ປະກາດການແຕ່ງຕັ້ງຮອງຫົວໜ້າ ບັນນາທິການໜັງສືພິມກອງທັບ
ພິທີປະກາດການແຕ່ງຕັ້ງຮອງຫົວໜ້າກອງບັນນາທິການໜັງສືພິມກອງທັບ ໄດ້ຈັດຂຶ້ນໃນວັນທີ 28 ກຸມພາ 2023 ນີ້, ໂດຍການເປັນປະທານຂອງ
ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍ
ຕາງໜ້າກົມ, ຫ້ອງການ, ກອງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ອິນພອນ ໄຊຍະສິດ ຫົວໜ້າພະແນກຈັດຕັ້ງປະກອບ-ເລື່ອນຊັ້ນ ກົມພະນັກ ງານກົມໃຫຍ່ການເມືອງກອງທັບ ໄດ້ຕາງໜ້າກົມພະນັກ ງານຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກອງບັນນາທິການໜັງສືພິມກອງທັບ. ໃນນີ້, ກະຊວງປ້ອງກັນປະເທດ ແຕ່ງຕັ້ງ ສະຫາຍ ພັນໂທ ຄອນສະຫວັນ ໄຊຍະລາດ ເປັນຮອງຫົວໜ້າກອງບັນນາທິການໜັງສືພິມກອງທັບ. ການປະກາດແຕ່ງຕັ້ງໃນຄັ້ງນີ້ຖືເປັນການປະ ຕິບັດຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດກໍຄື ໃນກອງບັນນາທິການກອງທັບ ໃຫ້ນັບມື້ເຂັ້ມ ແຂງໜັກແໜ້ນຮອບດ້ານເພື່ອນຳພາກົມກອງເຮັດສຳເລັດໜ້າທີ່ເປັນກະບອກສຽງດ້ານສື່ມວນຊົນໃຫ້ຄະນະພັກກະຊວງປ້ອງກັນປະເທດໃນໄລຍະໃໝ່ ກໍຄື ໜ້າທີ່ການເມືອງຂອງກົມກອງທີ່ໄດ້ຮັບມອບໝາຍໃຫ້.
ໂອກາດນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກໍໄດ້ມີຄຳເຫັນຊີ້ນຳຫຼາຍບັນຫາສຳຄັນໂດຍຊີ້ໃຫ້ເຫັນວ່າ: ການປັບປຸງບູລະນະການຈັດຕັ້ງເທື່ອ ນີ້ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງໄລຍະໃໝ່ຂອງກົມກອງ. ສະນັ້ນ, ສຳລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ຕ້ອງສືບຕໍ່ຍົກສູງ ຄວາມຮັບຜິດຊອບການເມືອງຂອງຕົນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສູງຂຶ້ນຕື່ມອີກກ້າວໜຶ່ງ, ຕ້ອງເປັນແບບຢ່າງທີ່ດີໃນການເຄື່ອນໄຫວເຮັດ ໜ້າທີ່ວຽກງານ ແລະ ການດຳລົງຊີວິດທີ່ປອດໃສຂາວສະອາດ, ພ້ອມກັນເສີມຂະຫຍາຍຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເລິກເຊິ່ງ ມີແບບແຜນວິທີເຮັດ ວຽກນຳພາໃຫ້ລະອຽດ ແລະ ພ້ອມກັນສືບຕໍ່ນຳພາກົມກອງເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍດ້ວຍໝາກຜົນອັນດີ.
ແຫຼ່ງທີ່ມາ: ເພັດ ສົມນໍວັນ
ວັນທີ 01/03/2023