ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອີຣານ ຄົນໃໝ່
ວັນທີ 11 ພະຈິກ 2022 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຊເຢດ ເຣຊາ ໂນບັກຕິ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອີຣານ ປະຈຳ ສປປ ລາວ
ເນື່ອງໃນໂອ
ກາດທີ່ທ່ານມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ, ເຊິ່ງມີສຳນັກງານຕັ້ງຢູ່ບາງກອກຣາຊະອານາຈັກໄທ.
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ເຊເຢດ ເຣຊາ ໂນບັກຕິ ທີ່ມາປະຕິບັດ ວຽກງານການທູດ ປະຈຳ ສປປ ລາວ ແລະ ການມາປະຕິບັດໜ້າທີ່ໃນຄັ້ງນີ້, ເປັນບາດກ້າວໜຶ່ງຂອງການຮ່ວມມືຂອງສອງປະເທດ ລາວ-ອີຣານ ແລະ ຫວັງ ວ່າທ່ານຈະປະກອບສ່ວນສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງຊາດ ລາວ-ອີຣານ, ອີຣານ-ລາວ ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ.
ໂອກາດນີ້, ທ່ານ ເຊເຢດ ເຣຊາ ໂນບັກຕິ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບ ອຸ່ນໃນຄັ້ງນີ້, ພ້ອມທັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຂອງອີຣານມາຍັງ ທ່ານລັດຖະມົນຕີກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ໂດຍໄດ້ຕາງໜ້າຖືໂອກາດນີ້, ເຊື້ອເຊີນທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄປຢ້ຽມຢາມທາງການຢູ່ອີ ຣານ ເພື່ອເປັນການສ້າງເງື່ອນໄຂສືບຕໍ່ຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ, ພ້ອມນີ້ ທ່ານທູດ ອີຣານ ໄດ້ກ່າວສະເໜີຕົວ ໃນການປະຕິບັດໜ້າທີ່ວຽກງານການທູດຂອງຕົນ ທັງເປັນການປະສານງານຮ່ວມມືກັນລະຫວ່າງສອງປະເທດ ລາວ-ອີຣານ ນັບມື້ນັບຍິ່ງຂະຫຍາຍຕົວຂຶ້ນ ເປັນກ້າວໆ ບໍ່ວ່າທາງດ້ານເສດຖະກິດ ແລະ ການພົວພັນຊ່ວຍເຫຼືອດ້ານຕ່າງໆນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/11/2022