ປະກາດການແຕ່ງຕັ້ງຮອງຫົວໜ້າ ກົມ ວສ-ປສ ການທະຫານ
ໃນວັນທີ 10 ກຸມພາ 2023 ນີ້, ກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າກົມ
ວສ-ປສ ການທະຫານ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ 4 ກົມໃຫຍ່ອ້ອມ
ຂ້າງກະຊວງປ້ອງກັນປະເທດ, ຫົວໜ້າກົມ, ຮອງຫົວໜ້າກົມ, ພະແນກການ ແລະ ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າ ດ້ວຍການແຕ່ງຕັ້ງຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານໂດຍ ອີງຕາມກົດໝາຍນາຍທະຫານ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະ ຫານ, ອີງຕາມທິດທາງການປັບປຸງບູລະນະການຈັດຕັ້ງນຳພາບັນຊາໃນກຳລັງປະກອບອາວຸດໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ດັ່ງນັ້ນ ເພື່ອເຮັດສຳເລັດ ໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກະຊວງປ້ອງກັນປະເທດຈຶ່ງຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ເປັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ.
ໃນໂອກາດດັ່ງກ່າວ, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ສະແດງຄວາມຊົມເຊີຍຕໍ່ສະຫາຍທີ່ໄດ້ຮັບການມອບໝາຍໜ້າທີ່ໃໝ່ ແລະ ໄດ້ເນັ້ນໜັກ ໃຫ້ເອົາໃຈໃສ່ ນຳພາ-ຊີ້ນຳ ຢ່າງມີຫົວຄິດປະດິດສ້າງ, ມີແບບແຜນທັນສະໄໝ ແລະ ສ້າງຄວາມສາມັກຄີພາຍໃນ, ເຮັດວຽກເພື່ອສ່ວນລວມຕາມການ ມອບໝາຍ ແລະ ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ກໍຄືກອງທັບ ແລະ ປະຊາຊົນມອບໝາຍໃຫ້ຢ່າງໜັກແໜ້ນເຂັ້ມແຂງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/02/2023