ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມງານສະເຫຼີມສະຫຼອງ
ວັນປ້ອງກັນປິຕິພູມ ແຫ່ງ ສ ຣັດເຊຍ


    ວັນທີ 20 ກຸມພາ 2023 ນີ້, ທີ່ໂຮງແຮມ ລາວພລາຊາ ໄດ້ມີການຈັດງານລ້ຽງສະເຫຼີມສະຫຼອງ ວັນປ້ອງກັນປິຕິພູມ ແຫ່ງ ສ ຣັດເຊຍ, ໂດຍມີ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ ແລະ ທ່ານ ພັນເອກ ອານເດຼ ລີຄາເຊັບ ທີ່ປຶກສາທູດທະຫານ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານການທູດເປັນເຈົ້າພາບຈັດງານລ້ຽງ ແລະ ໃນພິທີຍັງມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ປ ລາວ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ແລະ ເຈົ້າໜ້າທີ່ອາວຸໂສຂອງ ກະຊວງປ້ອງກັນປະເທດ, ກອງທັບປະຊາຊົນລາວ ໄດ້ຮັບກຽດເປັນແຂກກິຕິມະສັກເຂົ້າຮ່ວມໃນພິທີດັ່ງກ່າວ.

    ໃນພິທີດັ່ງກ່າວ, ທ່ານ ພັນເອກ ອານເດຼ ລີຄາເຊັບ ທີ່ປຶກສາທູດທະຫານ ແຫ່ງ ສ ຣັດເຊຍ ໄດ້ຫວນຄືນມູນເຊື້ອ ແລະ ປະຫວັດຄວາມເປັນມາຂອງ ວັນປົກປ້ອງປິຕິພູມ ແຫ່ງ ສ ຣັດເຊຍ ນັບຕັ້ງແຕ່ຍຸກສະໄໝສະຫະພາບໂຊຫວຽດໃນປີ 1918 ແລະ ການຮ່ວມມືລະຫວ່າງສອງຊາດ-ສອງກອງທັບຂອງ ສປປ ລາວ ແລະ ສະຫະພັນຣັດເຊຍ ທີ່ມີມູນເຊື້ອອັນດີງາມມາຕັ້ງແຕ່ສະໄໝຕໍ່ຕ້ານຈັກກະພັດຜູ້ຮຸກຮານ ອັນເປັນຂີດໝາຍແຫ່ງການລະນຶກເຖິງປະຫວັດ ສາດວິລະຊົນຂອງຣັດເຊຍ, ທີສົ່ງຕໍ່ຈາກຮຸ່ນສູ່ຮຸ່ນ ແລະ ການສືບຕໍ່ຮັກສາຮີດຄອງປະເພນີການທະຫານຂອງກອງທັບຣັດເຊຍ ແລະ ຄວາມຕັ້ງໃຈທີ່ບໍ່ປ່ຽນ ແປງຂອງປະຊາຊົນຣັດເຊຍ ໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ສາກົນ, ກອງທັບຣັດເຊຍ ແລະ ລາວມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ອັນຍາວນານ ແລະ ມີການຮ່ວມມືໃນຫຼາຍດ້ານ. ໂດຍສະເພາະແມ່ນການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກຮົບເກົ່າຂອງສອງກອງທັບພວກເຮົາ ໃນຂະບວນການສ້າງຕັ້ງ ແລະ ການເຕີບໃຫຍ່ກອງທັບປະຊາຊົນລາວໃນຊຸມປີ 1940. ຍ້ອນຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ມີເປົ້າໝາຍອັນດຽວ ກັນ, ເຮັດໃຫ້ມີພື້ນຖານອັນໜັກແໜ້ນໃຫ້ແກ່ການ ເສີມຂະຫຍາຍການຮ່ວມມືທາງການທະຫານ ແລະ ເຕັກນິກການທະຫານຂອງຣັດເຊຍ ແລະ ລາວໃນ ປັດຈຸບັນ. ນັບຕັ້ງແຕ່ມີການຮ່ວມມືລະຫວ່າງສອງກອງທັບ ລາວ-ຣັດເຊຍ ໄດ້ເປີດໂອກາດໃຫ້ພະນັກ ງານ-ນັກຮົບ ຈາກກອງທັບປະຊາຊົນລາວມີໂອກາດ ໄດ້ສຶກສາດ້ານວິຊາການເຕັກນິກການທະຫານຢູ່ ສ ຣັດເຊຍ ຈຳນວນ 3.000 ກວ່າຄົນ ທີ່ໄດ້ຮັບການສຶກສາຢູ່ບັນດາສະຖາບັນການສຶກສາການທະຫານອະ ດີດສະຫະພາບໂຊວຽດ ຫຼື ສ ຣັດເຊຍ ໃນປັດຈຸບັນ, ເຊິ່ງຫຼາຍຄົນແມ່ນມີໜ້າທີ່ຮັບຜິດຊອບສູງ ແລະ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະ ຫຍາຍວຽກງານປ້ອງກັນຊາດຂອງ ສປປ ລາວ ແລະ ທຸກມື້ນີ້ພວກເຂົາເຫຼົ່ານັ້ນໄດ້ສະເຫຼີມສະຫຼອງວັນປ້ອງກັນປິຕຸພູມຮ່ວມກັນກັບພວກເຮົາ, ເຊິ່ງນີ້ຄືມູນ ເຊື້ອອັນດີງາມຂອງສອງກອງທັບທີ່ມີການຮ່ວມມືກັນບໍ່ວ່າຍາມທຸກ ຫຼື ສຸກພວກເຮົາກໍພ້ອມກັນຕໍ່ສູ້ຄຽງບ່າຄຽງໄລ່ສະເໝີມາ. ຈົນເຖິງປັດຈຸບັນ, ການຮ່ວມ ມືລະຫວ່າງສອງກອງທັບ ລາວ-ຣັດເຊຍ ກໍຍັງຮັກສາມູນເຊື້້ອທີ່ດີທີ່ມີມາແຕ່ດົນນານ ພ້ອມທັງເພີ່ມທະວີການຮ່ວມມືນັບມື້ເກືອບທຸກດ້ານນັບມື້ນັບຮັດ ແໜ້ນຍິ່ງຂຶ້ນ ໂດຍສະເພາະທັງສອງຝ່າຍໄດ້ເພີ່ມທະວີການຮ່ວມມືທາງການການທະຫານດ້ວຍການຊ່ວຍເຫຼືອກັນ ແລະ ກັນທາງດ້ານວິຊາການເຕັກນິກ ການທະຫານ ແລະ ການຮ່ວມມືກັນກ່ຽວກັບການເກັບກູ້ລະເບີດທີ່ຍັງຕົກຄ້າງຢູ່ໃນ ສປປ ລາວ. ພ້ອມນັ້ນຍັງໄດ້ຮ່ວມກັນຊ້ອມຮົບອິນຊີແດງ ແລະ ລາ ໂຣດນໍາອີກ.

    ການຮ່ວມມືທາງດ້ານການທະຫານ ແລະ ເຕັກນິກການທະຫານລະຫວ່າງ ຣັດເຊຍ-ລາວ ແມ່ນເປັນແບບຢ່າງຂອງການພົວພັນຮ່ວມມືທີ່ສະເໝີພາບກັນ ຢ່າງແໜ້ນແຟ້ນ ແລະ ປັດຈຸບັນເຫັນວ່າການຮ່ວມມືດ້ານການທະຫານ ມີບົດບາດທີ່ສຳຄັນໃນການພົວພັນລະຫວ່າງທັງສອງປະເທດ. ເຖິງວ່າສະພາບການ ສາກົນຈະມີຄວາມຫຍຸ້ງຍາກກໍຕາມ, ແຕ່ທັງສອງປະເທດພວກເຮົາກໍຕັ້ງໜ້າປະຕິບັດພັນທະຂອງຕົນ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີສາກົນ. ຣັດເຊຍ ແລະ ລາວມີການຮ່ວມມືກັນຢ່າງໃກ້ຊິດໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນບວກ (ADMM Plus). ພ້ອມກັນນັ້ນ, ສປປ ລາວ ກໍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຣັດເຊຍ ຢູ່ບັນດາເວທີສາກົນ ແລະ ພາກພື້ນ.

 

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/02/2023