ກະຊວງປ້ອງກັນປະເທດ ສ່ອງແສງລາຍງານ
ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ
ວັນທີ 15 ມີນາ 2023 ນີ້, ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມສອງແສງລາຍງານການຈັດຕັ້ງປະຕິບັດ 2 ໂດຍການເປັນປະທານຂອງ ສະຫາຍ
ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ບັນດາອົງການກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ,
ກອງບັນຊາການ, ກອງພົນ, ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍ, ບັນດາຫົວໜ່ວຍທຸລະກິດຂອງກອງທັບ ແລະ ບັນດາສະຫາຍພະນັກງານຫຼັກແຫຼ່ງ, ພະແນກ
ການ, ວິຊາການເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງກອງປະຊຸມໃນຄັ້ງນີ້, ກໍເພື່ອສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ວາລະ
ແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ບັນດາກົມ ກອງກຳລັງຫຼວງ, ກຳລັງທ້ອງຖິ່ນໃຫ້ໄດ້ຮັບຜົນດີຕາມແຜນການ.
ດັ່ງນັ້ນ, ຄະນະຮັບຜິດຊອບຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຂັ້ນກະຊວງໄດ້ສົມທົບກັບຄະນະພັກ-ຄະນະບັນຊາ 24 ຫົວໜ່ວຍ
ກົມກອງ ໃນການຕິດຕາມກວດກາ ແລະ ສຶກສາອົບຮົມ, ຊຸກຍູ້ພະນັກງານ, ນັກຮົບທົ່ວກຳລັງຫຼວງ-ກຳລັງທ້ອງຖິ່ນເປັນເຈົ້າການຈັດຕັ້ງປະຕິບັດເນື້ອໃນຈິດ
ໃຈ 2 ວາລະແຫ່ງຊາດດັ່ງກ່າວເຂົ້າໃນຂະບວນການວຽກງານຕົວຈິງ. ພ້ອມນີ້, ຕ້ອງໄດ້ເອົາໃຈໃສ່ຮັບຟັງການລາຍງານກ່ຽວກັບສະພາບການເຄື່ອນໄຫວ
ວຽກງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢູ່ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ລວມທັງ
ບົດຮຽນທີ່ຖອດຖອນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ເພື່ອສະຫຼຸບລາຍງານຂັ້ນເທິງຢ່າງຖືກຕ້ອງຕາມເປົ້າໝາຍທີ່ວາງໄວ້.
ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 20/03/2023