ກະກຽມຄວາມພ້ອມການຄັດເລືອກ, ຮັບເອົາຄູອາສາເຂົ້າເປັນກຳລັງທະຫານໃໝ່
ກອງປະຊຸມກະກຽມຄວາມພ້ອມໃຫ້ແກ່ການຄັດເລືອກ, ຮັບເອົາຄູອາສາທີ່ສອນຢູ່ເຂດຫາງໄກສອກຫຼີກເຂົ້າເປັນກຳລັງທະຫານໃໝ່, ໄດ້
ຈັດຂຶ້ນໃນວັນທີ 28 ພຶດສະພາ 2025 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ,
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ກົມ, ກອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ເພັດສະຫວ່າງ ຫຼ້າວົງຄໍາ ຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດລາຍງານການກະກຽມ
ຄວາມພ້ອມ, ວິທີການ, ເງື່ອນໄຂ ແລະ ຂັ້ນຕອນຄັດເລືອກຄູອາສາເຂົ້າມາເປັນກຳລັງທະຫານໃໝ່ໃນໂກຕາຈຳນວນ 2.000 ຄົນ, ສຳລັບເງື່ອນ
ໄຂຄູອາສາຜູ້ທີ່ຈະເຂົ້າເປັນກຳລັງປ້ອງກັນຊາດ, ຕ້ອງເປັນຄົນລາວໂດຍກຳເນີດ, ມີໃບປະກາສະນີຍະບັດຮຽນຈົບວິຊາຄູ, ເຄີຍເປັນຄູອາສາມາແລ້ວ
ແລະ ຜ່ານການສິດສອນຕົວຈິ່ງມາກ່ອນ, ມີອາຍຸ18-40ປີ (ຫຼື ອາດບໍ່ກຳນົດ), ມີສຸຂະພາບແຂງແຮງ, ລວງສູງ 148 ຊັງຕີແມັດ ຂຶ້ນໄປ (ຫຼືອາດ
ບໍ່ມີກໍານົດ). ພາຍຫຼັງໄດ້ເຂົ້າສັງກັດຢູ່ໃນກຳລັງແລ້ວ ຈະໄດ້ຮັບນະໂຍບາຍຕ່າງໆຕາມລະບຽບການຂອງກອງທັບ. ຈາກນັ້ນ, ໃນກອງປະຊຸມກໍໄດ້
ພ້ອມກັນປຶກສາຫາລື ແລະ ປະກອບຄໍາຄິດເຫັນ ເພື່ອປັບປຸງແກ້ໄຂຂອດທີ່ຍັງບໍ່ທັນສອດຄ່ອງໃຫ້ເໝາະສົມ ເພື່ອຮັບປະກັນເຮັດໃຫ້ການດໍາເນີນ
ງານໄດ້ຮັບໝາກຜົນອັນຈົບງາມ.
ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໃຫ້ແຕ່ລະພາກສ່ວນ ຍົກສູງຄວາມ
ຮັບຜິດຊອບ, ກະກຽມຄວາມພ້ອມໃນທຸກດ້ານເຄື່ອນໄຫວຕາມພາລະບົດບາດຂອງຕົນ, ເພື່ອຮັບປະກັນໃຫ້ແກ່ການດໍາເນີນງານໃນຄັ້ງນີ້ ໄປ
ຕາມວາລະທີ່ໄດ້ກໍານົດໄວ້ ແລະ ມີຜົນສໍາເລັດຕາມຈຸດປະສົງ.
ແຫຼ່ງຂ່າວໂດຍ ຈິດ
ວັນທີ 29/05/2025