ຮອງລັດຖະມົນຕີກະຊວງປ້ອງກັນປະເທດລົງກວດກາສະຖານທີ່ ຈະກໍ່ສ້າງກອງບັນຊາການທະຫານເມືອງສຳພັນ
ໃນວັນທີ 8 ກຸມພາ 2023 ນີ້, ສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ,
ໄດ້ລົງກວດກາສະຖານ
ທີ່, ທີ່ຈະກໍ່ສ້າງກອງບັນຊາການທະຫານເມືອງສຳພັນ, ແຂວງຜົ້ງສາລີ, ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພັນເອກ ຊຽງເພັງ ຫົວໜ້າການທະຫານ ກອງບັນ
ຊາການທະຫານແຂວງຜົ້ງສາລີ, ມີຄະນະພັກເມືອງສຳພັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການກໍ່ສ້າງກອງບັນຊາການທະຫານເມືອງສຳພັນ ແມ່ນຈະເລີ່ມລົງມືກໍ່ສ້າງໃນທ້າຍເດືອນ ກຸມພາ ປີ 2023 ແລະ ຄາດກະຈະສຳເລັດໃນໄລຍະ 18 ເດືອນ, ໂຄງການກໍ່ສ້າງເປັນອາຄານເບຕົງເສີມເຫຼັກ 3 ຊັ້ນ, ມີຂະໜາດ 12x32,7m, ໂດຍແມ່ນທຶນຊ່ວຍເຫຼືອຂອງກອງທັບປະຊາຊົນຫວຽດນາມ ແລະ ມອບໃຫ້ບໍລິສັດຮ່ວມມືສາກົນ 705 ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ, ລວມມູນຄ່າການກໍ່ສ້າງທັງໝົດ 10 ຕື້ກວ່າ ກີບ.
ຈາກນັ້ນ, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປກວດກາການສ້ອມແປງເສັ້ນທາງແຕ່ບ້ານຜົ້ງກູ້ ຫາ ບ້ານຄຳ
ແສນ ເມືອງສຳພັນ ແຂວງຜົ້ງສາລີ, ໄລຍະທາງການສ້ອມແປງມີຄວາມຍາວ 37 ກິໂລແມັດ, ໂຄງການສ້ອມແປງເສັ້ນທາງດັ່ງກ່າວ ແມ່ນມອບໃຫ້ບໍລິສັດ
ພອນມະລິ ກໍ່ສ້າງຄົບວົງຈອນຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ການກໍ່ສ້າງແມ່ນໄດ້ດຳ ເນີນມາແຕ່ວັນທີ 11 ມັງກອນ 2023, ມາຮອດປັດຈຸບັນສາ
ມາດປະຕິບັດໜ້າວຽກໄດ້ດັ່ງນີ້: ບຸກເບີກໜ້າດິນ ແລະ ຕັດສະຫຼົບໄດ້ 16 ກິໂລແມັດ, ຕັດສະຫຼົບ 10 ກິໂລແມັດ, ວາງທໍ່ລະບາຍນ້ຳລອດທາງ 80 ມມ
ໄດ້ 29 ຈຸດ, ວາງທໍ່ລະບາຍນ້ຳລອດທາງ 100 ມມ ໄດ້ 10 ຈຸດ, ວຽກດິນຕັດເປີດກວ້າງຂະຫຍາຍໜ້າທາງໄດ້ 150 ແມັດ ແລະ 100 ແມັດ. ໂອກາດທີ່
ເດີນທາງມາເຮັດວຽກຄັ້ງນີ້, ສະຫາຍ ພົນຕີ ວົງຄຳ ພົມມະກອນ ພ້ອມຄະນະ ແລະ ກຸ່ມບໍລິສັດ ຍອດຈະເລີນກໍ່ສ້າງຈຳກັດ ຍັງໄດ້ມອບເງິນສົດພາກສ່ວນ
ລະ 10.000.000 ກີບ, ໃຫ້ອົງການປົກຄອງບ້ານແສນຄຳ ເພື່ອນຳໄປໝູນໃຊ້ເຂົ້າໃນການພັດທະນາບ້ານຊ່ອງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມຈະເລີນສີວິໄລໃນຕໍ່ໜ້າ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/02/2023