
ພົນເອກ ຄຳລຽງ ອຸທະໄກສອນ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະຣາ
ຊະທູດໄທ
ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ ອິນເດຍ

ວັນທີ 28 ສິງຫາ 2026 ນີ້, ທີ່ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງ
ກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເນື່ອງໃນໂອກາດ ທີ່ມາດຳລົງຕຳແໜ່ງເປັນເອກອັກ
ຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ຜູ້ໃໝ່ ປະຈຳ ສປປ ລາວ.
ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ທີ່ໄດ້ຮັບການ
ແຕ່ງຕັ້ງມາດຳລົງຕຳແໜ່ງເປັນ
ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ຄົນໃໝ່ ປະຈຳ ສປປ ລາວ, ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນ
ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງຊາດ ລາວ-ໄທ ຕະຫຼອດໄລຍະຜ່ານມາ ແລະ ຫວັງວ່າ ທ່ານຈະສືບຕໍ່ຊຸກຍູ້, ປະກອບສ່ວນເຂົ້າໃນ
ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີປະສິດທິພາບ ລະຫວ່າງ ສອງປະເທດ ໃຫ້ນັບມືຂະຫຍາຍຕົວດີຂຶ້ນ. ໂອກາດນີ້, ທ່ານ
ນາງ ຄຣອງຂະນິດ ຣັກຈະເລີນ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ໃຫ້ຄຳໝັ້ນ
ສັນຍາວ່າ ຈະສືບຕໍ່ປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ ໃຫ້ໃກ້ຊິດ ແລະ ຈະສຸມທຸກຄວາມພະຍາຍາມທາງດ້ານເຫື່ອແຮງ ແລະ ສະຕິປັນຍາ ຂອງຕົນ
ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງຊາດ ໄທ-ລາວ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆ ຂຶ້ນ.
ໃນມື້ດຽວກັນນີ້, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຍັງໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ປາບິຕຣາ ມາຣິຕາ ຮອງລັດຖະມົນຕີ ກະຊວງ
ການຕ່າງປະເທດ ແຫ່ງ ສ ອິນເດຍ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເຊິ່ງການມາຢ້ຽມຢາມໃນຄັ້ງນີ້ ເປັນການປະ
ກອບສ່ວນອັນສຳຄັນ ໃນການເສີມສ້າງສາຍພົວພັນການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ-ອິນເດຍ ໃຫ້ໄດ້ຮັບການພັດທະນາ ແລະ ເສີມຂະ
ຫຍາຍດີຂຶ້ນ ເປັນກ້າວໆ ໃນຫຼາຍດ້ານ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 31/08/2026