
ປະກາດການແຕ່ງຕັ້ງ ປະທານ-ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ
ຄະນະກໍາມະການ ປກຊ-ປກສ ເເຂວງອັດຕະປື

ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ ວັນທີ 25 ມິຖຸນາ 2026
ພິທີ ປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບ (ປກຊ-ປກສ) ແຂວງອັດຕະປື ຈັດຂຶ້ນໃນ ວັນທີ 25 ມິຖຸນາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງສອນ ອິນ
ປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ
ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາພັກເເຂວງ, ປະທານສະພາປະຊາຊົນເເຂວງອັດຕະປື, ມີການນຳຂອງເເຂວງ, ຄະນະ
ພັກ-ຄະນະບັນຊາ ປກຊ-ປກສ ແຂວງ ແລະ ບັນດາພະເເນການອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນພິທີ, ໄດ້ຮັບຟັງການຜ່ານບົດລາຍງານຫຍໍ້ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະ
ຜ່ານມາ. ຈາກນັ້ນ, ສະຫາຍ ພັນເອກ ບົວພັນ ດວງຈຳປາ ຮອງຫົວໜ້າຫ້ອງການ ຄະນະກໍາມະການ ປກຊ-ປກສ ສູນກາງ ໄດ້ຜ່ານມະຕິ
ຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະ
ການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງອັດຕະປື ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ບຸນເຖິງ ດວງສະຫວັນ ເປັນປະທານ, ສະຫາຍ ທະ
ນູໄຊ ບັນຊາລິດ ເປັນຮອງປະທານ, ສະຫາຍ ພັນເອກ ສີສົມໃຈ ມະໂນລາ ເປັນຮອງປະທານ, ທັງເປັນຜູ້ປະຈໍາການ, ສະຫາຍ ພົນຈັດຕະວາ
ສັກສິດ ສີພັນດວງ ເປັນຮອງປະທານ, ສະຫາຍ ນາງ ມີນາພອນ ໄຊສົມພູ, ສະຫາຍ ສຸລິວົງ ອະໄພວົງ, ສະຫາຍ ລິດຄໍາ ໂຮມອິນຕາ, ສະ
ຫາຍ ພັນເອກ ບຸນເຊີຍ ສີປະເສີດ ແລະ ສະຫາຍ ພັນເອກ ເກັດສະໜາ ກົມມະເມືອງ ເປັນກຳມະການ.
ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ກ່າວເນັ້ນວ່າ: ການປະກາດແຕ່ງຕັ້ງຄະນະກຳມະການ ປກຊ - ປກສ ແຂວງອັດ
ຕະປື ຄັ້ງນີ້ ເປັນການຕອບສະໜອງຕໍ່ຄວາມຮຽກຮ້ອງຂອງໜ້າທີ່ວຽກງານໃນໄລຍະໃໝ່ ແລະ ເປັນບາດກ້າວສຳຄັນໃນການເສີມສ້າງຄວາມ
ເຂັ້ມແຂງ ຂອງການນຳພາ-ບັນຊາ ວຽກງານ ປກຊ - ປກສ ຂອງແຂວງ ໃຫ້ມີປະສິດທິພາບ ແລະ ຄຸນນະພາບສູງຂຶ້ນ. ພ້ອມທັງ ໄດ້ຮຽກ
ຮ້ອງໃຫ້ຄະນະກຳມະການ ປກຊ - ປກສ ແລະ ອົງການປົກຄອງແຂວງ ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ພັດທະນາກຳລັງ ປກຊ - ປກສ ໃຫ້
ເຂັ້ມແຂງ, ຍົກລະດັບຄວາມຮູ້ຄວາມສາມາດ ແລະ ສ້າງຄວາມໜັກແໜ້ນທາງດ້ານການເມືອງ ໃຫ້ແກ່ພະນັກງານ-ນັກຮົບ ເພື່ອຮັບປະກັນ
ການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ ພາຍໃນແຂວງອັດຕະປື ໃຫ້ມີ
ຄວາມໝັ້ນຄົງຍິ່ງໆຂຶ້ນ.
ແຫຼ່ງຂ່າວໂດຍ ສຸກສະໄໝ
ວັນທີ 29/06/2026