ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພາຍໃຕ້ການນໍາພາຊີ້ນໍາຂອງພັກປະຊາຊົນລາວ ວຽກງານຮັບປະກັນພະລາທິການຮອບດ້ານ
ຂອງກອງທັບ ໄດ້ຮັບການພັດທະນາ ແລະ
ມີຄວາມເຂັ້ມແຂງທັນສະໄໝຂຶ້ນເປັນກ້າວໆ


   ບົດສະແດງຄວາມຮູ້ສຶກຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍພະລາທິການ ກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ ໄດ້ໝູນວຽນມາບັນຈົບຄົບຮອບ 68 ປີ. ຂ້າພະເຈົ້າຮູ້ສຶກພາກພູມໃຈ ເປັນຢ່າງຍິ່ງ ທີ່ເຫັນໄດ້ການເຮັດໜ້າທີ່ບົດບາດການນຳພາຂອງ ພັກປະຊາຊົນປະຕິວັດລາວ ໃນການນຳພາປະເທດຊາດນັບມື້ເຕີບໃຫ່ຍເຂັ້ມແຂງ, ຈະເລີນ ກ້າວໜ້າ, ປະຊາຊົນລາວບັນດາເຜົ່າມີການພັດທະນາ. ຂ້າພະເຈົ້າເຂົ້າໃຈວ່າ: ພັກປະຊາຊົນປະຕິວັດລາວແມ່ນກອງນໍາໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງ ການເມືອງສູງສຸດຂອງຊົນຊັ້ນກໍາມະກອນ ແລະ ຂອງລະບອບະຊາທິປະໄຕປະຊາຊົນ, ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານລາວບັນ ດາເຜົ່າ. ພັກໄດ້ສືບຕໍ່ບູລະນະ ແລະ ຢຶດໝັ້ນຄວາມຖືກຕ້ອງຂອງລັດທິມາກ-ເລນິນ ພ້ອມທັງຖືເປັນພື້ນຖານທາງດ້ານແນວຄິດຂອງພັກເຮົາ, ຊີ້ນໍາ ແລະ ໝູນໃຊ້ເຂົ້າໃນພາລະກິດປະຕິວັດຊາດປະຊາທິປະໄຕ, ພັດທະນາເສດຖະກິດ-ສັງຄົມ ໃນ 2 ໜ້າທີ່ໃຫຍ່ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໃນພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ຮັບເອົາສິ່ງຍອດຍິ່ງແຫ່ງສະຕິປັນຍາທີ່ກ້າວໜ້າຂອງມວນມະນຸດ ເພື່ອກໍານົດແນວທາງ ແຜນນະໂຍບາຍຂອງພັກ, ຍົກສູງຄວາມສາມາດໃນການນໍາພາ ເພື່ອຕ້ານທຸກປະກົດການຫຍໍ້ທໍ້ທຸກຮູບແບບພາຍໃນພັກ.

   ຕະຫຼອດ 68ປີ ຜ່ານມາ, ນັບແຕ່ມື້ກໍາເນີດພັກປະຊາຊົນປະຕິວັດລາວ ໄດ້ກໍານົດອຸດົມການເສັ້ນທາງເດີນຢ່າງຈະແຈ້ງ ແລະ ເປົ້າໝາຍຊັດເຈນຄືນໍາພາ ປວງຊົນລາວ ດໍາເນີນການຕໍ່ສູ້ກັບພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ພ້ອມທັງກຸ່ມຄົນທີ່ບໍ່ຫວັງດີຕໍ່ຊາດ; ເພື່ອນໍາເອົາຄວາມເປັນຊາດ ລາວມາໃຫ້ປະຊາຊົນໄດ້ເປັນເຈົ້າຂອງຢ່າງແທ້ຈິງ, ນໍາເອົາຄວາມຮັ່ງມີຜາສຸກມາສູ່ປະຊາຊົນ ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ, ສັງຄົມມີຄວາມສາມັກຄີ ປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ເຊິ່ງເປົ້າໝາຍຄືກ້າວສູ່ສັງຄົມນິຍົມ; ສະເພາະກໍາລັງປ້ອງກັນຊາດ ເວົ້າລວມ, ເວົ້າສະເພາະກໍ່ແມ່ນພະນັກ ງານ-ນັກຮົບ ຜູ້ເຮັດໜ້າທີ່ວຽກງານຮັບປະກັນພະລາທິການຮອບດ້ານໃຫ້ກອງທັບ ເຮັດສໍາເລັດໜ້າທີ່ຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ນັ້ນ ກໍໄດ້ຖືສໍາຄັນວຽກງານການນໍາພາຂອງພັກໃນທຸກຂົງເຂດວຽກງານ, ໄດ້ເອົາໃຈໃສ່ໃນການສຶກສາອົບຮົມວຽກງານການເມືອງນໍາພາແນວຄິດ, ເຊື່ອມຊຶມ ແນວທາງແຜນນະໂຍບາຍຂອງພັກ-ລັດ ແລະ ເອົາໃຈໃສ່ຢ່າງມີຫົວຄິດປະດິດສ້າງໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຕົນ ແລະ ຂອງສູນກາງ ພັກເຂົ້າໃນຂົງເຂດໜ້າທີ່ວຽກງານຂອງຕົນໃຫ້ມີປະສິດທິພາບ-ປະສິດທິຜົນ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ແລະ ທິດນຳຂອງກົມໃຫຍ່ພະລາທິການກອງທັບກ່ຽວກັບ 4 ປູກ 4 ລ້ຽງ ປະກອບສ່ວນຜົນງານໃຫຍ່ຫຼວງໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ.

   ສັງລວມແລ້ວຕະຫຼອດ 68 ປີຜ່ານມາ ພັກໄດ້ຈັດຕັ້ງນໍາພາທຸກໄຊຊະນະຊອງການປະຕິວັດລາວ ເຖິງວ່າບົນເສັ້ນທາງເດີນກ້າວຂຶ້ນ ຈະພົບຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ສັງຄົມ ເປັນໄລຍະໆ ແຕ່ພາຍໃຕ້ການນໍາພາຊີ້ນໍາຂອງພັກປະຊາຊົນລາວ ໄດ້ເຮັດໃຫ້ວຽກງານຮັບປະກັນພະລາທິການຮອບດ້ານ ຂອງກອງທັບໄດ້ຮັບການພັດທະນາ ແລະ ມີຄວາມເຂັ້ມແຂງທັນສະໄໝຂຶ້ນເປັນກ້າວໆ; ພາຍໃຕ້ຮົ່ມທຸກຂອງພັກ, ທີ່ຈົ່ງຮັກພັກດີຕໍ່ລັດທິມາກ-ເລນິນຢຶດ ໝັ້ນແນວຄິດ ປະທານ ໄກສອນ ພົມວິຫານ ຕໍ່ອຸດົມການກ້າວສູ່ຈຸດໝາຍສັງຄົມນິຍົມ; ເຮັດໃຫ້ບັນດາກົມກອງຕົນເອງມີຄວາມປອດໃສ ເຂັ້ມແຂງ ໜັກ ແໜ້ນ, ເປັນກອງ 3 ປອດ, ເປັນກອງວັດທະນະທໍາ-ນັກຮົບວັດທະນະທໍາ. ໃນໂອກາດອັນສະຫງ່າລາສີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ທີ່ຈະໝູນວຽນ ມາຄົບ 68 ປີນີ້, ຂ້າພະເຈົ້າຂໍຕາງໜ້າສະມາຊິກພັກ, ນາຍ ແລະ ພົນທະຫານ ທຸກທົ່ວໜ້າ ຂໍອວຍພອນໄຊອັນປະເສີດແດ່ທ່ານຜູ້ນຳພັກ-ລັດ ສະມາຊິກພັກ ທຸກສະຫາຍ ຕະຫຼອດປະຊາຊົນລາວທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ ມີຄວາມສຸກຄວາມຈະເລີນ ມີຜົນສຳເລັດໃນໜ້າທີ່ວຽກງານທຸກປະການ, ສືບຕໍ່ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ໄຊຊະນະໃໝ່ ທີ່ຍິ່ງໃຫຍ່ກ່ວາເກົ່າ. ນໍ້າໃຈ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ ໝັ້ນຍືນ !

ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 22/03/2023