ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ຈັດກິດຈະກຳແຂ່ງຂັນ
ນັກຮ້ອງສຽງດີ ແລະ ກິລາສະໝັກຫຼິ້ນ


   ວັນ​ທີ 16 ມີນາ 2023 ນີ້, ກົມ​ໃຫ​ຍ່​ການເມືອງ​ກອງທັບ ໄດ້​ຈັດ​ກິດຈະກຳ​ແຂ່ງຂັນ​ນັກ​ຮ້ອງ​ສຽງ​ດີ ແລະ ກິລາ​ສະໝັກ​ຫຼິ້ນ ໂດຍ​ການ​ເປັນ​ປະທານ​ຂອງສະ ຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນ ຊາ, ກົມ, ຫ້ອງການ, ກອງ, ຄະນະ​ຊີ້​ນຳ, ຄະນະ​ຮັບຜິດຊອບ, ພ້ອມ​ດ້ວຍ​ນັກ​ກິລາເຂົ້າ​ຮ່ວມ.

   ສະຫາຍ ພັນ​ເອກ ວັນ​ທອງ ພົງ​ສະຫວັນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ແຜນການ​ຂອງ​ການ​ຈັດ​ກິດຈະກຳ​ແຂ່ງຂັນ​ນັກ​ຮ້ອງ ​ສຽງ​ດີ ແລະ ກິລາ​ສະໝັກ​ຫຼິ້ນຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ໃຫ​​ຍ່ການເມືອງ​ກອງທັບ ເພື່ອ​ຈັດ​ກິດຈະກຳຂ່ຳ ນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ຮາກ​ຖານ​ພັກ ແລະ ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຄົບຮອບ 68 ປີ ແລະ ວັນ​ນັກຮົບ​ເສຍ​ອົງຄະ ແລະ ເສຍສະຫຼະ​ຊີວິດ ​ເພື່ອ​ຊາດ ຄົບຮອບ 77 ປີ ໃຫ້​ມິ​​ີ​ບັນຍາກາດ​ຟົດຟື້ນ​ຢ່າງ​ຕໍ່​ເນື່ອງ, ເຊິ່ງ​ການ​ຈັດ​ກິດຈະກຳ​ແຂ່ງຂັນ​ຄັ້ງ​ນີ້​ປະກອບ 2 ມີ​ເພດ​ຄື: ການ​ແຂ່ງຂັນ​ນັກ​ຮ້ອງ​ສຽງ​ດີ ມີ 3 ລາຍການ, ເພງ​ດ່ຽວ​ມີ​ຜູ້​ເຂົ້າ​ແຂ່ງຂັນ 15 ສະຫາຍ ທີ່​ມາ​ຈາກ 15 ກົມ​ກອງ, ຂັບ​ລຳ​ທ້ອງຖິ່ນ​ມີ​ຜູ້​ເຂົ້າ​ແຂ່ງຂັນ 10 ສະຫາຍ ທີ່​ມາ​ຈາກ 10 ກົມ​ກອງ, ເພງ​ລວມ​ໝູ່​ມີ​ຜູ້​ເຂົ້າ​ແຂ່ງຂັນ 6 ຄະນະ​ມາ​ຈາກ 6 ກົມ​ກອງ, ສ່ວນ​ການ​ແຂ່ງຂັນ​ກິລາ​ມີ 2 ລາຍການ​ຄື: ບານສົ່ງ​ຊາຍ​ເຂົ້າ​ຮ່ວມ​ແຂ່ງຂັນ ມີ 18 ທີມ, ບານ ສົ່ງ​ຍິງ​ເຂົ້າ​ຮ່ວມ​ແຂ່ງຂັນ​ມີ 7 ທີມ.

   ໂອກາດ​ດຽວ​ກັນ​ນີ້, ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ກໍ​ໄດ້​ໂອ​ລົມ​ຕໍ່​ພິທີ​ເປີດ​ກິດຈະກຳ​ແຂ່ງຂັນ​ນັກ​ຮ້ອງ​ສຽງ​ດີ ແລະ ກິລາ​ສະໝັກ​ຫຼິ້ນ​ວ່າ: ໃຫ້​ແຕ່​ ລະ​ສະຫາຍ ກໍ​ຄືນັກ​ກິລາ​ເອົາໃຈໃສ່​ປະຕິບັດ​ຕາມ​ວາລະ​ເວລາ, ເອົາໃຈໃສ່​ໃນ​ການ​ແຂ່ງຂັນ, ປະຕິບັດ​ຕາມ​ກົດ​ລະບຽບ​ກົດ​ກະຕິ​ກາ​ຢ່າງ​ເຂັ້ມ​ງວດ, ຕະຫຼອດ ຮອດ​ຄະນະ​ກຳມະການ, ຜູ້​ຮັບຜິດຊອບ​ຈົ່ງ​ເອົາໃຈໃສ່​ມີ​ຄວາມ​ຊື່​ຕົງ​ໃນ​ການ​ໃຫ້​ຄະແນນ ​ເພື່ອ​ເຮັດ​ໃຫ້​ກິດຈະກຳ​ຄັ້ງ​ນີ້​ເປັນ​ກິລາ​ທີ່​ສ້າງ​ບັນຍາກາດ​ມ່ວນຊື່ນ​ມີ ຄວາມ​ຟົດຟື້ນ ແລະ ຫັດ​ແໜ້ນ​ຄວາມ​ສາມັກຄີ.

ແຫຼ່ງທີ່ມາ:ສົມຄິດ ພູມມິຈິດ
ວັນທີ 21/03/2023