ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຄະນະກົມ, ຫ້ອງການ ແລະ ກອງ
ທີ່ຂຶ້ນກັບອົງການກົມໃຫຍ່ການເມືອງກອງທັບ


ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ພິທີປະກາດການແຕ່ງຕັ້ງຄະນະກົມ, ຫ້ອງການ ແລະ ກອງທີ່ຂຶ້ນກັບອົງການກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 27 ສິງຫາ
2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການ
ເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ບັນດາກົມ, ຫ້ອງການ, ກອງ ແລະ ພະນັກງານທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງ
ປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກົມໃຫຍ່ການເມືອງກອງທັບ ພັກການ ເພື່ອກຽມຮັບບໍານານ ແລະ ຂໍ້ຕົກລົງ ວ່າດ້ວຍ
ການແຕ່ງຕັ້ງຄະນະກົມ, ຫ້ອງການ ແລະ ກອງ ທີ່ຂຶ້ນກັບອົງການກົມໃຫຍ່ການເມືອງກອງທັບ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ: ອະນຸມັດ
ໃຫ້ ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຫົວໜ້າຫ້ອງການກຳມະບານກອງທັບ ພັກການ ເພື່ອກຽມຮັບບໍານານ ແລະ ແຕ່ງຕັ້ງ ພັນເອກ ສຸ
ວັນນີ ດວງປະເສີດ ເປັນຫົວໜ້າຫ້ອງການກຳມະບານກອງທັບ; ສະຫາຍ ພັນໂທ ບົວສະຫວັນ ມະນີລາວົງ ເປັນຮອງຫົວໜ້າກົມປ້ອງກັນພາຍໃນ
ກອງທັບ; ສະຫາຍ ພັນໂທ ສາຍພານິດ ວິລະມານ ເປັນຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ; ສະຫາຍ ພັນໂທ ທານິນ
ບຸນເນົາ ເປັນຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ແລະ ສະຫາຍ ພັນໂທ ສິດທິພອນ ຫຼ້າບຸນມີ ເປັນຮອງຫົວໜ້າກອງບັນນາທິການ ໜັງສືພິມ
ກອງທັບ.

     ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສຳຄັນ ເຊິ່ງບາງຕອນສະຫາຍໄດ້ກ່າວວ່າ: ການ
ປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້, ແມ່ນກົດເກນ ຂອງອົງການຈັດຕັ້ງ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ແມ່ນ
ໜຶ່ງໃນວຽກງານການນຳພາຂອງພັກ, ເປັນເລື່ອງປົກກະຕິຂອງອົງການຈັດຕັ້ງ ໃນທົ່ວສັງຄົມ ໃຫ້ເຂົ້າໃຈວ່າ ນີ້ແມ່ນຄວາມຮຽກຮ້ອງຂອງໜ້າທີ່ວຽກ
ງານ ໂດຍອີງໃສ່ກົດໝາຍນາຍທະຫານ ເມື່ອຮອດອາຍຸກະສຽນ ຕ້ອງປະຕິບັດຕາມນະໂຍບາຍລວມ ຂອງພັກ-ລັດ ທີ່ມີຕໍ່ນາຍທະຫານ ແລະ ແມ່ນ
ຄວາມພາກພູມໃຈ ຂອງນາຍທະຫານ ທີ່ໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ໃນການປະກອບສ່ວນເຂົ້າໃນພະລະກິດປົກປັກຮັກສາ ແລະ ສ້າງ
ສາພັດທະນາປະເທດຊາດ ກໍຄືປະກອບສ່ວນເຂົ້າໃນການພັດທະນາກົມກອງຂອງຕົນ ຕະຫຼອດໄລຍະທີ່ຜ່ານມາ, ສຳລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງສັບ
ຊ້ອນໜ້າທີ່ໃໝ່ ຕ້ອງສືບຕໍ່ປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດສູງ, ຫ້າວຫັນປະຕິບັດບັດໜ້າທີ່ຂອງຕົນ ໃຫ້
ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ ທີ່ໄດ້ມອບໝາຍໜ້າທີ່ໃໝ່ອັນທ້າທາຍ, ໜັກໜ່ວງ ແລະ ໃຫຍ່ຫຼວງກວ່າເກົ່າ ແຕ່ມີກຽດສະຫງ່າ ທີ່ພັກ
-ລັດ ກໍຄືກອງທັບມອບໝາຍໃຫ້. ບັນດາສະຫາຍຕ້ອງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ກ້າເຮັດ, ກ້າຕັດສິນໃຈ ແລະ ຍອມ
ຮັບໃນສິ່ງທີ່ຖືກຕ້ອງ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເປັນຕົ້ນແມ່ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມຮູ້
ຄວາມສາມາດ, ຮູ້ຈໍາແນກມິດ ແລະ ສັດຕູຈະແຈ້ງ, ມີຄວາມສາມັກຄີພາຍໃນ, ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ມີແບບແຜນ
ວິທີເຮັດວຽກ ເພື່ອພ້ອມກັນປັບປຸງອົງການ, ກົມກອງ ຂອງຕົນ ກໍຄືອົງການກົມໃຫຍ່ການເມືອງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ເພັດ ສົມນໍວັນ
ວັນທີ 28/08/2024