ກົມໃຫຍ່ພະລາທິການກອງທັບ ສະຫຼຸບວຽກງານພະລາທິການທົ່ວກອງທັບ
ປະຈໍາປີ 2022
ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດບົດຮຽນການຈັດຕັ້ງປະຕິບັດວຽກງານພະລາທິການຫົ່ວກອງທັບ ປະຈໍາປີ 2022 ແລະ
ທິດທາງແຜນການ ປະຈໍາປີ 2023 ໃນວັນທີ 14 ກຸມພາ 2023 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ, ໂດຍການເປັນປະທານຂອງ ສະຫາຍ
ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກະຊວງປ້ອງກັນປະເທດ, ຫ້ອງວ່າການ
ກະຊວງ, 4 ກົມໃຫຍ່, ກົມໃຫຍ່ພະລາທິ ການ ປກສ, ກົມວິຊາສະເພາະ, ຫ້ອງການ, ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ແລະ ພະນັກງານວິຊາການທີ່ເຮັດ
ວຽກງານພະລາທິການເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພະລາທິການ
ກອງທັບ ປະຈໍາປີ 2022 ແລະ ທິດທາງແຜນ ການປະຈໍາປີ 2023, ຍົກໃຫ້ເຫັນແຜນງານຮັບປະກັນຊີວິດການເປັນຢູ່, ໂດຍສະເພາະວຽກງານຮັບປະກັນ
ໃຫ້ແກ່ການເຄື່ອນໄຫວ, ຫັດແອບ ແລະ ກຽມພ້ອມສູ້ຮົບ, ຈັດຕັ້ງຮັບປະກັນຢ່າງຄົບຖ້ວນ, ທັນເວລາ, ດ້ານວັດຖຸ, ພາຫະນະຮັບໃຊ້ໃຫ້ແກ່ການເຄື່ອນ ໄຫວ, ຫັດແອບ ແລະ ກຽມພ້ອມສູ້ຮົບຕາມແຜນການປະຈຳປີຂອງບັນດາກົມກອງ-ທ້ອງຖິ່ນ, ການຄຸ້ມຄອງປົກປັກຮັກສາ, ສັບ່ຽນວັດຖຸ, ພາຫະນະແຮສໍາ
ຮອງຢູ່ຂັ້ນຍຸດທະສາດ ເຫັນວ່າມີຄວາມຮັບປະກັນທາງດ້ານຈຳນວນ, ຄຸນນະພາບ ແລະ ຄົບຊຸດ, ໄດ້ເອົາໃຈໃສ່ຊີ້ນຳ, ຕິດຕາມວຽກງານຮັບປະກັນພະລາ ທິການໃຫ້ໂຄງການ 01728, ຊ້ອມຮົບຊ່ວຍເຫຼືອຜູ້ຖືກຜົນກະທົບໄພພິບັດທາງທຳມະຊາດ ແລະ ກິດຈະກຳທາງການແພດຂອງຂະບວນລົດໄຟສັນຕິພາບ
ລາວ-ຈີນ, ຊ້ອມຮົບ 2 ຂັ້ນຝ່າຍດຽວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ, ຊ້ອມຮ່ວມກຳລັງຕີພິເສດ ລາວ-ຫວຽດນາມ, ການກອບ
ກູ້ໄພພິບັດທາງທຳມະຊາດ 3 ຊາດ (ລາວ-ຫວຽດນາມ-ກຳປູເຈຍ) ແລະ ຊ້ອມຮົບຮ່ວມ ລະຫວ່າງ ກອງທັບປະຊາຊົນລາວ ແລະ ຣັດເຊຍ, ວຽກງານຮັບ
ປະກັນຊີວິດການເປັນຢູ່ການຈັດຕັ້ງລ້ຽງດູທັບ, ດ້ານສະບຽງອາຫານ, ເຂົ້າກິນຄວາມຕ້ອງການທັງໝົດ 39.396 ໂຕນເຂົ້າສານ. ໃນນັ້ນ, ກຳລັງຫຼວງ
21.760 ໂຕນ, ກຳລັງທ້ອງຖິ່ນ 17.636 ໂຕນ, ສ່ວນການເກັບຊື້ໄດ້ປະຕິບັດສາມວິທີ, ມອບເງິນໃຫ້ກົມກອງເກັບຊື້ເອງ, ກົມອຸປະໂພກຮັບປະກັນໃຫ້
ແລະ ກິນເຂົ້າໄປຕາມຮ່ວງເງິນເດືອນ. ດ້ານຊີ້ນ ແລະ ຜັກກິນ ມີຫຼາຍກົມກອງ-ທ້ອງຖິ່ນໄດ້ເອົາໃຈໃສ່ບຸກບືນໂດຍໄດ້ລົງທຶນປັບປຸງສະຖານທີ່ປູກຝັງ-
ລ້ຽງສັດຂອງກົມກອງຄືນໃໝ່, ສາມາດຮັບປະກັນຊີ້ນກິນ-ປາກິນໄດ້ 50-70% ຂຶ້ນໄປ, ຜັກກິນໄດ້ແຕ່ 80-100% ຂຶ້ນໄປ ແລະ ຮັບປະກັນໄດ້ຕາມ
ລະບອບອັດຕາກິນທີ່ຂັ້ນເທິງໄດ້ກໍານົດ. ດ້ານການຈັດຕັ້ງກິນດື່ມລວມໝູ່, ອ້າຍນ້ອງໄດ້ກິນເຂົ້າ 3 ຄາບເປັນປົກກະຕິ, ຮັບປະກັນທາດກະລໍລີແຕ່ 3.000-
3.200 ກິໂລກະລໍລີຕໍ່ຄົນຕໍ່ວັນຂຶ້ນໄປ. ສັງລວມແລ້ວໃນທົ່ວກອງທັບ ມີເຮືອນຄົວ-ເຮືອນກິນທັງໝົດ 1.574 ຫຼັງ. ໃນນັ້ນ, ເຮືອນຖາວອນ 382 ຫຼັງ
ກວມເອົາ 24%, ມີວິຊາການປຸງແຕ່ງ 3.144 ຄົນ. ດ້ານເຄື່ອງນຸ່ງຫົ່ມ ພື້ນຖານແມ່ນສາມາດຮັບປະກັນໄດ້ຕາມ ຄວາມຮຽກຮ້ອງຕ້ອງການຂອງວຽກງານ
ເຝິກແອບ, ເຄື່ອນໄຫວ, ລະດົມພົນ ແລະ ຮ່ວງອື່ນໆ ຕາມລະ ບອບອັດຕາ. ດ້ານນໍ້າມັນເຊື້ອໄຟ ປະຕິບັດໄດ້ຕາມແຜນວຽກຂອງກະຊວງ ແລະ ຕາມຮ່ວງ
ທີ່ແບ່ງປັນໃຫ້ກົມກອງ, ມາຮອດປັດຈຸບັນເບີກຈ່າຍສໍາເລັດ 100% ຂອງແຜນການປະຈໍາປີ 2022. ດ້ານວຽກງານຂົນສົ່ງພື້ນຖານແມ່ນສາມາດຕອບ
ສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຂົນສົ່ງໃນທົ່ວກອງທັບ, ເຊິ່ງບໍລິມາດຂົນສົ່ງໄດ້ທັງໝົດ 21.299 ໂຕນ. ໃນນັ້ນ, ຂັ້ນກະຊວງ
ຂົນສົ່ງ 4.619 ໂຕນ, ຂັ້ນກົມກອງ-ທ້ອງຖິ່ນຂົນສົ່ງເອົາເອງ 16.680 ໂຕນ, ທຽບໃສ່ແຜນການປະຕິບັດໄດ້ 97,8%, ການຂົນສົ່ງແມ່ນຮັບປະກັນຄວາມ ປອດໄພ. ດ້ານວຽກງານຮັບປະກັນສຸຂະພາບເພື່ອເປັນການປ້ອງກັນ, ຄອບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຄະນະສະເພາະກິດຂັ້ນ
ກະຊວງໄດ້ເຄື່ອນໄຫວຕິດຕາມ, ກວດກາການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ທັງພາຍໃນກອງທັບ ແລະ ຮ່ວມກັບປົກຄອງໄດ້ 411.217
ໂດສ, ຕິດຕາມເຝົ້າລະວັງການແຜ່ລະບາດຂອງພະຍາດຕາມລະດູ ການ, ແຜນງານຮັບປະກັນກໍ່ສ້າງຄ້າຍຄູ, ທີ່ຢູ່ອາໄສຂອງກອງທັບ, ດ້ານງົບປະມານເບື້ອງ
ລັດສະໜອງໃຫ້ກອງ ທັບປີ 2022 ມີ 123 ໂຄງການ, ລວມມູນຄ່າ 167.499 ລ້ານກີບ, ປະກອບເອກະສານສຳລະໄດ້ 116 ໂຄງການ ແລະ ໂຄງການ
ລົງທຶນພາຍໃນກະຊວງປ້ອງກັນປະເທດ ມີ 194 ໂຄງການ. ດ້ານກະສິກໍາຢູ່ຂັ້ນກະຊວງ, ໄດ້ສຸມໃສ່ປັບປຸງບາງຫົວໜ່ວຍການຜະລິດຢ່າງຮອບດ້ານຕາມ
ທິດຫັນໄປສູ່ການຜະ ລິດແບບໄລ່ລຽງ, ໂດຍສະເພາະແມ່ນກຸ່ມຜະລິດຄົບວົງຈອນເລກ 1, ເລກ 2 ເລກ 3. ໃນໜຶ່ງປີຜ່ານມາ ສ້າງລາຍຮັບໄດ້ທັງໝົດ
36.968 ລ້ານກວ່າກີບ, ມອບພັນທະໃຫ້ກະຊວງ 4.523 ລ້ານກວ່າກີບ ແລະ ປັດຈຸບັນຍັງມີງົວ, ຄວາຍ ທັງໝົດ 1.393 ໂຕ, ແກະ 1.298 ໂຕ, ແກະ
ນ້ອຍເກີດໃໝ່ 350 ໂຕ, ອັດຕາການຕາຍແມ່ນຄ່ອຍໆຫຼຸດລົງ; ໂຄງການລ້ຽງໝູຟາມກອງຜະລິດເລກ 1 ມີໝູທັງໝົດ 2.000 ໂຕ. ໃນນັ້ນ, ໝູພໍ່ແມ່ພັນ
450 ໂຕ, ຜະລິດ ແລະ ຈຳໜ່າຍໝູນ້ອຍໄດ້ 2.500 ໂຕຕໍ່ປີ. ດ້ານອຸດສາຫະກຳເບົາ ໄດ້ປັບປຸງຄືນ 6 ຫົວໜ່ວຍໂຮງຈັກ-ໂຮງງານ, ບໍລິສັດຕ່າງໆ ທີ່ຂຶ້ນ
ກັບກົມໃຫຍ່ພະລາທິການກອງທັບ, ສ່ວນບັນດາກົມກອງທ້ອງຖິ່ນ ແມ່ນປະຕິບັດຕາມທິດນໍາ 4 ປູກ 4 ລ້ຽງ ສະ ແດງອອກຕົວເລກຜົນຜະລິດປີ 2022
ໃນທົ່ວກອງທັບ, ເຮັດນາເນື້ອທີ 912 ເຮັກຕາ ຜົນຜະລິດໄດ້ 1.524 ໂຕນທຽບໃສ່ປີຜ່ານມາຫຼຸດລົງ 4%, ເດັ່ນກວ່າໝູ່ຜະລິດເຂົ້າໄດ້ 150 ໂຕນຂຶ້ນໄປ
ແມ່ນກອງພົນທີ 2, ກອງພົນທີ 4, ທະຫານແຂວງວຽງຈັນ, ທະຫານແຂວງສາລະວັນ ແລະ ທະຫານແຂວງຈໍາປາສັກ; ປູກພືດຜັກໄດ້ 3.838 ໂຕນ, ຫຼຸດ
ລົງ 8%, ເດັ່ນກວ່າໝູ່ຜະລິດຜັກໄດ້ 200 ໂຕນຂຶ້ນໄປແມ່ນກອງພົນທີ 2, ກອງພົນທີ 3, ທະຫານແຂວງໄຊຍະບູລີ ແລະ ທະຫານແຂວງຄຳມ່ວນ, ສັດ
ລ້ຽງປະເພດງົວ-ຄວາຍ ລວມມີທັງໝົດ 11.614 ໂຕ, ຫຼຸດລົງ 6%, ເດັ່ນກ່ວາໝູ່ມີງົວ-ຄວາຍ 800 ໂຕຂຶ້ນໄປແມ່ນກອງພົນທີ 2, ກອງພົນທີ 4, ທະ
ຫານແຂວງຊຽງຂວາງ ແລະ ທະຫານແຂວງຫຼວງພະບາງ. ນອກນີ້, ຫຼາຍກົມກອງ-ທ້ອງຖິ່ນຍັງສູ້ຊົນກໍ່ສ້າງ ພື້ນຖານການຜະລິດ-ທຸລະກິດ ເພື່ອສ້າງແຫຼ່ງ
ລາຍຮັບໃຫ້ກົມກອງເຊັ່ນ: ໂຮງງານຜະລິດດິນບ໋ອກ, ໂຮງງານນ້ຳດື່ມ, ໂຮງສີເຂົ້າ, ເຮືອນພັກ-ໂຮງແຮມ,ອູ່ສ້ອມແປງ, ປໍ້ານໍ້າມັນ, ກິດຈະການໃຫ້ເຊົ່າອື່ນໆ
ສາມາດນຳລາຍຮັບດັ່ງກ່າວເຂົ້າມາແກ້ໄຂວຽກທີ່ຈຳເປັນຂອງກົມກອງ
ສໍາລັບທິດທາງແຜນການປີ 2023 ຈະສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະ ນະພັກກະຊວງປ້ອງກັນປະເທດ ໂດຍສະເພາະມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ, ບົນຈິດໃຈບຸກທະລຸແຜນງານໃຫຍ່ທີ 3 ໃຫ້ມີທ່າກ້າວຂະຫຍາຍ ຕົວກວ່າເກົ່າ. ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະໜຶ່ງ ປີຜ່ານມາ, ພວກເຮົາສາມາດຍາດໄດ້ຜົນສຳເລັດອັນຍິ່ງໃຫ່ຍ, ເປັນຕົ້ນແມ່ນຄະນະພັກ-ຄະນະບັນຊາກົມກອງທ້ອງຖິ່ນ ໄດ້ຊອກຫາທາງອອກດ້ວຍການຜະ ລິດປູກພືດຜັກກິນ ແລະ ຜະລິດສະບຽງອາຫານເພີ່ມໃສ່ຄາບເຂົ້າ, ສ່ວນເງິນອັດຕາກິນກໍ່ຊື້ສິ່ງຈໍາເປັນມາປຸງແຕ່ງອາຫານເຮັດໃຫ້ອ້າຍນ້ອງໄດ້ກິນເຂົ້າມື້ໜຶ່ງ 3 ຄາບມີອາຫານຄົບກະລໍລີ ເປັນປົກກະຕິ, ຮັບປະກັນສຸຂະພາບແຂງແຮງໄດ້ 98% ຂຶ້ນໄປ. ສິ່ງດັ່ງກ່າວ ເປັນການປະກອບສ່ວນເຂົ້າໃນການແກ້ໄຂບັນຫາ ຜົນກະທົບທາງດ້ານເສດຖະແຫ່ງຊາດ ແລະ ເປັນການຮັບປະກັນທາງດ້ານການລຽ້ງດູທັບ. ນອກນີ້ ສະຫາຍຍັງເນັ້ນໜັກຫຼາຍບັນຫາສໍາຄັນຕໍ່ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນ, ພະນັກງານວິຊາການທີ່ເຮັດວຽກງານພະລາທິການ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງ ຊີ້ນໍາ-ນໍາພາ ເພື່ອພ້ອມກັນເຮັດສໍາເລັດ ໜ້າທີ່ການເມືອງຂອງຕົນ. ກອງປະຊູມສະຫຼຸບຖອດຖອນບົດຮຽນວຽກພະລາທິການ ປະຈໍາປີ 2022 ຈະດຳເນີນໄປເປັນເວລາ 2 ວັນ.
ແຫຼ່ງທີ່ມາ: ຄໍາປະສົງ ລາດຊະວົງ
ວັນທີ 16/02/2023