ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເເຕ່ງຕັ້ງ, ຍົກຍ້າຍໜ້າທີ່
ຢູ່ກອງບັນຊາການທະຫານຊາຍເເດນ ແລະ ໂຮງຮຽນທະຫານຊາຍເເດນ 712


ສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈໍາພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ
ເປັນປະທານກອງປະຊຸມ ຄັ້ງວັນທີ 29/01/2026

    ໃນວັນທີ 29 ມັງກອນ 2026 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ, ໄດ້ມີພິທີ ປະກາດການເເຕ່ງຕັ້ງຮອງຫົວໜ້າ ກອງ
ບັນຊາການທະຫານຊາຍເເດນ, ຫົວໜ້າການເມືອງ ແລະ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍເເດນ 712, ໂດຍການເປັນປະທານ
ຂອງ ສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈໍາພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນ
ຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍເເດນ, ມີບັນດາຄະນະພັກ-ຄະນະບັນຊາກົມ, ກອງ, ພະເເນກການ,
ເເຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ຄຳເອ້ຍ ສຸກເເສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະ
ຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍນາຍທະຫານ ຢູ່ກອງບັນຊາການທະຫານຊາຍແດນ. ກະຊວງປ້ອງກັນປະເທດ ຕົກລົງ ຍົກຍ້າຍ
ສະຫາຍ ພັນໂທ ສັນຕິສຸກ ພຸດທະວົງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານຊາຍແດນ ໄປຮັບໜ້າທີ່ໃໝ່ຢູ່ໂຮງຮຽນທະ
ຫານຊາຍແດນ 712, ຍົກຍ້າຍ ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712 ໄປ
ຮັບໜ້າທີ່ໃໝ່ຢູ່ກອງບັນຊາການທະຫານຊາຍແດນ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາ ກອງບັນຊາການທະຫານຊາຍແດນ
ແລະ ຄະນະບັນຊາໂຮງຮຽນທະຫານຊາຍແດນ 712 ຂຶ້ນກັບກອງບັນຊາການທະຫານຊາຍແດນ. ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະ
ຫາຍ ພັນເອກ ສັກສິດ ພິຈິດ ເປັນຮອງຜູ້ບັນຊາການກອງບັນຊາການ, ທັງເປັນຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານຊາຍເເດນ,
ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ເປັນຮອງຫົວໜ້າກອງບັນຊາການ, ທັງເປັນຫົວໜ້າຫ້ອງ ສືບຂ່າວຊາຍແດນ ກອງບັນຊາການ
ທະຫານຊາຍເເດນ, ສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ເປັນຫົວໜ້າການທະຫານ ໂຮງຮຽນ ແລະ ສະຫາຍ ພັນໂທ ສັນຕິສຸກ ພຸດທະວົງ
ເປັນຫົວໜ້າການເມືອງ ໂຮງຮຽນທະຫານຊາຍແດນ 712. ຈາກນັ້ນ, ສະຫາຍ ພັນເອກ ບຸນຍົງ ພົມມະລາ ຮອງຫົວໜ້າກົມຈັດຕັ້ງພັກ ກົມ
ໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກໍາມະການຄະນະບໍ
ລິຫານງານພັກ ກອງບັນຊາການທະຫານຊາຍແດນ. ຄະນະພັກກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສັກສົມບັດ ແກ້ວ
ສິດທິວົງສາ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງສືບຂ່າວຊາຍແດນ ເປັນກຳມະການຄະນະບໍລິຫານງານພັກ ກອງບັນຊາການທະຫານ
ຊາຍແດນ, ປ່ຽນແທນ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ (ຜູ້ເກົ່າ) ທີ່ຍົກຍ້າຍໄປຮັບໜ້າທີ່ຢູ່ບ່ອນໃໝ່.

     ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ ນໍາ
ພາ-ຊີ້ນຳ ສຶກສາອົບຮົມດ້ານການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ, ເປັນເຈົ້າການປະຕິບັດພາລະກິດປ່ຽນແປງໃໝ່ຂອງພັກ ໃນ
ແຕ່ລະໄລຍະໃຫ້ມີຜົນສຳເລັດຢ່າງຕໍ່ເນື່ອງ, ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມສາມັກຄີ ເປັນເອກະພາບ, ເຮັດວຽກເປັນໝູ່ຄະນະ, ມີ
ຄວາມຮັບຜິດຊອບສູງຕໍ່ວຽກງານວິຊາສະເພາະຂອງຕົນ, ປັບປຸງແບບແຜນວິທີເຮັດວຽກ ແລະ ຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ ພະ
ນັກງານວິຊາການໃຫ້ນັບມື້ສູງຂຶ້ນ ເພື່ອຮັບປະກັນໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ມີຜົນສຳເລັດ.

ແຫຼ່ງຂ່າວໂດຍ ອານຸພອນ ພັນທະວົງ
ວັນທີ 30/01/2026