ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕ້ອນຮັບຄະນະຊ່ຽວຊານ
 
ວິທະຍາຄານພະລາທິການ ກອງທັບປະຊາຊົນຫວຽດນາມ


ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການ ກອງທັບຮັບຄະນະຊ່ຽວຊານ
ວິທະຍາຄານພະລາທິການ ກອງທັບປະຊາຊົນຫວຽດນາມ ​ໃນ​ຄັ້ງວັນທີ 28 ຕຸລາ 2026

     ວັນທີ 28 ຕຸລາ 2026 ນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບສະຫາຍ
ພັນເອກ ປອ ດ່າວຈຸງທົງ ຫົວໜ້າຄະນະຊ່ຽວຊານ ວິທະຍາຄານພະລາທິການ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ເຊິ່ງໄດ້ສໍາເລັດການປະຕິບັດໜ້າ
ທີ່ຢູ່ວິທະຍາຄານພະລາທິການ ກອງທັບປະຊາຊົນລາວ.

     ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາເຮັດວຽກ ຂອງສະຫາຍ ພັນເອກ ປອ
ດ່າວຈຸງທົງ ພ້ອມດ້ວຍຄະນະ ຢູ່ວິທະຍາຄານພະລາທິການ ກອງທັບປະຊາຊົນລາວ ເຊິ່ງຜົນສໍາເລັດໃນການປະຕິບັດໜ້າທີ່ ຂອງຄະນະຊ່ຽວຊານ ໃນຄັ້ງນີ້ ເປັນ
ການປະກອບສ່ວນອັນສໍາຄັນໃຫຍ່ຫຼວງ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ
ສອງກອງທັບ ໃຫ້ນັບມື້ແໜ້ນແຟ້ນ ແລະ ແຕກດອກອອກຜົນຈະເລີນກ້າວໜ້າ ຍິ່ງໆ ຂຶ້ນ.

     ສະຫາຍ ພັນເອກ ປອ ດ່າວຈຸງທົງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ
ເຊິ່ງເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ສະໜິດສະໜົມ ເຫັນໄດ້ຄວາມສາມັກຄີສາຍພົວພັນມິດຕະພາບແບບພິເສດ ຂອງສອງກອງທັບ ພ້ອມທັງ, ລາຍ
ງານຈຸດປະສົງ ຂອງການມາເຮັດວຽກ ຢູ່ວິທະຍາຄານພະລາທິການ ກອງທັບປະຊາຊົນລາວ ໂດຍມີສອງໜ້າທີ່ ທີ່ໄດ້ຮັບການມອບໝາຍຄື: ກໍ່ສ້າງໂຄງການ
ພະລາທິການຂັ້ນຍຸດທະບັ້ນຮົບ ແລະ ຍຸດທະສາດ, ກໍ່ສ້າງໂຄງການຫຼັກສູດ ປະລິນຍາເອກ ພະລາທິການກອງທັບ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 29/10/2026