ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ ຜັນ​ຂະຫຍາຍ​ຜົນສຳເລັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ
ພັດທະນາ​ຊົນນະບົດ ແລະ ວຽກ​ງານ 3 ສ້າງ​


   ໃນ​ວັນ​ທີ 17 ກຸມພາ 2023 ນີ້, ກົມ​ກໍ່ສ້າງ​ຮາກ​ຖານ​ໄດ້​ຈັດ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ຜົນສຳເລັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ພັດທະນາ​ຊົນນະ ບົດ​ຮອບດ້ານ​ແກ້​ໄຂ​ຄວາມທຸກ​ຍາກ ແລະ ວຽກ​ງານ 3 ສ້າງທົ່ວ​ປະເທດ ( 2016-2021) ໃຫ້​ກົມ​ກອງ​ກຳລັງຫຼວງ-ກຳລັງ​ທ້ອງຖິ່ນ, ໂດຍ​ການ​ເປັນ​ປະທານ ​ຂອງ ສະຫາຍ ພົນ​ໂທ ​ປອ ທອງ​ລອຍ ສິລິ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ນຳ​ກົມ​ໃຫຍ່, ຫ້ອງ ​ວ່າການ​ກະຊວງ, ຫ້ອງການ ​ປກຊ-​ປກສ ສູນ​ກາງ, ກົມ​ກອງ​ອ້ອມ​ຂ້າງ​ກະຊວງ, ຄະນະ​ອຳນວຍ​ການ​ບັນດາ​ວິທະຍາຄານ, ໂຮງຮຽນ, ຄະນະ​ພັກ-ຄະນະ​ບັນຊາ, ກອງ​ພົນ, ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ, ກອງ​ບັນຊາ​ການ​ທະຫານ​ທະຫານ​ແຂວງ​ວຽງ​ຈັນ, ກອງ​ບັນຊາການ​ທະຫານ​ອາກາດ, ກອງພັນໃຫຍ່ເຂົ້າ ​ ຮ່ວມ.

     ສະຫາຍ ພົນ​ຈັດຕະວາ ບົວ​ໄລ ພົມ​ມະ​ວົງ ຫົວໜ້າ​ກົມ​ກໍ່ສ້າງ​ຮາກ​ຖານ ໄດ້​ສະຫຼຸບ​ຕີ​ລາຄາ​ການຈັດ ຕັ້ງ​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕິດ​ພັນ​ກັບ​ວຽກ​ງານ​ພັດທະນາ​ຊົນນະບົດ​ຮອບດ້ານ ແກ້​ໄຂ​ຄວາມທຸກ​ຍາກ ແລະ ວຽກ​ງານ 3 ສ້າງ ໄລຍະຜ່ານ​ມາ (2016-2021 ແລະ ທິດ​ທາງ​ຮອດ​ປີ 2025) ຍ້ອນ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ແລະ ພະນັກງານ​ຮາກ​ຖານ​ໄດ້​ຖື​ເອົາ​ວຽກ​ງານ​ການເມືອງ-ແນວ​ຄິດ​ເປັນ​ສຳຄັນ, ຫັນ​ເອົາ​ແນວທາງ​ນະໂຍ ບາຍ​ຂອງ​ພັກ, ລະບຽບ, ກົດໝາຍ ແລະ ບັນດາ​ເອກະສານ​ຕ່າງໆ​ລົງ​ເຜີຍແຜ່​ຢ່າງ​ເປັນ​ປົກກະຕິ ແລະ ກວ້າງຂວາງ ເຮັດ​ໃຫ້​ຖັນ​ແຖວ​ພະນັກງານ, ທະຫານ -ຕຳຫຼວດ, ປະຊາຊົນ​ບັນດາເຜົ່າ ແລະ ຊັ້ນ​ຄົນ​ຕ່າງໆ ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ, ປະຊາຊົນ​ມີ​ຄວາມ​ຕື່ນ​ຕົວ​ປະກອບ​ສວ່ນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ຫັນປ່ຽນ​ການ​ດຳເນີນ​ຊີວິດ​ແບບ​ຄອງ​ເດີມນຳ​ເອົາ​ເຕັກນິກ, ວິຊາ ​ ການ​ໃໝ່​ເຂົ້າ​ໃນ​ການ​ຜະລິດ, ສ້າງ​ອາຊີບ​ທີ່​ໝັ້ນຄົງ, ຕັ້ງໜ້າ​ແກ້​ໄຂ​ຄວາມ​ທູກ​ຍາກ​ນັບ​ມື້​ກວ້າງຂວາງ ແລະ ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ໄດ້​ຊຸກຍູ້​ປະຊາຊົນ​ຫັນ​ການ ​ຜະລິດ​ເປັນ​ສິນຄ້າ​ດ້ວຍ​ການຈັດຕັ້ງ​ເປັນ​ກຸ່ມ​ຜະລິດ​ເຊັ່ນ: ຫັດຖະກຳ, ປຸງ​ແຕ່ງ, ລ້ຽງສັດ​ໄດ້ 253 ກຸ່ມ ມີ 9.038 ຄອບຄົວ, ສາມາດ​ສ້າງ​ຄອບຄົວ​ວັດ ທະນະທຳ​ໄດ້ 4.500 ຄອບຄົວ, ໄດ້​ກໍ່ສ້າງ​ເສັ້ນທາງ​ເຊື່ອມ​ຈອດ​ກັນ​ລະຫວ່າງ​ບ້ານ​ຕໍ່​ບ້ານ​ມີ​ຈຳນວນ 23 ເສັ້ນ ສາມາດ​ທຽວ​ໄດ້​ຕະຫຼອດ​ປີ, ສ້າງ​ໂຮງຮຽນ​ສາ ມັນ​ສຶກ​ສາ​ໄດ້ 7 ຫຼັງ, ນ້ຳ​ລິນ 15 ແຫ່ງ, ກໍ່ສ້າງ​ໂຮງ​ໝໍນ້ອຍ-ສຸກສາລາ, ຫ້ອງການ​ບ້ານ, ສ້າງ​ເຮືອນ​ປ້ອມ​ໝັ້ນ​ໄດ້​ທັງ​ໝົດ 24 ຫຼັງ, ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ​ໄດ້ 943 ໜ່ວຍ, ສ້າງ​ບ້ານ​ພັດທະນາ​ໄດ້ 1.179 ບ້ານ, ອັນ​ທີ່​ພົ້ນ​ເດັ່ນ​ໃນ​ສົກ​ປີ 2019-2020 ຮັບຮອງ​ເອົາ​ບັນດາ​ວິທະຍາ ໄລ​ປອດ​ຢາ​ເສບ​ຕິດ​ໄດ້ 10 ແຫ່ງ, ໂຮງຮຽນ​ຊັ້ນ​ປະຖົມ​ສຶກ​ສາ​ ຈຳນວນ 2.765 ແຫ່ງ, ບ້ານ​ທີ່​ມີ ແລະ ສາມາດ​ເຂົ້າ​ເຖິງ​ໂຮງຮຽນ​ປະຖົມ ຫຼື ມັດທະຍົມ ​ຕົ້ນ​ກວມ 98,79%, ໃນ 6 ເດືອນ​ຕົ້ນ​ປີ 2021 ບ້ານ​ທີ່​ເຂົ້າ​ເຖິງ​ນ້ຳ​ສະອາດ​ກວມ 93,88%, ບ້ານ​ມີ​ສຸກສາລາ, ມີ​ຖົງ​ຢາ​ປະຈຳ​ບ້ານ​ກວມ 95,6%. ຜ່ານ ​ ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຂ້າງ​ເທິງ​ນັ້ນ​ໄດ້​ມີ​ຄອບຄົວ​ທຸກ​ຍາກ​ຫຼຸດ​ລົງ ໃນ​ປີ 2016 ຈຳນວນ 13.934 ຄອບຄົວ ແລະ ສາມາດ​ລຶບລ້າງ​ບ້ານ​ທຸກ​ຍາກ​ໄດ້ 265 ບ້ານ, ສ້າງ​ບ້ານພັດທະນາ​ໄດ້ 420 ບ້ານ, ມີ​ເມືອງພົ້ນ​ທຸກ 53 ເມືອງ, ບ້ານ​ພົ້ນ​ທຸກ 4.792 ບ້ານ, ບ້ານ​ໃຫຍ່​ກາຍເປັນ​ຕົວ​ເມືອງ​ໃນ​ຊົນນະບົດ 14 ບ້ານ ແລະ ຈຳນວນ​ເມືອງ​ເຂັ້ມແຂງຮອບດ້ານ 5 ເມືອງ (ນະຄອນຫຼວງ ​ວຽງ​ຈັນ 4 ເມືອງ ແລະ ຈຳປາ​ສັກ 1ເມືອງ), ຜ່ານ​ການຈັດຕັ້ງ​ດຳເນີນ​ການ ​ປະ​ເມີນ​ທົ່ວ​ປະເທດ​ໃນ​ຕົ້ນ​ປີ 2021 ສາມາດ​ສ້າງ​ແຂວງ​ເປັນ​ຫົວໜ່ວຍຍຸດ​ທະ​ສາດ​ຄື: ນະຄອນຫຼວງ​ວຽງ​ຈັນ, ແຂວງ​ສະຫວັນ​ນະ​ເຂດ ແລະ ແຂວງ​ຈຳປາ ​ ສັກ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມແຂງ​ຮອບດ້ານ 3 ນະຄອນ 16 ເມືອງ ແລະ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ 3.038 ບ້ານ.

   ໃນ​ໂອກາດ​ດັ່ງກ່າວ, ສະຫາຍ ພົນ​ໂທ ​ປອ ທອງ​ລອຍ ສິລິ​ວົງ ຍັງ​ໄດ້​ເນັ້ນ​ໜັກ​ຕໍ່​ກອງ​ປະຊຸມ​ວ່າ: ຕ້ອງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ການເມືອງ​ໃຫ້​ສູງ ​ຕໍ່​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ, ໃຫ້​ຖື​ເປັນ​ວຽກ​ງານ​ສຳຄັນ​ໃນ​ກົມ​ກອງ ໂດຍ​ສະເພາະ​ແມ່ນ​ຜູ້​ທີ່​ລົງ​ເຮັດ​ຕົວ​ຈິງ, ເອົາໃຈໃສ່​ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ ຕ້ອງ ​ ມີ​ແຜນການ, ມີ​ຜູ້​ຊີ້​ນຳ​ຊຸກຍູ້ ແລະ ມີ​ຜູ້​ຈັດ​ຕັ້ງ​ປະຕິບັດ​ລະອຽດ, ມີ​ການ​ກວດກາ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ປົກກະຕິ, ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ຢູ່​ພາຍ ​ໃນ​ເປັນ​ເອກະ​ພາບ, ສາມັກຄີ​ກັບ​ອຳນາດ​ການ​ປົກຄອງ ແລະ ປະຊາຊົນ​ໃຫ້​ແໜ້ນ​ແຟ້ນ​ກວ່າ​ເກົ່າ, ຍາມ​ໃດ​ກໍ່​ຕ້ອງ​ຍົກ​ສູງ​ສະຕິ​ລະວັງ​ຕົວ​ປະຕິບັດ​ຢູ່​ສະເໝີ, ເດັດຂາດ​ບໍ່​ຕົກ​ເຂົ້າ​ກົນອຸບາຍ​ຂອງ​ສັດຕູ ແລະ ກຸ່ມ​ຄົນ​ບໍ່​ດີ​ສວຍ​ໃຊ້ ແລະ ອື່ນໆ.

ແຫຼ່ງທີ່ມາ: ຄຳ​ປ໋ອກ
ວັນທີ 20/02/2023