ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ IV ເຂດ 2
ວັນທີ 29 ທັນວາ 2022 ຜ່ານມານີ້, ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ IV ເຂດ 2 ປະຈຳປີ 2022 ແລະ ວາງທິດທາງແຜນການໃນໄຕມາດ I ປີ 2023. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຊູ ດວງຄຳມີ ກຳມະ ການຄະນະປະຈຳພັກກະຊວງ ຫົວໜ້າກົມການເງິນ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ ສ້າງນາຍສິບເລກ 1, ມີຄະນະພັກ-ຄະນະບັນຊາກອງພົນທີ 2, ກອງບັນຊາການທະຫານແຂວງໄຊຍະບູລີ, ກອງບັນຊາການທະຫານແຂວງຫຼວງພະບາງ, ໂຮງໝໍບໍລິເວນ 107, ໂຮງງານປະສານເຫຼົ່າຫຼວງພະບາງ, ໄອຍະການທະຫານພາກ ເໜືອ ແລະ ສານທະຫານພາກເໜືອ ເຂົ້າຮ່ວມ.
ໃນກອງປະຊຸມບັນດາກົມກອງກໍໄດ້ພັດປ່ຽນກັນລາຍງານສະພາບການທີ່ພົ້ນເດັ່ນໃນຂອບເຂດກົມກອງຂອງຕົນຮັບຜິດຊອບຮັບປະກັນເຮັດໃຫ້ສະພາບ
ມີຄວາມສະຫງົບໂດຍພື້ນຖານ, ເຊິ່ງຄະ ນະພັກ-ຄະນະບັນຊາແຕ່ລະກົມກອງໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ-ນັກຮົບດ້ວຍການສຶກສາອົບຮົມການ
ເມືອງນຳ ພາ-ແນວຄິດເປັນປົກກະຕິ,ໄປສົມຄູ່ກັບການນຳເອົາບັນດາເອກະສານ, ມະຕິ, ຄຳສັ່ງແນະນຳ ຕ່າງໆມາຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ພະນັກງານ-
ນັກຮົບໄດ້ຮັບຮູ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືຂໍ້ກຳນົດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ຕິດພັນແໜ້ນກັບ 4 ໜ້າທີ່ໃຫຍ່
26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ 2 ວາລະແຫ່ງຊາດຂອງພັກ ແລະ ລັດຖະບານ ວ່າດ້ວຍ ການແກ້ໄຂບັນຫາເສດຖະກິດ-
ການເງິນ ແລະ ບັນ ຫາຢາເສບຕິດໃຫ້ຂາດຕົວ. ນອກນັ້ນຍັງໄດ້ສຸມໃສ່ວຽກງານອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກເປັນ
ປະຈຳເພື່ອເຮັດໃຫ້ນາຍ ແລະ ພົນທະຫານມີຄວາມຊຳນິຊຳນານໃນການນຳໃຊ້ອາວຸດຍຸດໂທປະກອນຕ່າງໆ, ຊີ້ນຳກົມກອງຮາກຖານຈັດຕັ້ງກຳລັງປ້ອງກັນ
ເວນຍາມກຽມພ້ອມສູ້ຮົບ ໄປພ້ອມກັບການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານຕາມມູນເຊື້ອຂອງກອງທັບ
ເພື່ອຕິດຕາມສະພາບການຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບໂດຍພື້ນຖານ, ຄຸ້ມຄອງບົວລະບັດຜັດເຊັດວັດຖຸ, ກວດກາພາຫະ
ນະເຕັກນິກບໍ່ໃຫ້ເປ່ເພຕົກເຮ່ຍເສຍຫາຍ ເພື່ອຮັບປະກັນໃນການເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ ແລະ ການຫັດແອບ ຮ່ຳຮຽນຮັບປະກັນໄດ້
100%, ວຽກງານແກ້ໄຂຊີວິດການເປັນຢູ່ແມ່ນໄດ້ຊຸກຍູ້ໃຫ້ພະນັກງານ-ນັກຮົບ ສຸມໃສ່ການປູກ-ການລ້ຽງຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນຮັບປະ
ກັນຕອບສະໜອງພຶດຜັກ, ຊີ້ນ-ປາເຂົ້າເຮືອນຄົວລວມຫຸຼດຜ່ອນການຊື້ຈາກທ້ອງຕະຫຼາດ. ນອກນັ້ນ, ຍັງໄດ້ສຸມໃສ່ການພັດທະນາຄ້າຍຄູໃຫ້ແໜ້ນໜາຖາ
ວອນຕາມແບບວັດທະນະທຳຂຶ້ນເປັນກ້າວໆ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນຊູ ດວງຄຳມີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມ
ກອງສ້າງມາໄດ້ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທັງກຳລັງຫຼວງ-ກຳລັງທ້ອງຖິ່ນເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-
ນັກຮົບເປັນປົກກະຕິ, ສຸມໃສ່ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫ່ຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ, ຈັດຕັ້ງລະ
ບົບປະຈຳການກຽມພ້ອມສູ້ຮົບໃຫ້ເຂັ້ມແຂງ, ຫັນລົງກໍ່ສ້າງຮາກຖານການເມືອງກັບອຳນາດການປົກຄອງທ້ອງຖິ່ນ ຕິດພັນກັບ 4 ເນື້ອໃນ 4 ຄາດໝາຍ ແລະ ຕາມທິດ 3 ສ້າງຂອງພັກຢ່າງແຂງແຮງ, ເອົາໃຈໃສ່ວຽກງານອົບຮົມ-ຫັດແອບ ເປັນປະຈຳເພາະເປັນໜ້າວຽກຕົ້ນຕໍຂອງກອງທັບເຮົາ ໄປຄຽງຄູ່ກັບ
ການສ້າງຂະບວນການດ້ານຕ່າງໆເພື່ອຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ໃຫ້ມີບັນຍາກາດຟົດຟື້ນ.
ແຫຼ່ງທີ່ມາ: ນ້ອຍຈັນໄພ ແກ້ວວັນເຮືອງ