ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ບົ່ງ​ຕົວ​ແຕ່ງຕັ້ງ​ຮອງ​ເລຂາ, ກຳມະການ​ຄະນະ​ພັກ, ຮອງ​ຫົວໜ້າ​ການ ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ


   ວັນ​ທີ 9 ກຸມພາ 2023 ນີ້, ໄດ້​ຈັດ​ພິທີ​ປະກາດ​ບົ່ງ​ຕົວ​ແຕ່ງຕັ້ງຮອງ​ເລຂາ, ກຳມະການ​ຄະນະ​ພັກ, ຮອງ​ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ ແຂວງ​ຄຳ​ມ່ວນ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຮອງ​ຫົວໜ້າ​ກົມ​ ໃຫຍ່​ການເມືອງ​ກອງທັບ, ສະຫາຍ ພົນ​ຈັດຕະວາ ສົມ​ແຄນ ອັບປະສອນ ກຳມະການ​ປະຈຳ​ພັກ​ແຂວງ, ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ກອງ​ບັນຊາ ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ມີ​ຄະນະ​ຈັດ​ຕັ້ງ​ແຂວງ, ຫ້ອງ​ວ່າການ​ປົກຄອງ, ​ປກສ, ຄະນະ​ພັກ-ຄະນະ​ບັນຊາອົງການ 5 ຫ້ອງ, ພະແນກການ​ທີ່​ກ່ຽວຂ້ອງ, ກົມ​ກອງ​ຮາກ​ຖານເຂົ້າ​ຮ່ວມ. ສະຫາຍ ນາງ ມຸນທາ ລັດ​ຖະຈັກ ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ແຂວງ​ຄຳ​ມ່ວນ ໄດ້​ຜ່ານ​ມະຕິ​ຕົກລົງຂອງ​ຄະນະ​ປະຈຳ​ພັກ​ແຂວງ ​ ຄຳ​ມ່ວນ ວ່າ​ດ້ວຍ​ ການ​ບົ່ງ​ຕົວແຕ່ງຕັ້ງ​ກຳມະການ​ຄະນະ​ປະຈຳ​ພັກ, ຮອງ​ເລຂາ​ຄະນະ​ພັກ ແລະ ກຳມະການ​ຄະນະ​ພັກ ກອງບັນຊາ​ການ​ທະຫານ​ແຂວງ​ຄຳ​ ມ່ວນ.

     ໃນ​ນີ້, ຕົກລົງ​ບົ່ງ​ຕົວ ແຕ່ງຕັ້ງ ສະຫາຍ ພັນ​ເອກ ບຸນ​ເລີດ ບຸບຜາ​ວັນ ເປັນ​ກຳມະການ​ຄະນະ​ປະຈຳ​ພັກ, ຮອງ​ເລຂາ​ຄະນະ​ພັກ, ສະຫາຍ ພັນ​ເອກ ບຸນ​ຍົງ ແກ້ວ​ມະນີ ເປັນ​ກຳມະການ​ຄະນະ​ພັກ ກອງບັນຊາ​ການ​ທະຫານ​ແຂວງ​ຄຳມ່ວນ. ຈາກ​ນັ້ນ, ສະຫາຍ ພົນ​ຈັດຕະວາ ສີ​ທາ ດວງ​ມະ​ລາ ຫົວໜ້າ​ກົມ​ພະນັກງານ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍການ​ແຕ່ງຕັ້ງ ຮອງ​ຫົວໜ້າ​ການ​ທະຫານ, ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ ການ, ຮອງ​ຫົວໜ້າ​ຫ້ອງການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ກະຊວງ​ປ້ອງ​ກັນ​ປະເທດ​ຕົກລົງແຕ່ງຕັ້ງ ສະຫາຍ ພັນ​ໂທ ສົມພານ ເມືອງ​ຈັນ ເປັນ​ ຮອງ​ຫົວໜ້າການທະຫານ ທັງ​ເປັນ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ, ສະຫາຍ ພັນ​ໂທ ໂພ​ຄູນ ສຸພັນ​ນາ ເປັນ​ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ແລະ ສະຫາຍ ພັນ​ໂທ ບຸນ​ສອງ ສີດາ​ຄຳ ເປັນ​ຮອງ​ຫົວໜ້າ​ຫ້ອງການ ແລະ ບໍລິຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ.

    ໂອກາດ​ນີ້, ສະຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຜົນງານ ຕໍ່​ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່ ຈົ່ງຍົກ​ສູງ​ຄວາມ​ຮັບຜິດຊອບ ​ ໜ້າທີ່​ການເມືອງ​ທີ່​ການຈັດຕັ້ງ​ຂັ້ນ​ເທີ່ງ​ມອບ​ໝາຍ​ໃຫ້​ສູງ​ເດັ່ນ, ສືບຕໍ່ນຳພາ-ຊີ້​ນຳ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ພາຍ​ໃນ​ ກົມ​ກອງຢ່າງກວ້າງຂວາງ, ສ້າງ​ບາດກ້າວ​ບຸກ​ທະລຸ​ທາງ​ດ້ານ​ຈິນຕະນາການ​ອັນ​ໃໝ່ ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທ ນາ​ປະເທດ​ຊາດ, ເພີ່ມ​ທະວີ​ຄວາມ​ເປັນ​ເອກະ​ພາບ​ສູງ​ເຮັດ​ວຽກ​ເປັນໝູ່​ຄະນະ​ແບ່ງ​ໃຫ້​ບຸກຄົນ​ຮັບຜິດຊອບ​ໃນ​ການ​ຄົ້ນ​ຄວ້າ, ຕັດສິນ​ບັນຫາ​ຕ່າງໆ, ປະຕິບັດ​ ແບບແຜນ​ວິທີ​ເຮັດ​ວຽກ​ຕາມ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ​ຢ່າງ​ເຂັ້ມ​ງວດ, ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມ​ຂອງ​ກົມ​ກອງ​ໃຫ້​ດີ​ຂຶ້ນ, ເອົາໃຈໃສ່​ໃນ​ການ​ ດຳເນີນ​ຊີວິດ​ການເມືອງ​ໃຫ້​ເຂັ້ມແຂງ, ກ້າ​ຕຳ​ນິຕິ​ຊົມ​ຊ່ວຍເຫຼືອ​ກໍ່ສ້າງ​ເຊິ່ງ​ກັນ ແລະ ກັນ ດ້ວຍ​ຄວາມ​ຈິງ​ໃຈ, ຍົກ​ສູງ​ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ. ພ້ອມ​ກັນ​ນັ້ນ, ກໍ​ຕ້ອງ​ເອົາໃຈໃສ່​ປັບປຸງ​ແລະ​ພັດທະນາ​ກົມ​ກອງ​ໃຫ້​ມີ​ແບບແຜນ​ແລະ​ທັນ​ສະໄໝ​ເປັນ​ກ້າວໆ.

ແຫຼ່ງທີ່ມາ: ເກດ​ມະນີ ສຸວັນນະ​ລາດ
ວັນທີ 15/02/2023