ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດ​ວຽກ ຢູ່​ກອງ​ພົນ​ທີ 2


    ໃນ​ວັນ​ທີ 19 ທັນວາ 2022 ນີ້, ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມ ຢາມ ແລະ ເຮັດ​ວຽກ​ຢູ່​ກອງ​ພົນ​ທີ 2 ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ຄຳ​ດີ ໄຊ​ຍະ​ວົງ ຫົວໜ້າ ​ການ​ທະຫານ ກອງ​ພົນ​ທີ 2 ພ້ອມ​ດ້ວຍ​ຄະນະ.

     ການ​ລົງ​ເຄື່ອນ​ໄຫວ​ໃນ​ຄັ້ງ​ນີ້, ແມ່ນ​ເພື່ອ​ຊຸກຍູ້​ຕິດຕາມ​ກວດກາ​ໂຄງການ​ກໍ່ສ້າງ​ພື້ນນ​ຖານ​ໂຄງ​ລ່າງ​ຂອງ​ບັນດາ​ກົມ​ກອງທີ່​ຂຶ້ນກັບກອງ​ພົນ​ທີ 2. ໃນ​ນັ້ນ, ມີ​ກອງພັນ​ໃຫຍ່ 202, ກອງພັນ 614, ກອງພັນ 263, ກອງພັນ 409 ແລະ ໂຮງໝໍ​ຂອງ​ກອງ​ພົນ ເປັນຕົ້ນ​ແມ່ນ​ການ​ກໍ່ສ້າງ​ເຮືອນນອນ, ຫ້ອງການສະໂມ ສອນ, ເຮືອນຄົວ ແລະ ກະລາ​ລົດ ເຊິ່ງ​ຈຳນວນ​ໜຶ່ງ​ເປັນ​ທຶນ​ຊ່ວຍເຫຼືອ​ຂອງ​ຂັ້ນ​ເທິງ ແລະ ທຶນ​ທີ່​ກົມ​ກອງ​ສາມາດ​ກຸ້ມ​ຕົນ​ເອງ​ໄດ້.

     ໂອກາດ​ນີ້, ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ກໍ​ໄດ້​ມີ​ຄຳ​ເຫັນ​ແນະນຳ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງ ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່ຍົກ​ສູງ​ນຳ​ໃຈ ​ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ໂດຍ​ຖື​ເອົາ​ວຽກ​ງານ​ປູກ​ຝັງ-ລ້ຽງສັດເປັນ​ທ່າແຮງ ເພື່ອ​ສ້າງ​ແຫຼ່ງ​ລາຍ​ຮັບ​ເຂົ້າ​ໃນ​ການ​ພັດ​ ທະນະ​ກົມ​ກອງໃຫ້​ມີ​ແບບແຜນ​ທີ່​ທັນ​ສະໄໝ​ຂື້ນ​ໄປ​ເລື້ອຍໆ. ໂອກາດ​ນີ້, ສະຫາຍ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ ກໍ​ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ຈຳນວນ​ ໜື່ງ​ມອບ​ໃຫ້​ບັນດາ​ກົມ​ກອງ​ຕື່ມ​ອີກ.

ແຫຼ່ງທີ່ມາ: ສຸວັນໂນ ທະລັງສີ
ວັນທີ 22/12/2022