ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາໜ້າວຽກຕ່າງໆ
ຢູ່ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ
ວັນທີ 28 ກຸມພາ 2023 ນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ
ໄດ້ ລົງກວດກາໜ້າວຽກຕ່າງໆຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເພື່ອຈະຮັບນັກຮຽນເຂົ້າຮຽນໃນ ສົກຮຽນ 2023-2024, ໂດຍການຕ້ອນຮັບຂອງ
ສະຫາຍ ພັນເອກ ປອ ສະແຫວງ ແດນນາມົນ ເລຂາຄະນະພັກ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມຄະນະ.
ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ລາຍງານການກະ ກຽມຄວາມພ້ອມດ້ານຕ່າງໆເປັນແມ່ນສຳນັກງານຫ້ອງການ, ຕຶກອາຄານສະຖານທີ່ແມ່ນຈະສຳເລັດການກໍ່ສ້າງ ແລະ ມອບ-ຮັບ ໃນກາງເດືອນ ເມສາ 2023 ນີ້. ໃນນັ້ນ, ປະກອບມີ ຕຶກອຳນວຍການ 2 ຊັ້ນ 1 ຫຼັງ, ເຮືອນພັກພະນັກງານ 2 ຊັ້ນ 1 ຫຼັງ, ຫ້ອງການແພດສຸກເສີນ 1 ຫຼັງວິນລ່າ, ເຮືອນນອນນັກຮຽນ 2 ຫຼັງ 3 ຊັ້ນ, ຫ້ອງຮຽນ 2 ຫຼັງ 3 ຊັ້ນ, ຫ້ອງຄອມພິວເຕີ 2 ຫ້ອງ, ຫ້ອງຮຽນວິຊາຊີບ 1 ຫຼັງ, ເຮືອນສາທິດປູກພືດຜັກໃນຮົ່ມ 1 ຫຼັງ, ເດີນກິລາໃນຮົ່ມ 1 ຫຼັງ. ດ້ານໂຄງປະກອບການຈັດຕັ້ງ ແລະ ຕຳແໜ່ງງານ ແມ່ນໄດ້ຊັບຊ້ອນ, ປະກອບຄົບຖ້ວນນັບທັງຖັນແຖວພະນັກງານ, ຄູອາຈານ ແມ່ນມີຄວາມພ້ອມ ຮອບດ້ານ. ໃນນັ້ນ, ປະກອບມີ 4 ຫ້ອງ. 1 ຫ້ອງການເມືອງ, 2 ຫ້ອງສຶກສາ, 3 ຫ້ອງການໂຮງຮຽນ, 4 ຫ້ອງພະລາທິການ-ເຕັກນິກ ແລະ 2 ກອງພັນ ນັກຮຽນ. ດ້ານໂຄງການຫຼັກສູດການຮຽນ-ການສອນ ແມ່ນໄດ້ກະກຽມສຳ ເລັດສາມາດສິດສອນໄດ້ຕາມແຜນການ. ເປົ້າໝາຍ, ເງື່ອນໄຂ, ມາດຖານ ນັກຮຽນທີ່ຈະເຂົ້າມາຮຽນຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ທີ່ໄດ້ກຳນົດໃນພາລະບົດບາດຂອງໂຮງຮຽນວັນທະນະທຳຊົນ ເຜົ່າກອງທັບ. ການຈັດຕັ້ງຮັບ ແລະ ວິທີຮັບນັກຮຽນໃນແຕ່ລະສົກຮຽນແມ່ນຕາມການເອກະພາບໃນກອງປະຊຸມກວດກາຄວາມພ້ອມໂຮງຮຽນວັດທະນະ ທຳຊົນເຜົ່າກອງທັບ ໃນ ວັນທີ 15 ກຸມພາ 2023. ຄວາມພ້ອມດ້ານວຽກງານຮັບປະກັນ ແລະ ຄຳສະເໜີຈຳນວນໜຶ່ງ.ໂອກາດລົງມາກວດກາການກະກຽມ ຄວາມພ້ອມຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃນຄັ້ງນີ້.
ໂອກາດລົງມາກວດກາການກະ ກຽມຄວາມພ້ອມຂອງໂຮງ ຮຽນວັດທະນະທຳຊົນເຜົ່າກອງທັບ ໃນຄັ້ງນີ້. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຍັງໄດ້ ນຳເອົາອຸປະກອນເຄື່ອງຮັບໃຊ້ຫ້ອງການ ຈຳ ນວນໜຶ່ງມາມອບໃຫ້ໂຮງຮຽນວັນທະນະທຳຊົນເຜົ່າກອງທັບ. ໃນນັ້ນ, ມີ: ຄອມພິວເຕີໂນດບຸກ 3 ໜ່ວຍ, ຄອມພິວເຕີຕັ້ງໂຕະ 3 ຊຸດ, ປິນເຕີສີ 2 ໜ່ວຍ ລວມມູນຄ່າ ທັງໝົດ 52.500.000 ກີບ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/03/2023