ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບເຄື່ອນໄຫວຊຸກຍູ້, ວຽກງານກໍ່ສ້າງ
ຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ


    ວັນທີ 28 ຕຸລາ 2025 ນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຄະນະຊີ້ນໍາຈຸດສຸມ
ແລະ ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ໄດ້ຕາງໜ້າກະຊວງປ້ອງກັນປະ
ເທດ ເຄື່ອນໄຫວຊຸກຍູ້, ຕິດຕາມ, ກວດກາ ຄວາມຄືບໜ້າວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ກະຊວງ
ປ້ອງກັນປະເທດ, ເປັນຕົ້ນ ໂຄງການກໍ່ສ້າງ ຫ້ອງການ-ຫໍພັກ ຂອງກອງປະຕິບັດງານ ຄະນະຮັບຜິດຊອບ ພັດທະນາຊົນນະບົດ ກະຊວງປ້ອງ
ກັນປະເທດ, ໂຄງການກໍ່ສ້າງ ລະບົບນໍ້າລິນ ເຂດບ້ານມົກພອດ 3 ແຫ່ງ ຢູ່ຈຸດສຸມມົກສະຫຼະ ເມືອງຮຸນ ແຂວງອຸດົມໄຊ ໂດຍມີຄະນະພັກ-ຄະ
ນະບັນຊາ ກອງບັນຊາການທະຫານແຂວງ, ເມືອງ ພ້ອມດ້ວຍອໍານາດການປົກຄອງ ແລະ ປະຊາຊົນກຸ່ມບ້ານມົກສະຫຼະ ເຂົ້າຮ່ວມ.

     ສະຫາຍ ຄຳຜຸຍ ສີປະເສີດ ເລຂາຄະນະພັກຮາກຖານ ກຸ່ມບ້ານມົກສະຫຼະ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບສະພາບການຊົມໃຊ້ນ້ຳ
ໃນຂອບເຂດກຸ່ມບ້ານມົກສະຫຼະ ນອກນັ້ນ, ຄະນະພັກຮາກຖານກຸ່ມບ້ານ ກໍໄດ້ເອົາໃຈໃສ່ລົງກໍ່ສ້າງຮາກການເມືອງ-ແນວຄິດ ເຮັດໃຫ້ກຸ່ມບ້ານ
ມີຄວາມສະງົບປອດໄພໂດຍພື້ນຖານ. ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນການຈັດຕັ້ງປະ
ຕິບັດໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ບັນດາຄະນະພັກຮາກຖານ ກຸ່ມບ້ານມົກສະຫຼະ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດວຽກງານການເມືອງ-ນໍາ
ພາແນວຄິດ, ຍົກສູງຄວາມຮັບຜິດຊອບຂອງຕົນ ເປັນເຈົ້າການໃນການເຮັດວຽກງານ ເພື່ອແກ້ໄຂບັນຫາຕ່າງໆ ພ້ອມທັງ ສົ່ງເສີມການຜະລິດກະ
ສິກຳ ປູກຝັງ-ລ້ຽງສັດ ເພື່ອພັດທະນາເສດຖະກິດຄອບຄົວ ແລະ ສືບຕໍ່ປັບປຸງ 5 ຂະແໜງການໂຮງຮຽນຂອງບ້ານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມ
ແຂງ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດຂໍ້ກໍານົດ, ກົດລະບຽບ ຂອງທ້ອງຖິ່ນຢ່າງເຂັ້ມງວດ ເພື່ອເຮັດສໍາເລັດໜ້າທີ່ວຽກງານຕາມແຜນແມ່ບົດ
ຈຸດສຸມ ແລະ ຕາມ 4 ເນື້ອໃນ 4 ຄາດໝາຍ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 29/10/2025