ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ລັດ​ຖະ​ມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ​ລົງ​ຢ້ຽມຢາມ ແລະ ໂອ້​ລົມ

​ພະນັກງານ-ນັກຮົບ​ໂຮງຮຽນ​ທະຫານ​ຊາຍ​ແດນ 712


    ວັນ​ທີ 12 ມັງກອນ 2023 ນີ້, ຢູ່​ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໄດ້​ຈັດ​ພິທີ​ຕ້ອນຮັບ ​ພົນ​ໂທ ຄຳ​ລຽງ ອຸທະ​ໄກສອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໂດຍການຕ້ອນຮັບຂອງ ພົນຈັດຕະວາ ສີ​ພັນ ພຸດ​ທະ​ວົງ ຫົວໜ້າ​ກົມ​ທະຫານ​ຊາຍ​ແດນ ກົມໃຫຍ່​ເສ ນາທິ​ການກອງທັບ ພ້ອມດ້ວຍຄະນະ​ພັກ-ຄະນະ​ອຳນວຍ​ການ ຕະຫຼອດ​ຮອດ​ຄູ-ອາຈານ ແລະ ພະນັກງານ​ນັກຮົບ​ ທົ່ວ​ໂຮງຮຽນທະຫານ​ຊາຍ​ແດນ 712 ເຂົ້າ​ ຮ່ວມ.

     ພັນ​ເອກ ສັກ​ສົມບັດ ແກ້ວ​ສິດທິ​ວົງ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໄດ້​ຂຶ້ນ​ລາຍ​ງານ​ສະພາບ​ລວມ​ໂດຍ​ຫຍໍ້ ເຊິ່ງ​ໄດ້​ຍົກ​ເຫັນ ​ວ່າ: ຜ່ານ​ມາຄະ​ນະ​ພັກ-ຄະນະ​ອຳນວຍ​ການໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາພະນັກງານ-ນັກຮົບ, ສຶກ​ສາ​ອົບຮົມ​ການເມືອງ​ນຳພາ​ແນວ​ຄິດໃຫ້​ພະນັກງານ-ນັກຮົບ ​ ມີ​ແນວ​ຄິດ​ອຸ່ນ​ອ່ຽງ​ທຸ່ນ​ທ່ຽງ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ, ໂດຍ​ສະເພາະ​ ກໍຄື​ກົມ​ໃຫຍ່​ເສນາ​ທິ​ ການ​ກອງທັບ ເພື່ອ​ປັບປຸງ-ກໍ່ສ້າງ​ກຳລັງ​ເຫຼົ່າ​ຮົບ​ທະຫານ​ຊາຍ​ແດນ, ຈັດ​ຕັ້ງ​ການ​ອົບ​ຮົບ-ຫັດ​ແອບ​ຕາມ​ໂຄງການ​ຫຼັກສູດ​ການ​ຮຽນ-ການ​ສອນ ໂດຍ​ປິ້ນອ້ອມ 4 ໜ້າທີ່​ໃຫຍ່ 26 ແຜ່ນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ສຸມ​ໃສ່​ອົບຮົມ​ທາດ​ແທ້​ມູນເຊື້ອ​ຂອງ​ພັກ, ຂອງ​ຊາດ, ຂອງ​ກອງທັບ ແລະ ຂອງ​ ກົມ​ກອງ ໂຄສະນາ​ເຜີຍແຜ່​ຜ່ານ​ສື່​ມວນ​ຊົນ, ຈັດ​ຕັ້ງ​ດຳເນີນ​ຊີວິດ​ການເມືອງ, ຄົ້ນຄວ້າ​ຮ່ຳຮຽນ​ເອກະສານ ແບບແຜນ​ວິທີ​ເຮັດ​ວຽກ 7 ລະບອບ 18 ວຽກ ໃນ​ໄລຍະຜ່ານ​ມາ​, ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໄດ້​ສຳເລັດ​ການ​ກໍ່ສ້າງ​ນາຍ​ສິບ​ທະຫານ​ຊາຍ​ແດນ ແລະ ບຳລຸງ​ນາຍ​ທະຫານບັນຊາ​ຂັ້ນ​ໝວດ, ກອງ ຮ້ອຍ​ປະກອບ​ມີ: ຂັ້ນ​ນາຍ​ສິບ​ທະຫານ​ຊາຍ​ແດນ 5 ຊຸດ ມີ 860 ສະຫາຍ, ບຳລຸງ​ນາຍ​ທະຫານ​ບັນຊາ 4 ຊຸດ ມີ 200 ສະຫາຍ ແລະ ຊັ້ນ​ກາງ​ລະບົບ 2 ປີ ຈຳນວນ 40 ສະຫາຍ ໃນ​ສົກຮຽນ 2022-2023.

     ໂອກາດ​ດຽວ​ກັນ​ນີ້, ທ່ານ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ໄດ້​ໂອ້​ລົມ​ຕໍ່​ຄະນະ​ພັກ-ຄະນະ​ອຳນວຍ​ການ ແລະ ພະນັກງານ-ນັກຮົບ ເນື່ອງ​ໃນ​ໂອກາດ​ລົງ​ມາ ​ຢ້ຽມຢາມ​ໂຮງຮຽນ​ທະຫານ​ຊາຍ​ແດນ 712 ກ່ອນ​ອື່ນ​ໝົດ ທ່ານ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຊົມເຊີຍ​ຕໍ່​ຄະນະ​ພັກ-ຄະນະ​ອຳນວຍ​ການທີ່​ ໄດ້​ຊີ້​ນຳ-ນຳພາພະນັກງານ-ນັກຮົບ​ພາຍ​ໃນ​ໂຮງຮຽນເຮັດ​ສຳເລັດ​ໜ້າທີ່​ໃນ​ໄລຍະ​ຜ່ານ​ມາ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ ເຫັນ​ໄດ້​ວ່າ​ພະນັກງານ-ນັກຮົບ ໂດຍ​ສະເພາະ​ຄູ-ອາຈານ​ໄດ້​ສຸມ​ທຸກ​ສະຕິ​ປັນຍາຊອກ​ຫາ​ຄວາມ​ຮູ້​ມາ​ຖ່າຍ​ທອດ​ໃຫ້​ນັກຮຽນ ເພື່ອ​ເປັນ​ການ​ປັບປຸງ-ກໍ່ສ້າງ​ກຳລັງ​ເຫຼົ່າ​ຮົບ​ທະຫານ​ຊາຍແດນໃຫ້​ ເປັນ​ກຳລັງ​ທີ່​ມີ​ແບບແຜນ​ທັນ​ສະໄໝ ສະຫາຍຍັງ​ໄດ້​ແໜ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍການ​ສືບຕໍ່​ຊີ້​ນຳ-ນຳພາ, ພະນັກງານ-ນັກຮົບ ພ້ອມ​ດ້ວຍ​ຄູ-ອາ ຈານ ແລະ ນັກຮຽນ​ທີ່​ມາ​ຮຽນ​ຢູ່​ໂຮງຮຽນ​ທະຫານ​ຊາຍ​ແດນ​ນີ້ ສ້າງ​ໃຫ້​ກາຍເປັນ​ພະນັກງານ-ນັກຮົບ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ ເພື່ອ​ເຮັດ​ກຳລັງ​ເຫຼົ່າ​ຮົບ​ທະ ຫານ​ຊາຍ​ແດນ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ແຫຼ່ງທີ່ມາ: ບຸນເກີດ
ວັນທີ 16/01/2023