ເຊັນບົດບັນທຶກຄວາມເຂົ້າໃຈ MOU ສ້າງຕັ້ງບໍລິສັດພັດທະນາ
ອຸດສາຫະກຳລົດຍົນ ແລະ ກົນຈັກການກະເສດ
ວັນທີ 3 ມີນາ 2023, ກົມໃຫຍ່ເຕັກນິກກອງທັບ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ສ້າງຕັ້ງບໍລິສັດພັດທະນາອຸດສາຫະກຳລົດຍົນ ແລະ ກົນ
ຈັກການກະເສດ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກ
ກອງທັບ, ມີສະຫາຍ ລີເຟີງ ປະທານບໍລິສັດລາວບໍລິຄຳໄຊ ACTS ຈຳກັດ, ມີຄະນະພັກ-ຄະນະບັນຊາ ກົມອຸດສາຫະກຳປ້ອງກັນຊາດ, ກົມຄຸ້ມຄອງລົດ,
ກົມເສດຖະກິດ, ພະແນກການ ຕະຫຼອດຮອດພະນັກງານທັງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງລິດ ແກ້ວມີໄຊ ຫົວໜ້າພະແນກບໍລິຫານ-ສັງລວມ ກົມເສດຖະກິດ ໄດ້ຜ່ານບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການ ຮ່ວມມືສ້າງຕັ້ງບໍລິສັດຮຸ້ນສ່ວນພັດທະນາອຸດສາ ຫະກຳລົດຍົນ ແລະ ອຸປະກອນເຄື່ອງຈັກການກະເສດລະຫວ່າງ ກົມໃຫຍ່ເຕັກນິກກອງທັບ ກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ແລະ ບໍລິສັດລາວບໍລິຄຳໄຊ ACTS ຈຳກັດ.
ອີງຕາມໜັງສືເຈດຈຳນົງຂອງບໍລິສັດລາວບໍລິຄຳໄຊ ACTS ຈຳກັດ, ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະປຶກສາ ຫາລືຮ່ວມກັບບໍລິສັດລາວບໍລິຄຳໄຊ ACTS ຈຳກັດ ເພື່ອສ້າງຕັ້ງບໍລິສັດພັດທະນາອຸດສາຫະກຳລົດຍົນ ແລະ ກົນຈັກການກະເສດ. ທັງສອງຝ່າຍໄດ້ຕົກລົງ ເຫັນດີຮ່ວມກັນ ໃນດ້ານຫຼັກການກ່ຽວກັບການຮ່ວມມືສ້າງຕັ້ງບໍລິສັດຮຸ້ນສ່ວນພັດທະນາອຸດສາຫະກຳລົດຍົນ ແລະ ອຸປະກອນເຄື່ອງຈັກການກະເສດ ເພື່ອ ສ້າງຕັ້ງໂຮງງານຜະລິດ, ປະກອບ ແລະ ຈຳໜ່າຍລົດຍົນ ຢູ່ ສປປ ລາວ ເພື່ອສົ່ງອອກ ແລະ ຈຳໜ່າຍຢູ່ພາຍໃນປະເທດ. ໂດຍຖືກຕ້ອງສອດຄ່ອງກັບລະບຽບ ກົດໝາຍຂອງ ສປປ ລາວ ທັງນີ້, ເພື່ອສ້າງແຫຼ່ງລາຍຮັບໃຫ້ແກ່ກະຊວງປ້ອງກັນປະເທດ, ບໍລິສັດ ແລະ ສ້າງເສດຖະກິດຂອງປະເທດໃຫ້ມີຄວາມເຂັ້ມແຂງ. ທັງສອງຝ່າຍຍັງໄດ້ມີການປະກອບຄຳຄິດເຫັນຕໍ່ບົດບັນທຶກເຈດຈຳນົງຢ່າງກົງໄປກົງມາ, ເຊິ່ງມີລັກສະນະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ພ້ອມທັງ, ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ MOU ສ້າງຕ້ັງບໍລິສັດພັດທະນາອຸດສາຫະກຳລົດຍົນ ແລະ ກົນຈັກການກະເສດ ໂດຍການຕາງໜ້າກົມໃຫຍ່ເຕັກ ນິກກອງທັບ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂອງສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ແລະ ບໍ ລິສັດຂອງ ສະຫາຍ ລີເຟີງ ປະທານບໍລິສັດລາວບໍລິຄຳໄຊ ACTS ຈຳກັດ.
ແຫຼ່ງທີ່ມາ: ຄໍາສອນ ພົມໄຊຍາ
ວັນທີ 07/03/2023