ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ລົງຢ້ຽມຢາມ
ແລະ ເຮັດວຽກຢູ່ແຂວງຫົວພັນ
ໃນລະຫວ່າງວັນທີ 17-18 ກຸມພາ 2023 ນີ້, ສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ລົງ
ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ, ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ພັນສີ ຊ່ອນມີໄຊ ຫົວໜ້າການເມືອງກອງບັນຊາການທະຫານ
ແຂວງຫົວພັນ ພ້ອມດ້ວຍຄະນະຈຸດປະສົງຂອງການລົງຢ້ຽມຢາມ ແລະ ເຮັດວຽກຂອງ ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ຄັ້ງນີ້ ແມ່ນເພື່ອລົງຕິດຕາມກວດກາການພັດທະນາພື້ນຖານໂຄງລ່າງ, ການແກ້ໄຂຊີວິດການເປັນຢູ່ ແລະ ບັນຫາອື່ນໆຂອງກອງບັນຊາການທະຫານແຂວງ
ຫົວພັນກໍຄືແຂວງຫົວພັນ.
ໃນນີ້, ໄດ້ເຂົ້າພົບ ແລະ ເຮັດວຽກກັບທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງ ແຂວງຫົວພັນ ໄດ້ຮັບຊາບກ່ຽວກັບການລົງກວດກາຄືນໃນການປັບປຸງ
ບູລະນະອານຸສອນສະຖານ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ, ກວດກາສະຖານທີ່ພົບປະວຽກງານຊາຍແດນມິດຕະພາບ ລາວ-ຫວຽດນາມ, ກວດ
ກາສະຖານທີ່ກໍ່ສ້າງຄ້າຍທະຫານຊາຍແດນ 218 ທະຫານແຂວງຫົວພັນ ແລະ ສຳຫຼວດເສັ້ນທາງ, ຂົວຂ້າມນ້ຳມ້າບ້ານນາຈອນ ເມືອງສົບເບົາ, ໂດຍ
ແຕ່ລະໂຄງການທີ່ຈະບູລະນະ ແລະ ກໍ່ສ້າງນັ້ນ ໂດຍແມ່ນທຶນຊ່ວຍເຫຼືອຈາກ ພັກ-ລັດຖະບານ ສສ ຫວຽດນາມ ແລະ ສາຂາໃຫຍ່ບໍລິສັດ ຢູນິເທວ ໃຫ້ ການຊ່ວຍເຫຼືອໃນຄັ້ງນີ້ ໂດຍໄດ້ມອບໃຫ້ ບໍລິສັດ 36 ສສ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ.
ແຫຼ່ງທີ່ມາ: ໄຜ່ຄຳ ແກ້ວສອນພຽນ
ວັນທີ 21/02/2023