ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສູນ​ກາງ​ແນວ​ລາວ​ສ້າງ​ຊາດປາຖະກະຖາ​ວັນ​ສ້າງຕັ້ງ​
ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ


    ວັນ​ທີ 7 ກຸມພາ 2023 ນີ້, ສູນ​ກາງ​ແນວ​ລາວ​ສ້າງ​ຊາດໄດ້​ປາຖະກະຖາ​ມູນເຊື້ອວັນສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023) ໂດຍການປາ ຖະກະຖາ​ຂອງ ສະຫາຍ ພົນຕີ ວໍລະ​ສານ ວິລັດ​ດາ​ວົງ ຮອງຫົວໜ້າ​ກົມ​ໃຫຍ່ການເມືອງກອງທັບ, ມີ ທ່ານ ​ນາງ ສີ​ພະຈັນ ນານ​ ທະ​ວົງສາ ຮອງປະທານສູນກາງແນວ​ລາວ​ສ້າງ​ຊາດ, ມີຫົວໜ້າ​ກົມ-ຮອງ​ກົມ ພ້ອມ​ດ້ວຍ​ພະນັກງານ-ລັດຖະກອນ ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ໄດ້​ຫວນ​ຄືນ​ມູນເຊື້ອ​ປະຫວັດ​ການ​ກຳເນີດຂອງ​ກອງ ທັບ​ປະຊາຊົນ​ລາວ, ຜົນງານ, ໄຊຊະນະ ແລະ ການເຕີບ​ໃຫຍ່ຂະຫຍາຍຕົວໃນ ແຕ່​ລະ​ໄລຍະໂດຍ​ສະເພາະ​ໄລຍະ​ດຳເນີນ​ການ​ປະຕິວັດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ໄລຍະປະຕິ ບັດ​ສອງ​ໜ້າທີ່​ຍຸດ​ທະສາດປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະ ເທດ​ຊາດ. 20 ມັງກອນ 1949 ຜ່ານ​ຍ່ານ​ທາງ​ແຫ່ງການ​ສ້າງຕັ້ງ, ສູ້​ຮົບ​ມີ​ໄຊ ແລະ ເຕີບ​ໃຫຍ່​ຂະຫຍາຍຕົວ​ພາຍໃຕ້ການນຳພາ​ອັນ​ປີ​ຊາ​ສາມາດ​ສະຫຼາດ ​ ສ່ອງ​ໃສ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ກອງທັບ​ປະຊາຊົນປະຕິວັດລາວ ໄດ້​ຜ່ານ​ຜ່າ​ອຸປະ ສັກ​ນາໆ​ປະການບໍ່​ຈັກ​ວ່າ​ເທົ່າໃດ ແລະ ເຕັມ​ໄປ​ດ້ວຍ​ການ​ເສຍ ສະຫຼະ​ອັນ​ໃຫຍ່​ຫຼວງ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດເຮັດ​ສຳເລັດ​ພາລະ​ກຳ​ປະຫວັດສາດ​ທີ່​ພັກ ແລະ ປະຊາຊົນ​ມອບ​ໝາຍໃຫ້ຢ່າງ​ມີ​ໄຊ.

    ຕະຫຼອດ​ໄລຍະ​ເວລາ​ແຫ່ງ​ການ​ກຳເນີດ, ສູ້​ຮົບ​ມີ​ໄຊ​ເຕີບ​ໃຫຍ່​ຂະຫຍາຍຕົວ 74 ປີຜ່ານມາກອງ ທັບ​ພວກ​ເຮົາ​ໄດ້​ເຮັດ​ສຳເລັດ​ພາລະກິດ​ອັນ​ຍິ່ງ​ໃຫຍ່ ແລະ ສ້າງ​ຜົນງານ​ດີເດັ່ນ ແລະ ວິລະ​ກຳ​ອັນ​ລ້ຳ​ເລີດ​ໄວ້​ໃນ​ໜ້າ​ປະຫວັດສາດ​ຢ່າງ​ສົມ​ກຽດ, ກອງທັບ​ຍາມ​ໃດ​ກໍ​ນຳ​ໜ້າ​ທຸກ​ວຽກ​ງານ, ເດັດດ່ຽວ​ຜ່ານ​ຜ່າ​ອຸປະສັກ ເຮັດ​ສຳເລັດ​ໜ້າທີ່ຕີ​ເອົາ​ຊະນະ​ສັດຕູ​ທຸກ​ໂຕ ສົມ​ແລ້ວ​ທີ່​ເປັນ​ກຳລັງ​ແກ່ນສານ​ທີ່​ເຂັ້ມແຂງ​ຂອງ​ການ​ປະຕິວັດເປັນ​ເຄື່ອງມື​ອັນ​ແຫຼມ​ຄົມ​ຂອງ​ພັກ ແລະ ເປັນ ​ກອງທັບ​ວິລະ​ຊົນ​ຂອງ​ຊາດ​ລາວ.

ແຫຼ່ງທີ່ມາ: ອານຸສອນ ສິມວົງສາ
ວັນທີ 08/02/2023