ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວຫນ້າກົມໃຫຍ່ພະລາທິການກອງທັບລົງກວດກາວຽກງານການຜະລິດກະສິກໍາຢູ່ຟາມລ້ຽງສັດ

ໃຫຍ່ບ້ານຖ້ຳ


    ວັນທີ 27 ເມສາ 2023 ນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງ ຫົວຫນ້າ ກົມ ໃຫຍ່ພະລາທິ ການ ກອງທັບ, ໄດ້ລົງເຄື່ອນ ໄຫວ ຕິດຕາມ, ກວດກາ ຄວາມ ຄືບ ຫນ້າ ວຽກງານການ ດໍາເນີນທຸລະກິດຂອງບໍລິສັດຮ່ວມທຶນກະ ສິກໍາຄົບວົງຈອນຈໍາກັດ ຢູ່ ຟາມລ້ຽງສັດໃຫຍ່ບ້ານ ຖ້ຳ ເມືອງນາຊາຍທອງ ນະ ຄອນ ຫຼວງວຽງຈັນ ແລະ ເຮັດວຽກຮ່ວມກັບບໍລິສັດສ່າງຈຽງ ການລົງທຶນລາວຈໍາກັດຜູ້ດຽວ, ໂດຍມີຄະນະກົມຜະລິດກະສິກໍາກົມ ໃຫຍ່ພະລາທິການກອງທັບ, ຕາງຫນ້າຫ້ອງວ່າການກະຊວງ, ກົມເສດຖະກິດ, ກົມເສນາພະລາ, ຫ້ອງການກົມໃຫຍ່ພະລາທິການ, ຄະນະອໍານວຍການ ແລະພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ.ທ່ານ ນາງ ຄອນສະຫວັນ ແສງວິໄລ ຜູ້ອໍານວຍການປະ ທານບໍລິສັດຮ່ວມທຶນກະສິກໍາຄົບວົງຈອນຈໍາກັດ, ໄດ້ລາຍງານກ່ຽວ ກັບການດໍາເນີນທຸລະກິດຂອງບໍລິສັດຮ່ວມທຶນກະສິກໍາຄົບວົງຈອນຈໍາກັດ, ເຊິ່ງຄວາມເປັນມາທັງສອງຝ່າຍເລັ່ງເຫັນຄວາມສາມາດຂອງອີກຝ່າຍ, ມາຮອດວັນທີ26 ມັງກອນ 2021 ຈຶ່ງໄດ້ເຊັນສັນຍາຮ່ວມທຶນນໍາກັນໃນ ການສ້າງຕັ້ງບໍລິສັດ ຮ່ວມທຶນກະສິກໍາຄົບວົງຈອນ ຈໍາກັດ, ພາຍ ໃຕ້ການຮ່ວມທຶນ ລະຫວ່າງ ກົມຜະລິດ-ກະສິກໍາກົມໃຫຍ່ພະລາ ທິການກອງທັບ,ຖືຮຸ້ນ20% ແລະ ບໍລິສັດ ສ່າງຈຽງການລົງທຶນລາວຈໍາກັດຜູ້ດຽວ, ຖືຮຸ້ນ 80% ມີສໍາ ນັກງານໃຫຍ່ຕັ້ງຢູ່ຖະ ຫນົນບຶງທາດຫຼວງ ບ້ານໂພນທັນ ເມືອງໄຊເສດຖາ ແຂວງນະຄອງຫຼວງວຽງຈັນ, ໃນຮູບການດໍາເນີນທຸ ລະກິດແມ່ນການປູກຝັງ ແລະລ້ຽງສັດ ນໍາໃຊ້ທີ່ດິນຂອງ ກົມຜະລິດ-ກະສິກໍາກົມໃຫຍ່ພາລາທິການກອງທັບ ໃນຂອບເຂດທົ່ວ ປະເທດ, ຈຸດປະສົງ ຂອງບໍລິສັດຮ່ວມທຶນກະສິກໍາຄົບວົງຈອນຈໍາກັດ ແມ່ນຢາກຈະຖ່າຍ ທອດ ຄວາມຮູ້, ຄວາມສາມາດ, ບົດ ຮຽນ, ປະສົບປະການ ແລະ ວິຊາການ ກ່ຽວກັບເຕັກນິກການລ້ຽງງົວເປັນສິນຄ້າສົ່ງໄປ ສປ ຈີນຈາກຜູ້ຊ່ຽວຊານຂອງ ສປຈີນ ທີ່ມີຄວາມຊໍານິຊໍານານໃນລະດັບພາກພື້ນ ແລະ ສາກົນໃຫ້ແກ່ພະ ນັກງານວິຊາການ, ຜູ້ບໍລິຫານໃນລະດັບຕ່າງໆ ແລະ ປະຊາຊົນທົ່ວໄປ, ການສ້າງວຽກ ເຮັດງານທໍາໃຫ້ກໍາລັງ, ກົມກອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຂຶ້ນກັບກົມໃຫຍ່ພາລາທິການກອງທັບ ກໍຄືກະຊວງປ້ອງກັນປະເທດ ເພື່ອຮັບປະກັນດ້ານສະບຽງ ອາຫານໃຫ້ກົມກອງ ແລະ ປະຊາຊົນໃນຂອບເຂດທົ່ວປະເທດ, ເຮັດໃຫ້ກົມ ໃຫຍ່ພາລາທິການກອງທັບກະ ຊວງປ້ອງກັນປະເທດ ແລະ ປະຊາ ຊົນມີລາຍຮັບ ເພີ່ມຂຶ້ນ ແລະ ເປັນລາຍຮັບທີ່ຫມັ້ນຄົງໄດ້, ເຊິ່ງການສະຫນອງງົວ ແລະ ຜະລິດຕະພັນງົວສົ່ງອອກຕ່າງປະເທດ ພ້ອມທັງສົ່ງເສີມຜະລິດຕະພັນພາຍໃນດ້ານ ການປູກຝັງ ແລະ ລ້ຽງສັດເປັນສິນຄ້າສົ່ງອອກ, ກົງຈັກການຈັດຕັ້ງປະກອບມີ, ຄະນະສະພາບໍລິຫານບໍລິສັດ 5 ທ່ານ, ຄະນະອໍານວຍການ 2 ທ່ານ, ຍິງ 1 ທ່ານ, ພະນັກງານຫ້ອງການ 7 ທ່ານ, ຍິງ 3 ທ່ານພະນັກງານພາກສະຫນາມ 15 ທ່ານ, ຍິງ 3 ທ່ານ, ສະຖານທີ່ປະຕິບັດກິດ ຈະການຟາມລ້ຽງງົວມີ 1 ຈຸດ ເລີ່ມປະຕິ ບັດນໍາງົວເຂົ້າມາລ້ຽງໃນທ້າຍເດືອນ 3 ປີ 2023 ນີ້, ຈໍານວນ 200 ກວ່າໂຕແລະ ປັດ ຈຸບັນມີ ງົວເກົ່າ 47 ໂຕ, ງົວໃຫມ່ 231 ໂຕ, ລວມ 278 ໂຕ, ເນື້ອທີ່ດິນນໍາໃຊ້ເພື່ອປູກຫຍ້າອາຫານ ສັດ ຈໍານວນທັງຫມົດ 20 ເຮັກຕາແລະ ວຽກງານທີ່ປິ່ນອ້ອມໄດ້ ພົວພັນວຽກງານນໍາບັນດາຫ້ອງ ການກົມກອງກ່ຽວຂ້ອງເປັນປົກກະຕິເຊັ່ນ ກົມລ້ຽງສັດ, ພະແນກກະສິກໍາ ແລະ ປ່າໄມ້ນະ ຄອນຫລວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນາ ຊາຍທອງ, ຫ້ອງການອຸດສາຫະ ກໍາ ແລະ ການຄ້າ, ຫ້ອງການ ຊັບພະຍາກອນ ແລະ ສິ່ງແວດ ລ້ອມເມືອງນາຊາຍທອງ, ລວມໄປເຖິງກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ ເພື່ອເຮັດໃຫ້ວຽກງານສາມາດດໍາ ເນີນໄດ້ຖືກຕ້ອງຕາມລະບຽບການ.
          ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ໄດ້ເນັ້ນຫນັກ ໃຫ້ບໍລິສັດ ແລະ ຄະນະຮັບຜິດ ຊອບທຸກພາກສ່ວນຈົ່ງພ້ອມກັນ ເອົາໃຈໃສ່ເຊື່ອມຊຶມເຂົ້າ ໃຈແຈ້ງ ຕໍ່ແນວທາງນະໂຍບາຍຂອງພັກ, ກົດຫມາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ຮັດແຫນ້ນຄວາມສາມັກຄີພາຍໃນບໍລິສັດໃຫ້ແຫນ້ນແຟ້ນ, ມີຄວາມບໍລິສຸດສັດຊື່, ໂປ່ງໃສ, ຕິດຕາມ, ກວດກາ ແລະ ສາມາດກວດສອບ ໄດ້, ພ້ອມທັງມີການສະຫຼຸບຖອດຖອນບົດຮຽນຢ່າງເປັນປົກກະຕິ, ຍົກສູງທາງ ດ້ານເຕັກນິກໃຫ້ມີຄວາມຊໍານິຊໍານານ, ພົວພັນປະ ສານງານ ລະຫວ່າງ ບໍລິສັດ ກັບ ກົມວິຊາສະເພາະ ຢ່າງເປັນປະ ຈໍາ, ຄຽງຄູ່ກັນນັ້ນ, ກໍຕ້ອງເອົາໃຈໃສ່ພົວ ພັນກັບບັນດາບໍລິສັດ ແລະ ຫນ່ວຍງານອື່ນໆທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ, ລວມທັງບັນດາຟາມງົວໃນປະ ເທດລາວ, ເປັນຕົ້ນວັດຖຸດິບທີ່ສາມາດນໍາມາເປັນຫົວອາຫານສັດ ແລະ ວາງແຜນຄົ້ນຄວ້າຄວາມ ສາມາດໃນການຜະລິດຫົວອາ ຫານສັດນໍາໃຊ້ໄດ້ເອງ ແລະ ຈໍາ ຫນ່າຍໃນອະນາຄົດ, ດໍາເນີນການ ຜະລິດກະສິກໍາເປັນສິນຄ້າໃຫ້ມີ ຄວາມທັນສະໄຫມ, ມີການຄຸ້ມຄອງບໍລິຫານໂດຍໃຫ້ສອດຄ່ອງຕາມລະບຽບກົດຫມາຍ, ມີຜົນ ກໍາໄລ ແລະ ຕ່າງຝ່າຍຕ່າງມີ ຜົນ ປະໂຫຍດຮ່ວມກັນ.



ແຫຼ່ງທີ່ມາ:ຄໍາປະສົງ ລາດຊະວົ
ວັນທີ 02/05/2023