ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ

ຂອງຄະນະສະມາຄົມມິດຕະພາບ ກຳປູເຈຍ-ລາວ


    ວັນທີ 18 ຕຸລາ 2022 ນີ້, ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະສະມາຄົມມິດຕະພາບ ກຳປູເຈຍ-ລາວ ນຳໂດຍ ສະຫາຍ ພົນເອກ ນຽງ ພາດ ຮອງລັດ ຖະມົນຕີ ຜູ້ປະຈຳການກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກຳປູເຈຍ, ສະມາຊິກຄະນະກຳມະການສູນກາງພັກປະຊາຊົນກຳປູເຈຍ, ສະມາຊິກສະພາ ແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ-ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງ ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 14 ຫາ 19 ຕຸລາ 2022 ນີ້.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນຕໍ່ກັບ ສະຫາຍ ພົນເອກ ນຽງ ພາດ ພ້ອມຄະນະ ທີ່ເຂົ້າຢ້ຽມຂ່ຳນັບໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້. ເປັນການຮັກສາມູນເຊື້ອສາມັກຄີອັນ ແໜ້ນແຟ້ນ ແລະ ເລິກເຊິ່ງ ລະຫວ່າງ ສອງພັກ ສອງລັດ ສອງກອງທັບ ລາວ-ກຳປູເຈຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດໃຫ້ເກີດດອກອອກຜົນ ແລະ ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

     ສະຫາຍ ພົນເອກ ນຽງ ພາດ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຂອງ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ພ້ອມກ່າວ ຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ປ ລາວ ໃນຄັ້ງນີ້ ເພື່ອເປັນການຮັດແໜ້ນຄວາມສາມັກຄີຮ່ວມມືຮອບດ້ານໃຫ້ເກີດປະ ໂຫຍດສູງສຸດຕໍ່ປະຊາຊົນສອງຊາດ ກຳປູເຈຍ-ລາວ ໂດຍສະເພາະ ສອງກອງທັບ ກຳປູເຈຍ-ລາວ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນໄປເລື້ອຍໆ.

ແຫຼ່ງທີ່ມາ: ທອງເພັດ
ວັນທີ 19/10/2022