ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ຄະນະ​ປະສານ​ງານ​ຮ່ວມ​ມື​ ສອງ​ກອງທັບ ລາວ-ຈີນ, ຈີນ-ລາວ ຄັ້ງ​ທີ 8


  ໃນ​ວັນ​ທີ 8 ກຸມພາ 2023 ນີ້, ຢູ່​ທີ່​ສະໂມສອນ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນເທດ ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ປະສານ​ງານ​ຮ່ວມ​ມື​ສອງ​ກອງທັບ ລາວ-ຈີນ, ຈີນ-ລາວ ຄັ້ງ​ທີ 8 ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດກຳມະການ​ຄະນະ​ປະຈຳ​ພັກ​ກະຊວງຫົວໜ້າ​ຫ້ອງ​ວ່າການ​ກະຊວງ ປ້ອງ​ກັນ​ປະເທດ, ສະຫາຍ ພົນ​ຕີ ຈາງ ປາວ​ສຸນ ຮອງ​ຫົວໜ້າ​ຫ້ອງການ​ຮ່ວມ​ມື​ການ​ທະຫານ​ສາກົນ, ຄະນະ​ກຳມະການ​ທະຫານ​ສູນ​ກາງ​ກອງທັບ​ປົດ​ປ່ອຍ​ປະ ຊາຊົນ​ຈີນ ພ້ອມ​ດ້ວຍ​ຄະນະ ແລະ ວິຊາ​ການ​ທີ່​ກ່ຽວ​ຂ້ອງ​ທັງ​ສອງ​ກອງທັບ​ເຂົ້າ​ຮ່ວມ.

   ໃນ​ກອງ​ປະຊຸມ, ​ສອງ​ຝ່າຍໄດ້​ພົບ​ປະ​ແລກປ່ຽນຕີ​ລາຄາ​ຄືນ​ສະພາບ​ວຽກ​ງານ​ດ້ານ​ຕ່າງໆ ທີ່ໄດ້​ຮ່ວມ​ມື​ກັນ​ຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາບົນ​ພື້ນຖານ​ ການ​ພົວພັນ​ອັນ​ດີລະຫວ່າງສອງ​ຊາດ, ສອງ​ພັກ​ກໍ​ຄື​ສອງ​ກອງທັບ ລາວ-ຈີນ. ໃນ​ໄລຍະ​ຜ່ານ​ມາການ​ປະຕິບັດ​ແຜນ​ງານ​ຮ່ວມ​ມື​ລະຫວ່າງສອງ​ກະຊວງ​ປ້ອງ​ກັນ ​ປະເທດ ລາວ-ຈີນ, ຈີນ-ລາວ ໄດ້​ປະສົບ​ຜົນສຳເລັດ​ຫຼາຍ​ດ້ານເປັນຕົ້ນການ​ຮ່ວມ​ມື​ໃນ​ການ​ເຝິກຊ້ອມ​ກອບ​ກູ້​ໄພພິບັດ​ທາງ​ທຳ​ມະ​ຊາດ​ເພື່ອ​ມະນຸດສອງ​ກອງ ທັບ ລາວ-ຈີນ “ຂະ​ບວນ​ລົດໄຟ​ສັນຕິພາບ 2022“.

ນອກ​ນີ້, ໄດ້​ຮັບ​ການ​ຊ່ວຍ​ທາງ​ດ້ານ​ຊ່ຽວຊານ​ຂອງ​ຈີນ ໃນ​ການ​ຍົກ​ສູງ​ທາງ​ດ້ານ​ວິຊາ​ການ​ໃນ​ກອງທັບ​ປະຊາຊົນ​ລາວເປັນຕົ້ນ​ແມ່ນ​ຊ່ຽວຊານ​ດ້ານ​ການ​ແພດ ປະຈຳ​ຢູ່​ໂຮງໝໍ​ສູນ​ກາງ 103 ກອງທັບ ແລະ ບັນດາ​ວິທະຍາຄານ​ຂອງ​ກອງທັບ​ປະຊາຊົນ​ລາວ, ກົນ​ໄກ​ການຈັດຕັ້ງ​ປະຕິບັດ​ອະນຸ​ສັນຍາ​ໄດ້​ມີ​ຄວາມ​ກົມກຽວ
​ກັນ, ມີ​ການ​ປະສານ​ສົມທົບ​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ປະ​ສິດທິ​ຜົນ​ດີບົນ​ຈິດ​ໃຈ ຄວາມ​ສາມັກຄີ ແລະ ການ​ຮ່ວມ​ມືລະຫວ່າງສອງ​ຊາດ, ສອງ​ກອງທັບ ລາວ-ຈີນ, ຈີນ-ລາວ ພ້ອມ​ດຽວກັນ​ນີ້ທັງ​ສອງ​ຝ່າຍ​ຍັງ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບເນື້ອ​ໃນ, ແຜນການ​ພົວພັນ​ຮ່ວມ​ມື​ກັນຂອງ​ສອງ​ກອງທັບ ລາວ-ຈີນ, ຈີນ- ລາວ ປະຈຳ​ປີ 2023.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/02/2023