ປິດຊຸດອົບຮົມວຽກງານ ປກຊ-ປກສ ທົ່ວນະຄອນຫຼວງວຽງຈັນ
ພິທີປິດຊຸດອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ພະນັກ ງານ (ເປົ້າໝາຍ 3) ທົ່ວນະຄອນຫຼວງວຽງຈັນ ຊຸດທີ II
ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2023 ຢູ່ທີ່ສະໂມສອນກອງບັນຊາການທະຫານນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ
ໄພວັນ ຈັນທະພົມມາ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີ ທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າຄະນະຈັດຕັ້ງນະຄອນ
ຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ທະຫານນະຄອນຫຼວງ , ຄະນະໂຮງຮຽນການທະຫານທ້ອງຖິ່ນພ້ອມດ້ວຍຄູ-ອາຈານຕະຫຼອດຮອດນັກເຝິກອົບຮົມ
ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນລິດ ສີສຸພອນ ຫົວໜ້າຫ້ອງເສນາທິການ ທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານບົດລາຍງານຜົນການຈັດຕັ້ງເຝິກອົບຮົມ
ໃນໄລຍະ 1 ເດືອນຜ່ານມາ, ເຊິ່ງຜ່ານການຂຶ້ນຫ້ອງສະເໜີເອກະສານ, ສົມທົບກັບການຄົ້ນຄວ້າສົນທະນາ, ທັດສະນະສຶກສາ,ການຂຽນບົດເກັບກ່ຽວ ແລະ
ການຈັດຕັ້ງຖອດຖອນບົດຮຽນຮ່ວມກັນລະຫວ່າງພະນັກງານການນຳກັບຄະນະກອງບັນຊາການທະຫານນະຄອນຫຼວງວຽງຈັນ, ຄະນະກອງບັນຊາການ
ປກສ ນະຄອນຫຼວງວຽງຈັນ ແລະ ບັນດາຄູ-ອາຈານເຫັນວ່າ ພະນັກງານການນຳແຕ່ລະສະຫາຍ ໄດ້ມີຄວາມຮັບຮູ້ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ ໂດຍສະເພາະແມ່ນເຂົ້າໃຈກ່ຽວກັບທາງດ້ານທິດສະດີ, ຫຼັກການ, ວິທີການນຳພາ-ຊີ້ນຳອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງຕົນ ເພື່ອປະຕິ
ບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ. ນອກນັ້ນຍັງໄດ້ຮັບຮູ້ເຂົ້າໃຈກ່ຽວກັບບັນຫາລວມໃນການຊີ້ນຳກຳລັງ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂັ້ນຂອງຕົນໃນການກະກຽມກຳລັງ, ການວາງແຜນການຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການຫັນເອົາພະແນກການ,
ຂະແໜງການແລະທ້ອງຖິ່ນຂອງຕົນເຂົ້າສູ່ພະວະສົງຄາມໃນເມື່ອຫາກມີສົງຄາມເກີດຂຶ້ນ. ພ້ອມນັ້ນ, ຍັງຮູ້ເສີມຂະຫຍາຍບົດບາດເປັນເສນາທິການດ້ານ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ຄະນະພັກຂັ້ນຂອງຕົນໂດຍສະເພາະແມ່ນຕໍ່ກັບການນຳພາ-ຊີ້ນຳກຳລັງກອງຫຼອນ, ປກສ ບ້ານເຮັດ
ໜ້າທີ່ເຄື່ອນໄຫວປ້ອງກັນບ້ານໃຫ້ມີຄວາມສະຫງົບປອດໄພ.
ໂອກາດນີ້ , ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ໄດ້ມອບໃບຢັ້ງຢືນໃຫ້ແກ່ພະນັກງານຂັ້ນນຳທີ່ສຳເລັດການເຝິກອົບຮົມວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ (ເປົ້າໝາຍ 3) ຊຸດທີ II, ພ້ອມທັງກ່າວເນັ້ນໜັກໃຫ້ທຸກສະຫາຍຕ້ອງໄດ້ເອົາໃຈໃສ່ເພີ່ມທະວີໃນການເຄື່ອນໄຫວຊຸກຍູ້ວຽກ
ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງ, ກວ້າງຂວາງ, ຮັບປະກັນໃຫ້ນະຄອນຫຼວງວຽງຈັນມີສະຖຽນລະພາບທາງ
ດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍ, ເຮັດໃຫ້ສັງຄົມມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້
ແກ່ການສ້າງສາພັດທະນາ ແລະ ການດຳລົງຊີວິດຂອງຊາວນະຄອນຫຼວງວຽງຈັນໃຫ້ມີຄວາມປອດໄພສະຫງົບສຸກ.
ແຫຼ່ງທີ່ມາ: ແສງດາລາ ໄຊຍະລາດ
ວັນທີ 06/02/2023