ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ລາຊະອານາຈັກໄທ


ທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ
ຢູ່ລາຊະອານາຈັກໄທ ຄັ້ງວັນທີ 28/04/2026

    ຕາມການເຊື້ອເຊີນຂອງ ກອງທັບໄທ, ທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງ, ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່
ລາຊະອານາຈັກໄທ ຢ່າງເປັນທາງການ ໃນວັນທີ 28 ເມສາ 2026 ນີ້, ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມ
ມື ລະຫວ່າງ ສອງກອງທັບ ລາວ-ໄທ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່.

     ໃນໂອກາດການຢ້ຽມຢາມລາຊະອານາຈັກໄທ, ພິທີຕ້ອນຮັບ ທ່ານ ພົນໂທ ສາຍໃຈ ກົມມະສິດ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້
ຈັດຂຶ້ນ ທີ່ກອງບັນຊາການກອງທັບໄທ, ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ພົນເອກ ອຸ ກຣິດ ບຸນຕານົນ ຜູ້ບັນຊາການ
ທະຫານສູງສຸດ ແຫ່ງ ລາຊະອານາຈັກໄທ. ໃນພິທີ ທ່ານ ພົນໂທ ສາຍໃຈ ກົມມະສິດ ໄດ້ໃຫ້ກຽດກວດແຖວກອງທະຫານກຽດຕິຍົດ
ທີ່ຕັ້ງແຖວຕ້ອນຮັບຢ່າງສົມກຽດ ແລະ ລົງນາມໃນປຶ້ມສະແດງຄວາມຮູ້ສຶກ ເພື່ອຈາລຶກໄວ້ເປັນປະຫວັດສາດແຫ່ງຄວາມສາມັກຄີ.

     ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ ຄະນະຜູ້ແທນການທະທານຂັ້ນສູງ ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນ, ທັງ
ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ
ມີປະສິດທິຜົນ ເປັນຕົ້ນແມ່ນ: ວຽກງານຮັກສາຄວາມສະຫງົບ, ການຮັກສາຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ລາວ
-ໄທ ໄທ-ລາວ, ການແລກປ່ຽນຂໍ້ມູນຂ່າວສານ, ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຕາມບໍລິເວນ
ຊາຍແດນ. ພ້ອມນີ້, ທັງສອງຝ່າຍຍັງໄດ້ຢືນຢັນທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນແບບບ້ານໃກ້ເຮືອນຄຽງທີ່ດີ ບົນພື້ນຖານການ
ເຄົາລົບເອກະລາດ, ອຳນາດອະທິປະໄຕ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອສ້າງຄວາມສົມບູນພູນສຸກໃຫ້ແກ່ປະຊາຊົນສອງຊາດ
ກໍຄືການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 30/04/2026