ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ

ຂອງຄະນະບໍລິຫານງານສູນກາງພັກ


    ໃນວັນທີ 13 ຕຸລາ 2022 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI, ດຳລັດຂອງລັດຖະບານ ວ່າດ້ວຍການປະຢັດມັດທະຢັດ, ຕ້ານການຟຸມເຟືອຍ ແລະ ບັນດາເອກະສານການເມືອງ-ນຳພາແນວຄິດທົ່ວກອງທັບ ໃນໄລຍະໃໝ່, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນ ປະເທດ, ມີຄະນະພັກ-ຄະນະບັນ ຊາກົມ, ຫ້ອງການ, ກອງ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຍົກໃຫ້ເຫັນການຈັດຕັ້ງເຊື່ອມຊຶມໃນຄັ້ງນີ້: ກໍເພື່ອແນໃສ່ເຮັດໃຫ້ພະນັກງານຫຼັກແຫຼ່ງທົ່ວຫ້ອງວ່າການກະຊວງ ກຳແໜ້ນມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI, ດຳລັດຂອງລັດຖະບານ ວ່າດ້ວຍການປະຢັດມັດທະຢັດ, ຕ້ານການຟຸມເຟື່ອຍ ແລະ ເອກະສານຍຸດທະສາດຕ້ານການຫັນປ່ຽນໂດຍສັນຕິຂອງກຳລັງປໍລະປັກ ຕິດພັນກັບການຕ້ານປາກົດການຫຍໍ້ທໍ້ພາຍໃນກອງທັບ, ເອກະສານການຜັນຂະຫຍາຍມະຕິ ແລະ ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ເອກະສານເພີ່ມທະວີສຶກສາອົບຮົມວຽກງານການເມືອງ- ນຳພາແນວຄິດທົ່ວກອງທັບໃນໄລຍະໃໝ່. ບັນດາເອກະສານການເມືອງ-ນຳພາແນວຄິດ ເພື່ອແນໃສ່ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນ ທຸກຂົງເຂດຊີວິດສັງຄົມ, ສາມາດກຳນົດແຈ້ງບັນດາເນື້ອໃນ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ນຳພາວຽກງານໃນແຕ່ລະດ້ານລົງສູ່ບັນດາແຂວງ, ນະ ຄອນຫຼວງໃນການຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກຳອັນລະອຽດ, ກໍຄືການກຳນົດວຽກຈຸດສຸມທີ່ ສູນກາງພັກຈະໄດ້ນຳພາ-ຊີ້ນຳໃນແຕ່ລະໄລຍະ ເພື່ອກຳນົດແບບແຜນເຄື່ອນໄຫວ ແລະ ວິທີນຳພາຂອງຄະນະບໍລິຫານງານສູນກາງພັກໃຫ້ຈະເເຈ້ງ, ເປັນລະ ບົບ, ມີຈຸດສຸມ, ສ້າງຄວາມເຊື່ອໝັ້ນຢ່າງໜັກແໜ້ນໃຫ້ສັງຄົມຕໍ່ການນຳພາຂອງພັກ, ສົມທົບຢ່າງກົມກຽວ ລະຫວ່າງການແກ້ໄຂບັນຫາທີ່ເປັນພື້ນຖານທີ່ ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກັບການແກ້ໄຂບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນແຕ່ລະໄລຍະຕາມສະພາບການຕົວຈິງ ເພື່ອເປັນບ່ອນອີງ ໃຫ້ແກ່ການກຳນົດຄວາມຮັບຜິດຊອບ, ສົ່ງເສີມຄວາມເປັນເຈົ້າການ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ບົນພື້ນຖານຄວາມຖືກຕ້ອງປອງດອງ. ພ້ອມດຽວ ກັນນີ້ ກໍໄດ້ເຜີຍແຜ່ມະຕິ ວ່າດ້ວຍລະບອບແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການ ສູນກາງພັກ ສະໄໝທີ XI ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ, ມີປະສິດທິຜົນ ແລະ ຮັບປະກັນການຍົກສູງບົດ ບາດການນຳພາຂອງພັກ ແລະ ການປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຢ່າງເຂັ້ມງວດ ແນໃສ່ສ້າງກອງທັບ ໃຫ້ມີຄວາມເຂັ້ມແຂງ.

     

ແຫຼ່ງທີ່ມາ: ບົວລາ ສໍລາວັນ
ວັນທີ 14/10/2022