ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ໂຮງພິມ​ກອງທັບ ຄົບຮອບ 60 ປີ


    ພິທີ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ໂຮງພິມ​ກອງທັບ ຄົບຮອບ 60 ປີ (12 ທັນວາ 1962-12 ທັນວາ 2022) ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 9 ທັນວາ 2022 ນີ້, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ແຂກ​ຖືກ​ເຊີນ​ຈາກ​ພາກສ່ວນ​ຕ່າງໆ, ພະນັກ ງານ​ບຳນານ, ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງພິມ​ກອງທັບ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ.

     ສະຫາຍ ພັນ​ເອກ ລະຄອນ​ແກ້ວ ແກ້ວ​ກິນ​ນາລີ ອຳນວຍການ​ໂຮງພິມ​ກອງທັບ ໄດ້ຫວນຄືນ​ປະຫວັດ​ມູນເຊື້ອ​ແຫ່ງ​ການ​ກຳເນີດ, ເຕີບ​ໃຫຍ່​ຂະຫຍາຍ ຕົວ​ຂອງ​ໂຮງພິມ​ກອງທັບ, ລວມ​ທັງຜົນງານ​ທີ່​ຍາດ​ມາ​ໄດ້ຕະຫຼອດ​ໄລຍະ 60 ປີ ຜ່ານ​ມາ. ໂຮງພິມ​ກອງທັບ​ໄດ້​ຮັບ​ການ​ປະກາດສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 12 ທັນວາ 1962 ໂດຍ​ແມ່ນ​ ທ່ານ ສະໝານ ວິ​ຍະ​ເກດ ຫົວໜ້າ​ຫ້ອງ​ການເມືອງ​ກອງ​ບັນຊາການ​ສູງສຸດ ກອງທັບ​ປົດ​ປ່ອຍປະຊາຊົນລາວ ເປັນ​ຜູ້​ປະກາດ​ສ້າງ ຕັ້ງ, ລະບົບ​ການຈັດຕັ້ງ​ໃນ​ເວລານັ້ນເອີ້ນວ່າ “ຈຸ​ພິມ” ທີ່​ຂຶ້ນ​ກັບ​ພະ​ແນກ​ໂຄສະນາ​ອົບຮົມ​ຂອງ​ຫ້ອງການເມືອງ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ລາວ, ມີ​ພາລະ​ບົດ ບາດ​ໃນ​ການ​ພິມ​ເອກະສານ​ການເມືອງ​ຮັບ​ໃຊ້​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ລາວ, ພິມ​ຂ່າວ​ປະຈຳ​ອາທິດ ແລະ ຂ່າວ​ປະຈຳ​ເດືອນ​ລົງ​ສູ່ແນວ​ໜ້າ ກໍ​ຄື​ ແນວ​ຫຼັງ ​ເຂດ​ປົດ​ປ່ອຍໃນທົ່ວປະເທດ, ພິມ​ໃບ​ປິວ ແລະ ຄຳ​ຮຽກຮ້ອງ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ລົງ​ເຂດ​ຄວບ​ຄຸມ​ຊົ່ວຄາວ​ຂອງ​ສັດຕູ. ນັບ​ແຕ່​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ ໂຮງ ພິມ​ກອງທັບກໍ​ໄດ້​ຮັບ​ການ​ມອບ​ໝາຍ​ໜ້າທີ່​ອັນ​ສຳຄັນຈາກ​ ພັກ-ລັດ ແລະ ກອງ​ບັນຊາການສູງ​ສຸດ​ໃນ​ເວລາ​ນັ້ນ ກໍ​ຄື​ກອງທັບ​ປະຊາຊົນ​ລາວ​ໃນ​ປັດຈຸບັນ
ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ວິຊາສະເພາະ​ຮັບປະກັນ​ໃຫ້​ແກ່​ການ​ພິມ​ໜັງສືພິມ​ກອງທັບ, ພິມ​ປຶ້ມ​ເອກະສານ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຂັ້ນ​ຕ່າງໆ, ປຶ້ມ​ປະ ຫວັດ​ມູນເຊື້ອ​ຂອງ​ກອງທັບ, ຂອງ​ບັນດາ​ກົມ​ກອງ​ເຫຼົ່າ​ຮົບ, ພິມເອກະສານສຳຄັນ​ຂອງ​ ພັກ-ລັດ, ຂອງກອງທັບ ແລະ ສັງຄົມທົ່ວ​ໄປ​ທີ່​ມາ​ໃຊ້ບໍລິການ, ໄປ​ ຄຽງ​ຄູ່​ກັບ​ການ​ປະຕິບັດ​ໜ້າທີ່​ການເມືອງ​ຂອງໂຮງພິມ​ກອງທັບ​ໃນ​ແຕ່​ລະ​ໄລຍະ​ນັ້ນ, ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງພິມ​ແຕ່​ລະຮຸ່ນໄດ້​ເອົາໃຈໃສ່​ປັບປຸງ ກໍ່ສ້າງຖັນແຖວພະນັກງານ​ວິຊາ​ສະເພາະດ້ວຍການ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ, ໄດ້​ຮັບ​ການ​ປະກອບ​ເຄື່ອງ​ຈັກ​ພິມ​ທີ່​ທັນ ​ ສະໄໝ​ເຂົ້າ​ໃນ​ການ​ພິມ, ເອົາໃຈໃສ່​ເຝິກອົບຮົມ​ກໍ່ສ້າງ​ພະນັກງານ​ວິຊາ​ສະເພາະໃຫ້​ສາມາດ​ນຳ​ໃຊ້​ເຄື່ອງ​ຈັກ​ທີ່​ນຳ​ໃຊ້ໃນ​ການ​ພິມ​ແຕ່​ລະ​ໄລຍະ, ພ້ອມ​ທັງຄົ້ນ
ຄວ້າ​ປັບປຸງ​ຄຸນ​ນະ​ພາບ-ເຕັກນິກ​ການ​ພິມໃຫ້​ມີ​ສີສັນ​ສວຍ​ງາມ, ເຊິ່ງ​ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ໄດ້​ດີ​ຕອດ​ມາ. ຕະຫຼອດ​ໄລຍະ 60 ປີຜ່ານ​ມາ, ໂຮງພິມ​ກອງທັບໄດ້​ປະກອບສ່ວນ​ສ້າງ​ຜົນງານ​ຫຼາຍ​ດ້ານໃຫ້​ແກ່​ພັກ-ລັດ, ກອງທັບ ກໍ​ຄື​ສັງຄົມ ໃນ​ການ​ເປັນ​ກະບອກ​ສຽງ​ອັນ​ສຳຄັນ​ຕໍ່​ວຽກ​ງານ ​ປຸກລະດົມ, ໂຄສະນາ, ຂົນຂວາຍ, ສຶກ​ສາອົບຮົມ​ການເມືອງ-ນຳພາແນວຄິດໃຫ້​ກຳລັງ​ປະກອບ​ອາວຸດ ແລະ ສັງຄົມ, ໄດ້​ປະກອບສ່ວນ​ຊ່ວຍເຫຼືອ​ສັງຄົມ​ໃນ ​ຮູບ​ແບບ​ຕ່າງໆ ຄິດ​ເປັນ​ເງິນ 250 ລ້ານ​ກວ່າ​ກີບ, ເຊິ່ງ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພັກ-ລັດ, ຂັ້ນ​ເທິງ​ຫຼາຍ​ລະດັບ ແລະ ໃນ​ໂອກາດ​ສະເຫຼີມສະຫຼອງວັນສ້າງຕັ້ງ​ ໂຮງພິມ​ກອງທັບ ຄົບຮອບ 60 ປີ, ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ ກໍ​ໄດ້​ເປັນ​ກຽດ​ປະດັບ​ຫຼຽນ​ໄຊ​ພິລະ​ ອາດ​ຫານ​ຊັ້ນ II ໃຫ້​ແກ່​ໂຮງພິມ​ກອງທັບ ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ​ປົກ​ປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ມູນເຊື້ອ​ປະຕິວັດ​ຂອງກົມ​ກອງ ໃນ​ໄລຍະ​ຜ່ານ​ມາ ຢ່າງ​ສົມກຽດ.

     ໂອກາດ​ນີ້, ສະຫາຍ​ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ສະແດງ​ຄວາມ​ຍ້ອງຍໍຊົມເຊີຍ​ຕໍ່​ການ​ກຳເນີດ​ເຕີບ​ໃຫຍ່ຂະຫຍາຍຕົວ ແລະ ຜົນງານທີ່​ ໂຮງພິມ​ກອງທັບ​ຍາດ​ມາ​ໄດ້​ຕະຫຼອດ​ໄລຍະ 60 ປີຜ່ານມາ, ພ້ອມ​ທັງ​ມີ​ຄຳ​ເຫັນ​ໂອ້​ລົມຮຽກຮ້ອງໃຫ້​ຄະນະ​ພັກ-ຄະນະ​ອຳນວຍການ​ໂຮງພິມ​ກອງທັບ ຕັ້ງໜ້າ ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ, ເອົາໃຈໃສ່​ເຝິກແອບ​ຮໍ່າຮຽນ​ການເມືອງ, ການ​ທະຫານ ແລະ ວິຊາ​ສະເພາະຂອງ​ກົມ​ກອງໃຫ້ມີ ການ​ຮັບປະກັນ​ດີ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃຫ້​ແໜ້ນ​ແຟ້ນ​ກວ້າງຂວາງ, ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ທຸກ​ຂົງເຂດ​ວຽກ​ງານ, ສືບຕໍ່​ກໍ່ສ້າງພະນັກງານ​ວິຊາ​ ການສືບທອດ​ປ່ຽນ​ແທນ​ໃຫ້​ມີ​ຄຸນ​ນະ​ພາບ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້​ສອດຄ່ອງ, ເປັນ​ເຈົ້າ​ການ​ປະຕິບັດ​ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ດຸໝັ່ນ​ປະດິດ​ສ້າງ​ການ​ພິມ​ໃຫ້​ສາມາດ​ແຂ່ງຂັນ​ກັບ​ໂຮງພິມ​ອື່ນ​ໄດ້, ສ້າງ​ຄວາມ​ສົນໃຈ​ເພື່ອ​ດຶງ​ດູດລູກ​ຄ້າ​ໃຫ້​ຫຼາຍ​ຂຶ້ນ ແລະ ສ້າງລາຍ​ຮັບ​ໃຫ້​ໄດ້​ຫຼາຍ​ກວ່າ​ເກົ່າ, ສືບຕໍ່​ປະຕິບັດແນວທາງການ​ຕ່າງປະເທດຂອງພັກ ໂດຍ​ສະເພາະ​ເພື່ອນ​ມິດຍຸດ​ທະ​ສາດ ພິເສດ​ແມ່ນ​ກອງທັບປະຊາຊົນ​ ຫວຽດນາມ ແລະ ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ໃນ​ຂົງເຂດ​ວິຊາ​ສະເພາະ ແລະ ສືບຕໍ່​ພົວພັນ​ກັບ​ອົງການ​ສິ່ງ​ພິມ​ຂອງ​ລັດ ເພື່ອ​ແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ​ໃຫ້​ເປັນ​ປົກກະຕິ.

ແຫຼ່ງທີ່ມາ: ນາງ ຍ້ອມເພັດ
ວັນທີ 12/12/2022