
ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈໍາໄຕມາດ II ປີ 2026
ຂອງບັນດາກົມກອງ 5 ແຂວງ ເຂດໃຈກາງ

ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ ວັນທີ 29 ມີຖຸນາ 2026
ວັນທີ 29 ມີຖຸນາ 2026 ນີ້, ກອງບັນຊາການທະຫານແຂວຫຼວງພະບາງ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກ
ງານຮອບດ້ານ ປະຈຳໄຕມາດ II ປີ 2026 ຂອງບັນດາກົມກອງ 5 ແຂວງ ເຂດໃຈກາງ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນ
ທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ຫົວໜ້າການທະຫານກອງບັນ
ຊາການ ແຂວງຫຼວງພະບາງມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຊຽງຂວາງ, ແຂວງໄຊສົມບູນ, ແຂວງບໍລິຄຳໄຊ,
ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ກອງພົນທີ 1, ກົມໃຫຍ່ສັນຕິບານ, ກົມ 213, ກົມສູ້ຮົບ, ປກສ ແຂວງ, ປກສ ນະຄອນ, ຫ້ອງ
ສັນຕິບານ, ຫ້ອງ 504 ປກສ ແຂວງຫຼວງພະບາງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ ແຕ່ລະກົມກອງໄດ້ຜັດປ່ຽນກັນລາຍງານສະພາບການທີ່ເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ຜົນ
ງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະ
ຊວງປ້ອງກັນປະເທດວາງອອກ ໃນນີ້, ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ເອົາໃຈໃສ່ລົງກໍ່ສ້າງຮາກຖານການເມືອງ -ພັດທະ
ນາຊົນນະບົດຮອບດ້ານ ຕາມທິດນຳຂອງພັກ-ລັດ, ສຸມໃສ່ການສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ, ສູ້ຮົບປ້ອງກັນຕົວ ແລະ ປົກປັກຮັກສາ
ຄວາມເປັນລະບຽບຮຽບຮ້ອຍຢູ່ລຽບຕາມບໍລິເວນຊາຍແດນຂອງແຕ່ລະກົມກອງ ມີຄວາມສະຫງົບປອດໄພ ແລະເປັນລະບຽບຮຽບຮ້ອຍ
ໂດຍພື້ນຖານ. ວຽກງານການປັບປຸງກໍ່ສ້າງກຳລັງ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາສຳຄັນ ສອດຫ້ອຍເຂົ້າ
ໃນທຸກຂົງເຂດວຽກງານ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດຫຼັກໝັ້ນ, ມີສະຕິຕໍ່ການຈັດຕັ້ງ ຕື່ນຕົວປະຕິບັດຕໍ່ແນວທາງນະໂຍບາຍຂອງ
ພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ ຕິດພັນກັບຂະບວນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ
ແໜ້ນ. ພ້ອມນີ້, ຍັງໄດ້ຈັດຕັ້ງອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ, ຮັບປະກັນທາງດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງ
ນາຍ ແລະ ພົນທະຫານ ໃນແຕ່ລະກົມກອງ, ເອົາໃຈໃສ່ຄຸ້ມ ຄອງ, ບົວລະບັດປົກຮັກສາພາຫະນະເຕັກນິກ, ອາວຸດ-ກະສຸນ ສາມາດຮັບປະ
ກັນໃຫ້ແກ່ການອົບຮົມ-ຫັດແອບ ແລະ ສູ້ຮົບມີໄຊ.
ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ເອົາໃຈໃສ່ສຶກສາອົບຮົມການ
ເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ເປັນບັນຫາສໍາຄັນ, ສຸມໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຂອບເຂດຂອງ
ຕົນຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ, ສືບຕໍ່ນຳພາ-ຊີ້ນໍາວຽກງານອົບຮົມ-ຫັດແອບສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານ-ນັກຮົບ
ໃຫ້ມີຄວາມຊຳນິ, ຊຳນານ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍການຫັນປ່ຽນໂດຍສັນຕິຂອງສັດຕູຢ່າງເຂັ້ມງວດ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ
ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ມີຄວາມສາມັກຄີພາຍໃນແໜ້ນແຟ້ນ ພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບ
ໝາຍໃຫ້.
ແຫຼ່ງຂ່າວໂດຍ ລີໂດ ດວງສະຫວັນ
ວັນທີ 30/06/2026