ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ I
ແລະ ວາງທິດທາງແຜນການໄຕມາດ II ປີ 2026


ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານໃນວັນທີ 28 ເມສາ 2026 ນີ້, ກົມໃຫຍ່
ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ I ແລະ ວາງທິດທາງແຜນການ ໄຕມາດ II ປີ 2026, ໂດຍ
ການເປັນປະທານຂອງສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ,
ຫ້ອງການ, ກອງ ແລະ ພະນັກງານຫຼັກແຫຼ່ງ ທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳໄຕ
ມາດ I ຂອງກົມໃຫຍ່ການເມືອງກອງທັບ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານ, ໃນໄລຍະຜ່ານມາກົມໃຫຍ່ການເມືອງກອງທັບ ໄດ້
ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບໃນທົ່ວກອງທັບ ຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ, ຕິດຕາມ-
ຊຸກຍູ້ການຈັດຕັ້ງເປີດອົບຮົມການເມືອງ ປະຈຳປີໄດ້ 16 ຫົວໜ່ວຍກົມກອງ, ຈັດຕັ້ງໂຄສະນາ-ປາຖະກະຖາວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງ
ສາກົນ 138 ຄັ້ງ, ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 3 ຫົວໜ່ວຍກົມກອງ, ຊີ້ນຳວຽກງານຖະແຫຼງຂ່າວວັດທະນະທຳ ແລະ ສື່
ມວນຊົນໃນກອງທັບ ອອກຂ່າວວິທະຍຸກະຈາຍສຽງກອງທັບ 2.016 ຂ່າວ, ອອກອາກາດທາງໂທລະພາບກອງທັບ 334 ຂ່າວ, ຜະລິດ ແລະ ຈຳ
ໜ່າຍໜັງສືພິມລາຍວັນ 35.380 ສະບັບ, ເຟດບຸກໜັງສືພິມກອງທັບ ອອກຂ່າວໄດ້ 1.608 ຂ່າວ ແລະ ບໍລິການອື່ນໆ, ເຄື່ອນໄຫວສະແດງສິລະ
ປະຮັບໃຊ້ງານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ 32 ຄັ້ງ, ຄົ້ນຄວ້າອະນຸມັດແຕ່ງຕັ້ງ-ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ 425 ສະຫາຍ, ປະ
ກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນ ພັນໂທ 2.064 ສະຫາຍ, ຄົ້ນຄວ້າເລື່ອນຊັ້ນ-ທຽບຊັ້ນ-ປະດັບຊັ້ນ ແລະ ປະດັບທຽບຊັ້ນຕາມ
ເງື່ອນໄຂຕົວຈິງ, ຄົ້ນຄວ້າຍົກຂັ້ນເງິນເດືອນ, ພັກບຳນານ, ປິ່ນປົວສຸຂະພາບ ແລະ ອອກອຸດໝູນ; ຄົ້ນຄວ້າການຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງ
ລວມໝູ່ ຫຼຽນໄຊພິລະອາດຫານ ຊັ້ນ II, III ລວມ 520 ໜ່ວຍ, ຫຼຽນກຽດຕິຄຸນກອງທັບ 294 ໜ່ວຍ ແລະ ໃບຍ້ອງຍໍຂັ້ນຕ່າງໆ 488 ໃບ;
ອອກບັດປະກັນສັງຄົມໃຫ້ສະມາຊິກປະກັນສັງຄົມ6.107 ບັດ ແລະ ກວດກາບັນຊີສະມາຊິກປະກັນສັງຄົມກັບກົມກອງ 102 ຄັ້ງ, ຮັບອຸດໜູນ
ອອກທະຫານ ແລະ ເສຍຊີວິດ 583 ສະຫາຍ, ມອບໂອນເງິນປິ່ນປົວສຸຂະພາບປະຈຳງວດ IV ປີ 2025 ໃຫ້ໂຮງໝໍກອງທັບ 27 ແຫ່ງ, ເບີກ
ຈ່າຍເງິນອຸດໜູນປະເພດຕ່າງໆ 415 ເທື່ອ; ຕິດຕາມການບໍລິການປິ່ນປົວຂອງບັນດາໂຮງໝໍຄູ່ສັນຍາ ແລະ ກວດກາການຄຸ້ມຄອງລາຍຮັບ-ລາຍ
ຈ່າຍ ເງິນກອງທຶນປະກັນສັງຄົມກອງທັບ ຖືກຕາມເປົ້າໝາຍ, ເອົາໃຈໃສ່ຄຸ້ມຄອງຊັບສິນ-ທີ່ດິນ, ພາຫະນະ-ເຕັກນິກ, ວັດຖຸອຸປະກອນຮັບໃຊ້
ຕ່າງໆ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະຂອງກົມກອງ ໃຫ້ມີຄວາມປອດໄພ; ກວດກາ-ຕິດຕາມ-ສ້ອມແປງໄຟຟ້າ,
ນ້ຳປະປາ, ເຄື່ອງເຢັນ 289 ຄັ້ງ; ກວດກາການປະຕິບັດແຜນການຈັດຊື້-ຈັດຈ້າງ, ການສ້ອມແປງ ແລະ ວຽກງານຮັບປະກັນຕ່າງໆ ສຳເລັດຕາມ
ແຜນການ, ຕິດຕາມກວດກາສຸຂະພາບຂອງພະນັກງານ-ນັກຮົບ ທົ່ວກົມໃຫຍ່ການເມືອງກອງທັບ 666 ຄັ້ງ. ນອກນັ້ນ, ຍັງໄດ້ປະຕິບັດແຜນການ
ຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ໃນຂົງເຂດວຽກງານພັກ-ວຽກງານການເມືອງ, ໄດ້ຕ້ອນຮັບຄະນະຜູ້ແທນກົມໂຄສະນາອົບຮົມ
ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເດີນທາງມາຢ້ຽມຢາມ ເຮັດວຽກທາງການຢູ່ ສປປ ລາວ, ຕ້ອນຮັບຄະນະຜູ້ແທນຕ່າງປະເທດ
ເຂົ້າຢ້ຽມຂ່ຳນັບຄະນະນຳກົມໃຫຍ່ການເມືອງກອງທັບ 5 ຄະນະ, ຄະນະຊ່ຽວຊານ 2 ຄະນະ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່
26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍໄດ້ຮັບການຈັດຕັ້ງປະຕິບັດມີໝາກຜົນຕົວຈິງ.

     ໃນກອງປະຊຸມ ຄະນະພັກ-ຄະນະບັນຊາບັນດາກົມກອງ ໄດ້ພັດປ່ຽນກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອ
ໃຫ້ມີເນື້ອໃນຄົບຖ້ວນສົມບູນ ພ້ອມທັງໄດ້ຮັບຟັງຄຳເຫັນໂອ້ລົມ ຈາກສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບຕື່ມອີກ.

ແຫຼ່ງຂ່າວໂດຍ ພຸດທະພອນ
ວັນທີ 29/04/2026