
ສະຫຼຸບຕີລາຄາ ການນໍາພາຂອງຄະນະບໍລິຫານງານພັກ
ກົມໃຫຍ່ການເມືອງກອງທັບ ປະຈໍາປີ 2025

ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດເລຂາຄະນະພັກ
ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 27/01/2026
ກອງປະຊຸມສະຫຼຸບຕີລາຄາການນໍາພາ ຂອງຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ປະຈໍາປີ 2025 ແລະ ວາງທິດທາງ
ແຜນການ ປີ 2026, ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະ
ນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະ
ພັກກົມໃຫຍ່ການເມືອງກອງທັບ ແລະ ຜູ້ຕາງໜ້າບັນດາຄະນະພັກຮາກຖານ-ຄະນະໜ່ວຍພັກ ທີ່ຂຶ້ນກັບ ເຂົ້າຮ່ວມ.
ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ການ
ເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາຂອງຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ປະຈຳປີ 2025 ແລະ ວາງທິດທາງ
ແຜນການນໍາພາ ປີ 2026, ຄະນະພັກ ກົມໃຫຍ່ການເມືອງກອງທັບ ໄດ້ເອົາໃຈໃສ່ຊີ້ນໍາຄະນະພັກ-ຄະນະບັນຊາກຳລັງຫຼວງ-ກໍາລັງທ້ອງຖິ່ນ
ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກ, ນັກຮົບ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິ
ຂອງສັດຕູ ເປັນເຈົ້າການປະຈຳການ ຮັບປະກັນເຮັດໃຫ້ຂອບເຂດກົມກອງຕັ້ງທັບ ມີຄວາມສະຫງົບປອດໄພ ແລະ ເຄື່ອນໄຫວເຮັດວຽກງານ
ກໍ່ສ້າງຮາກຖານ ປະສານສົມທົບອໍານາດການປົກຄອງ-ທ້ອງຖິ່ນ ກຳແໜ້ນຮາກຖານການເມືອງ ກຳເປົ້າໝາຍ ສົມທົບແໜ້ນ ລະຫວ່າງ ການ
ພັດທະນາກັບການເຄື່ອນໄຫວໜີບຫັດບາງຈຸດຫຼໍ່ແຫຼມໃນທົ່ວປະເທດ ເອົາໃຈໃສ່ເຮັດວຽກງານ ປກຊ-ປກສ ກໍາແໜ້ນສະພາບຊາຍແດນ ແລະ
ການເຄື່ອນໄຫວບັນດາເປົ້າໝາຍຕ່າງໆ ເຮັດໃຫ້ສະພາບມີຄວາມສະຫງົບ ແລະ ປອດໄພ ຕາມຂອບເຂດຄວາມຮັບຜິດຊອບແຕ່ລະກົມກອງ,
ຈັດຕັ້ງໂຄສະນາ-ປາຖະກະຖາ ແລະ ສະເຫຼີມສະຫຼອງວັນສໍາຄັນຂອງພັກ, ຂອງຊາດ, ຂອງກອງທັບ, ຈັດຕັ້ງເປີດເຝິກອົບຮົມການເມືອງໄລ
ຍະສັ້ນ ຄັ້ງທີ I-II ໃຫ້ພະນັກງານ-ນັກຮົບຂອງ 8 ກົມກອງສື່, ຊີ້ນໍາ-ນໍາພາຄົ້ນຄວ້າປັບປຸງນິຕິກໍາກ່ຽວກັບວຽກງານກໍ່ສ້າງພັກ, ກວດສອບເລ
ຂາ-ຮອງເລຂາຮາກຖານພັກ ແລະ ນິຕິກໍາອົບຮົມວຽກງານຈັດຕັ້ງພັກໃນທົ່ວກອງທັບ, ຈັດຕັ້ງດໍາເນີນເປີດກອງປະຊຸມໃຫຍ່ຜູ້ແທນສະມາຊິກ
ພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບສໍາເລັດຢ່າງຈົບງາມ, ຄົ້ນຄວ້າປະຕິບັດນະໂຍ
ບາຍຕໍ່ພະນັກງານ-ນັກຮົບ ຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ ແລະ ຍ້ອງຍໍຜົນງານໃຫ້ກົມກອງລວມໝູ່ ແລະ ບຸກຄົນ ທີ່ມີຜົນ
ງານດີເດັ່ນລວມ ມີ: ປະເພດຫຼຽນໄຊພິລະອາດຫານ ຊັ້ນ I 28 ໜ່ວຍ, ຊັ້ນ II 170 ໜ່ວຍ, ຊັ້ນ III 884 ໜ່ວຍ, ຫຼຽນກຽດຕິຄຸນກອງທັບ
ປະຊາຊົນລາວ 539 ໜ່ວຍ, ຫຼຽນກາລະນຶກ 70 ປີ 12 ໜ່ວຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 861 ໃບ ແລະ ໃບຍ້ອງຍໍກົມໃຫຍ່ການ
ເມືອງກອງທັບ 827 ໃບ; ຈາກນັ້ນ, ຕາງໜ້າບັນດາຄະນະພັກຮາກຖານ-ຄະນະໜ່ວຍພັກກໍໄດ້ຜັດປ່ຽນກັນລາຍງານຫຍໍ້ກ່ຽວກັບດ້ານດີ ແລະ
ຂໍ້ຄົງຄ້າງ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນ 1 ປີຜ່ານມາ.
ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ໂອ້ລົມຫຼາຍບັນຫາສໍາຄັນ ແລະ ເນັ້ນໜັກໃຫ້ຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີບົດ
ບາດການນໍາພາຂອງພັກຕໍ່ທຸກຂົງເຂດວຽກງານ, ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃນກົມກອງ
ຕົນໃຫ້ເປັນປົກກະຕິ, ປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແນວທາງກົດລະບຽບຂອງພັກ, ສະຫຼຸບຖອດຖອນບົດຮຽນ
ສົ່ງເສີມດ້ານດີແກ້ໄຂຂໍ້ຄົງຄ້າງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ,
ມີການຕຳນິຕິຊົມ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຕ່າງໆ ໃຫ້ທັນເວລາ.
ແຫຼ່ງຂ່າວໂດຍ ອານຸສອນ ສິມວົງສາ
ວັນທີ 29/01/2026