
ປະກາດການແຕ່ງຕັ້ງຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ

ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ
ພິທີປະກາດການແຕ່ງຕັ້ງຫົວໜ້າການເມືອງ ແລະ ຮັບຮອງເອົາຄະນະພັກກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 30
ກໍລະກົດ 2025 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະ
ການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າກົມພະນັກງານ ກົມ
ໃຫຍ່ການເມືອງກອງທັບ, ຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ, ຫ້ອງວ່າການປົກຄອງແຂວງ, ຄະນະພັກ-ຄະນະບັນຊາ ກອງບັນຊາການ
ທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ສະຫະພັນນັກຮົບເກົ່າແຂວງ ຕະຫຼອດຮອດບັນດາພະນັກງານຫຼັກແຫຼ່ງ ອົງການ
5 ຫ້ອງ ແລະ ກົມກອງອ້ອມຂ້າງກອງບັນຊາການທະຫານແຂວງ ເຂົ້າຮ່ວມ.
ສະຫາຍ ພັນເອກ ອິນພອນ ໄຊຍາສິດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດຳລັດ ຂອງນາຍຍົກລັດຖະມົນຕີ
ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພັກການ
ຮັບບຳນານ ແລະ ຜ່ານດຳລັດ ຂອງນາຍຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ເປັນຫົວໜ້າການເມືອງ
ກອງບັນຊາການທະຫານແຂວງຄຳມ່ວນ (ຜູ້ໃໝ່). ຈາກນັ້ນ, ສະຫາຍ ຄຳແຜ່ວ ສາຍປະດິດ ຮອງຫົວໜ້າຄະນະຈັດຕັ້ງແຂວງຄຳມ່ວນ ໄດ້ຜ່ານມະ
ຕິຕົກລົງ ຂອງຄະນະປະຈຳພັກແຂວງຄຳມ່ວນ ວ່າດ້ວຍການຮັບຮອງເອົາຜົນການເລືອກຕັ້ງ ຄະນະບໍລິຫານງານພັກ, ຄະນະປະຈຳພັກ, ເລຂາ,ຮອງ
ເລຂາ, ປະທານ ແລະ ຮອງປະທານຄະນະກວດກາພັກ ສະໄໝທີ VI ໃນນັ້ນ, ຄະນະປະຈຳພັກແຂວງຄຳມ່ວນ ຕົກລົງຮັບຮອງເອົາຄະນະບໍລິຫານ
ງານ ພັກກອງບັນຊາການທະຫານແຂວງ ຈຳນວນ 11 ສະຫາຍ ຄື: ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ, ສະຫາຍ ພັນເອກ ບຸນເລີດ ບຸບຜາ
ວັນ, ສະຫາຍ ພັນເອກ ພັນມະຫາ ຈູມມະນີ, ສະຫາຍ ພັນເອກ ສົມພານ ເມືອງຈັນ, ສະຫາຍ ພັນເອກ ລຳມະນີ ທຳມະວົງ, ສະຫາຍ ພັນໂທ ສຸກ
ກະສັນ ພຸດທະວົງ, ສະຫາຍ ພັນໂທ ແອນ້ອຍ ໄຊປັນຍາ, ສະຫາຍ ພັນໂທ ດາວເພັດ ໜໍ່ເມືອງເຊັຍ, ສະຫາຍ ພັນໂທ ຄຳແດງ ແກ້ວບຸນນໍ, ສະຫາຍ
ພັນໂທ ພົມວິຫານ ອິນດາສັກ ແລະ ສະຫາຍ ພັນໂທ ໄພວັນ ລືເດດ, ຮັບຮອງເອົາຄະນະປະຈຳພັກ 3 ສະຫາຍ ຄື: ສະຫາຍ ພັນເອກ ສີສົມພູ ແກ້ວ
ບຸນລ້ອມ, ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ແລະ ສະຫາຍ ພັນເອກ ພັນມະຫາ ຈູມມະນີ, ຮັບຮອງເອົາເລຂາ, ຮອງເລຂາຄະນະບໍລິຫານງານ
ພັກ 2 ສະຫາຍ ຄື : ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ເປັນຮອງ
ເລຂາຄະນະບໍລິຫານງານພັກ ແລະ ຮັບຮອງເອົາ ປະທານ, ຮອງປະທານກວດການພັກ 3 ສະຫາຍ ຄື: ສະຫາຍ ພັນເອກ ພັນມະຫາ ຈູມມະນີ ເປັນ
ປະທານກວດກາພັກ, ສະຫາຍ ພັນໂທ ຄູນຄຳ ແສງສະຫວັນ ແລະ ສະຫາຍ ພັນໂທ ຄຳມອນ ແດງເມືອງພອນ ເປັນຮອງປະທານກວດກາພັກ ກອງ
ບັນຊາການທະຫານແຂວງຄຳມ່ວນ ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງຮຽກຮ້ອງໃຫ້ສະຫາຍ ຫົວໜ້າ
ການເມືອງ ຜູ້ໃໝ່ ແລະ ບັນດາໃນຄະນະພັກ ຈົ່ງພ້ອມກັນຍົກສູງພາລະບົດບາດ, ໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ເພີ່ມທະວີຄວາມສາມັກຄີ
ພາຍໃນ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ, ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນ
ກົກ ເພື່ອສຶກສາອົບຮົມ ພະນັກງານ-ນັກຮົບ ໃນແຕ່ລະຂັ້ນ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະ
ບຽບຂອງກອງທັບ, ເຂົ້າຮ່ວມໃນທຸກຂົງເຂດວຽກງານລວມຂອງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນ
ປະເທດວາງອອກ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ສົມທົບກັບອໍານາດການປົກຄອງ ໃນແຕ່ລະຂັ້ນ ຕາມ 4 ເນື້ອໃນ 4 ຄາດໝາຍຂອງຂັ້ນ
ເທິງວາງອອກ, ປັບປຸງແບບແຜນວິທີເຮັດວຽກນໍາພາ-ບັນຊາ ໃນແຕ່ລະຂັ້ນ, ເອົາໃຈໃສ່ອົບຮົມຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກ
ນິກ, ສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານມີຄວາມຊໍານິຊໍານານ ສາມາດຮັບປະກັນໃຫ້ແກ່ວຽກງານສູ້ຮົບ, ສ້າງພະນັກງານ, ສະມາຊິກພັກ ໃຫ້ມີ
ຄຸນທາດການເມືອງໜັກແໜ້ນ, ສ້າງພະນັກງານສຶບທອດ 3 ຮຸ່ນ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍ
ການປູກ-ການລ້ຽງ ຕາມທ່າແຮງທີ່ບົ່ມຊ້ອນຂອງກົມກອງ ເພື່ອສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວໂດຍ ເກດະນີ ສຸວັນນະລາດ
ວັນທີ 31/07/2025