
ຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ແລະ ລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ

ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ວັນທີ 30 ມີນາ 2026 ນີ້, ຢູ່ທີ່ສູນເສຍອົງຄະພິເສດ 790 ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ
71 ປີ ແລະ ລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ, ໂດຍການເປັນປະທານ ແລະ ປາຖະກະ
ຖາຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ມີຄະນະນໍາກະຊວງປ້ອງກັນປະເທດ, ກົມໃຫຍ່, ຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ-ຄະນະບັນຊາ
ບັນດາສູນ, ແຂກຖືກເຊີນ, ພະນັກງານເສຍອົງຄະພິເສດ, ພະນັກງານອາວຸໂສ-ບຳນານ, ພະນັກງານ-ນັກຮົບ ແລະ ຜູ້ດູແລ ເຂົ້າຮ່ວມ.
ໃນພິທີ, ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ແລະ ສະແດງກາຍະສິນ. ຈາກນັ້ນ, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້
ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການກຳເນີດ ແລະ ວິລະກຳອັນລ້ຳເລີດ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 71 ປີ ຜ່ານມາ
ແລະ ຍົກໃຫ້ເຫັນປະຫວັດມູນເຊື້ອຂອງວັນນັກຮົບເສຍອົງຄະ ແລະ ເສຍສະລະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ, ເຊິ່ງເປັນວັນທີ່ມີ
ຄວາມໝາຍຄວາມສໍາຄັນຢ່າງຍິ່ງຂອງຊາດລາວເຮົາ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາພວກເຮົາຈຶ່ງພ້ອມກັນລະນຶກວັນທີ 21 ມີນາ 1946
ເປັນວັນແຫ່ງຄວາມຄຽດແຄ້ນສັດຕູຜູ້ຮຸກຮານ ແລະ ວັນທີ 22 ມີນາ ຂອງທຸກໆປີ ພວກເຮົາຈຶ່ງໄດ້ຈັດຕັ້ງປາຖະກະຖາເພື່ອເປັນການຄວນ
ຄືນວັນທີ່ມີຄວາມໝາຍຄວາມສໍາຄັນຂອງການປະຕິວັດຊາດໃນ ແຕ່ລະໄລຍະແຫ່ງການນໍາພາ-ຊີ້ນໍາຂອງພັກເຮົາດ້ວຍຜົນງານອັນຍິ່ງໃຫຍ່.
ເນື່ອງໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ຕາງໜ້າການນໍາພັກ-ລັດ, ຄະນະນໍາກະຊວງ ປ້ອງກັນປະເທດ, ພະນັກງານ-ນັກຮົບທົ່ວກອງທັບ
ຂໍສະແດງຄວາມຂອບອົກຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາສະຫາຍອະດີດພະນັກງານ-ນັກ ຮົບ, ນັກປະຕິວັດ ອາ
ວຸໂສບຳນານ, ພະນັກງານເສຍອົງຄະ ຢູ່ສູນອົງຄະພິເສດ 790 ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ
ດ້ວຍຄວາມເອົາໃຈໃສ່ຕະຫຼອດໄລຍະທີ່ຜ່ານມາ ແລະ ຕໍ່ບັນດາສະຫາຍວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານປະຕິວັດຜູ້ອາວຸໂສ
ບຳນານ ແລະ ພະນັກງານ-ນັກຮົບ ຜູ້ທີ່ເສຍອົງຄະ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ເວົ້າລວມ, ເວົ້າສະເພາະ ແມ່ນການປະກອບ
ສ່ວນເຂົ້າໃນສຸມສະຕິ, ກຳລັງແຮງກາຍ, ເລືອດເນື້ອ ເພື່ອພາລະກິດປົດ ປ່ອຍຊາດອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ແລະ ສ້າງ
ລະບອບໃໝ່ຂອງພວກເຮົາ ໃຫ້ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ເຖິງທຸກວັນນີ້. ໂອກາດດັ່ງກ່າວ ສະຫາຍ ພົນໂທ ວົງສອນ ອິນປານພິມ ຍັງ
ໄດ້ສະແດງຄວາມຢ້ຽມຢາມຖາມຂ່າວ ແລະ ຍ້ອງຍໍສັນລະເສີນນ້ຳໃຈອັນເດັດດ່ຽວຂອງບັນດານັກຮົບເສຍອົງຄະຍ້ອນການສູ້ຮົບ ແລະ ຮັບ
ໃຊ້ສູ້ຮົບ ທີ່ໄດ້ອຸທິດສ່ວນໜຶ່ງຂອງຮ່າງກາຍເພື່ອເອກະລາດຂອງຊາດ, ພັກ-ລັດ ແລະ ກອງທັບ ຍາມໃດກໍຈົດຈຳ ແລະ ຖືສຳຄັນນະໂຍບາຍ
ຕໍ່ຜູ້ທີ່ມີຄຸນງາມຄວາມດີ, ເຊິ່ງນ້ຳໃຈເສຍສະລະຂອງພວກສະຫາຍ ແມ່ນແວ່ນແຍງອັນໃສແຈ້ງໃຫ້ແກ່ຄົນລຸ້ນຫຼັງໃນການປົກປັກຮັກສາໝາກ
ຜົນຂອງການປະຕິວັດ. ການປາຖະກະຖາໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການສະເຫຼີມສະຫຼອງວັນປະຫວັດສາດເທົ່ານັ້ນ, ແຕ່ຍັງເປັນການສຶກສາອົບ
ຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບໃນທົ່ວກອງທັບ ເວົ້າລວມ, ເວົ້າສະເພາະແມ່ນຢູ່ສູນ 790 ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ,
ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອ "ນັກຮົບເສຍອົງຄະ ພິການແຕ່ກາຍ ໃຈບໍ່ພິການ" ເຂົ້າໃນການສ້າງສາຊີ
ວິດໃໝ່ ແລະ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຕັ້ງໜ້າ.
ພ້ອມນັ້ນ, ໃນພິທີ ຍັງໄດ້ມອບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ກົມກອງ ລວມໝູ່, ມອບຫຼຽນກຽດຕິຄຸນ ໃຫ້ນາຍທະຫານ ທີ່ມີອາ
ຍຸການ 40 ປີຂຶ້ນໄປ ຈຳນວນ 28 ສະຫາຍ, ຍິງ 3 ສະຫາຍ ແລະ ມອບໃບຍ້ອງຍໍຊັ້ນກະຊວງປ້ອງກັນປະເທດ ໃຫ້ບຸກຄົນ ຈຳນວນ 15 ສະ
ຫາຍ, ຂັ້ນກົມໃຫຍ່ການເມືອງກອງທັບ 18 ສະຫາຍ. ຈາກນັ້ນ, ຫົວໜ້າກົມໂຄສະນາ, ຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ມອບວັດ
ຖຸປັດໃຈຈຳນວນໜຶ່ງໃຫ້ສູນເສຍອົງຄະພິເສດ 790 ຕື່ມອີກ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 31/03/2026