານແຂວງ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ນັກຮົບອົງການ 5 ຫ້ອງທົ່ວກອງບັນຊາການທະຫານ ແຂວງເຂົ້າຮ່ວມຢ່າງ ພ້ອມພຽງ.

     ໂອກາດດັ່ງກ່າວ, ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ສະແດງຄວາມຢື້ຢາມຖາມຂ່າວອັນສະໜິດສະໜົມມາຍັງຄະນະພັກ-ຄະນະບັນ ຊາ ແລະ ພະນັກງານ-ນັກຮົບ ໃນທົ່ວທະຫານແຂວງ, ຈາກນີ້ສະຫາຍຍັງໄດ້ແຈ້ງສະພາບການຂອງໂດຍຫຍໍ້ຂອງໂລກ, ພາກພື້ນ ແລະ ສະພາບພາຍໃນປະ ເທດ, ເຊິ່ງຕໍ່ໜ້າສະພາບດັ່ງກ່າວໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນທະຫານຕ້ອງໄດ້ເພີ່ມທະວີວຽກງານຮັບປະກັນທາງດ້ານສະຖຽນລະພາບທາງດ້ານການ ເມືອງ, ພ້ອມກັນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ ເພື່ອປົກປັນຮັກສາເຂດນໍ້າແດນດິນໄວ້ໄດ້ຢ່າງໝັ້ນຄົງ, ມີສະຕິສູງໃນການ ກຽມພ້ອມສູ້ຮົບ, ໂດຍສະເພາະແມ່ນປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກຢ່າງມີຈຸດສຸມ, ເອົາໃຈໃສ່ປະ ຕິບັດລະບອບປະຈໍາການກຽມພ້ອມສູ້ຮົບຕິດຕາມສະພາບການທີ່ອາດຈະເກີດຂຶ້ນ ເພື່ອແກ້ໄຂໃຫ້ທັນເວລາ, ຍົກສູງວຽກງານອົບຮົມ-ຫັດແອບການເມືອງ, ການທະຫານ,​ ພະລາທິການ ແລະ ເຕັກນິກ, ພ້ອມກັນຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ເຂັ້ມງວດ, ປ້ອງກັນການເຊື່ອມຖອຍທາງ ດ້ານແນວຄິດຂອງພະນັກງານ-ນັກຮົບ ໂດຍການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບເປັນປົກກະຕິ ແລະ ຕໍ່ເນື່ອງ ໂດຍການນໍາເອົາ ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບມາຈັດຕັ້ງເຊື່ອມຊຶມ, ປັບປຸງແບບແຜນວິທີເຮັດວຽກໃຫ້ແທດ ເໝາະກັບສະພາບຕົວຈິງ, ພ້ອມກັນນັ້ນຕ້ອງຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມທິດ 3 ສ້າງ ແລະ ເຮັດໃຫ້ຮາກຖານມີ ຄວາມສະຫງົບຢ່າງໜັກແໜ້ນ.

ແຫຼ່ງທີ່ມາ: ທອງສຸກ ຈັນຖະໜອມ
ວັນທີ 23/02/2023