ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເຜີຍແຜ່ແຜນການ ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່
ໃຫ້ແກ່ແຕ່ລະອານຸກໍາມະການ ເຂົ້າຊ້ອມຮົບຮ່ວມລາວ-ຈີນ (ໂລ້ກໍາບັງມິດຕະພາບ-2024)

    ໃນວັນທີ 26 ມິຖຸນາ 2024 ນີ້, ໄດ້ເປີດກອງປະຊຸມເຜີຍແຜ່ແຜນການ, ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ໃຫ້ແຕ່ລະອານຸກໍາມະການ
ເຂົ້າຊ້ອມຮົບຮ່ວມ ລາວ-ຈີນ (ໂລ້ກໍາບັງມິດຕະພາບ-2024) ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະ
ການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະຊີ້ນໍາ, ຄະນະຮັບຜິດຊອບ
ຄວບຄຸມຊ້ອມຮົບ, ຄະນະຮັບຜິດຊອບເນື້ອໃນ ແລະ ກອງເສນາທິການ ຄະນະຊີ້ນໍາພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນເຜີຍແຜ່ແຜນການ, ຂໍ້ຕົກລົງ ແລະ
ມອບໝາຍໜ້າທີ່ ໃຫ້ແຕ່ລະອານຸກຳມະການ ເຂົ້າຊ້ອມຮົບຮ່ວມ ລາວ-ຈີນ (ໂລກຳບັງມິດຕະພາບ-2024) ໂດຍຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່
ໃຫຍ່ 26 ແຜນງານ ຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ. ເວົ້າລວມ, ເວົ້າສະເພາະ ແມ່ນການຮັດແໜ້ນມິດຕະພາບ ການພົວ
ພັນຮ່ວມມືດ້ານການທະຫານຂອງສອງກອງທັບ ລະຫວ່າງ ກອງທັບປະຊາຊົນ ລາວ ແລະ ກອງທັບປົດປ່ອຍປະຊາຊົນ ຈີນ ອີງຕາມເນື້ອໃນ ບົດ
ບັນທຶກການປະຊຸມປຶກສາຫາລືແຜນການຊ້ອມຮົບ " (ໂລ້ກໍາບັງມິດຕະພາບ 2024) ໃນໄລຍະເຮັດວຽກຮ່ວມຂອງສອງຄະນະຝ່າຍລາວ ແລະ
ຝ່າຍຈີນ ໄດ້ລົງນາມສອງຝ່າຍ ສະບັບ ຄັ້ງວັນທີ 9 ພຶດສະພາ 2024 ທີ່ນະຄອນກວາງໂຈ ສປ ຈີນ ໂດຍສືບຕໍ່ເພີ່ມທະວີການຜັນຂະຫຍາຍ
ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລາວ-ຈີນ, ຊຸກຍູ້ການຮ່ວມມືຂອງສອງກອງທັບ ລາວ-ຈີນ ໃຫ້ກ້າວສູ່ລວງເລິກ ແລະ ປະກົດຜົນເປັນ
ຈິງ, ຮັບໃຊ້ໃຫ້ແກ່ການສ້າງປະຊາຄົມຄູ່ຮ່ວມຊະຕາກຳລາວ-ຈີນ, ເພີ່ມທະວີການຮ່ວມມືລະຫວ່າງສອງກອງທັບ, ຍົກສູງຄວາມສາມາດໃນການ
ປະສານສົມທົບສູ້ຮົບປ້ອງກັນຮ່ວມກັນຂອງສອງກອງທັບລາວ-ຈີນ, ສ້າງການຊ້ອມຮົບຮ່ວມ " ໂລ້ກຳບັງມິດຕະພາບ " ລາວ-ຈີນ ໃຫ້ກາຍເປັນ
ເຄື່ອງໝາຍສັນຍາລັກທີ່ມີຊື່ສຽງໃນພາກພື້ນ, ຮັບໃຊ້ໃຫ້ແກ່ສະພາບລວມຂອງການພົວພັນ ລະຫວ່າງ ສອງຊາດ, ສອງກອງທັບລາວ-ຈີນ ເພື່ອ
ເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດບັນດາໜ້າວຽກການກະກຽມດ້ານເນື້ອໃນ, ການຈັດຕັ້ງກຳລັງ-ພາຫະນະເຂົ້າຮ່ວມຫັດແອບ, ເຄື່ອງອຸປະກອນ
ການປະກອບ, ວຽກງານຮັບປະກັນສະໜາມຫັດແອບ, ສະຖານທີ່ອື່ນໆ, ພິທີການຈັດຕັ້ງ ແລະ ວຽກງານພົວພັນຕ່າງປະເທດ ປະສານສົມທົບພາຍ
ໃນ ແລະ ເບື້ອງລັດມີຄວາມສະດວກຮັບປະກັນໃຫ້ການຫັດແອບຊ້ອມຮົບຮ່ວມມີຄວາມຮັບປະກັນຮອບດ້ານ, ຈັດຕັ້ງດໍາເນີນມີຜົນສໍາເລັດຈົບງາມ
ແລະ ມີຄວາມປອດໄພ 100% ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ສ້າງແຜນການຈັດຕັ້ງກໍາລັງ-ພາຫະນະ-ອາວຸດ ເຂົ້າຮ່ວມຊ້ອມຮົບ
ຮ່ວມລາວ-ຈີນ, ໃນລະຫັດ (ໂລ້ກຳບັງມິດຕະພາບ-2024) ຈຸດປະສົງເພື່ອຈັດຕັ້ງຜັນຂະຫຍາຍແນວທາງການຮ່ວມມືຕ່າງປະເທດ ເວົ້າລວມ, ເວົ້າ
ສະເພາະແມ່ນເພື່ອການເພີ່ມທະວີການຮ່ວມມືດ້ານວຽກງານຄວາມໝັ້ນຄົງ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືທາງ
ດ້ານການທະຫານ ລະຫວ່າງກອງທັບປະຊາຊົນ ລາວ-ກອງທັບປົດປ່ອຍປະຊາຊົນ ຈີນ ໃຫ້ກາຍເປັນຮູບປະທຳ ແລະ ມີປະສິດທິຜົນ ເປັນການຍົກ
ລະດັບຄວາມຮູ້ຄວາມສາມາດ ໃນການຈັດຕັ້ງ ແລະ ບັນຊາສູ້ຮົບຮ່ວມຂອງສອງກຳລັງປະກອບອາວຸດ ໃນຮູບການເງື່ອນໄຂບຸກຕີເຂດພູຜາປ່າດົງ ນຳ
ໃຊ້ພາຫະນະ-ອາວຸດຍຸດໂທປະກອນ ຕາມການປະກອບຂອງກອງທັບ, ເຂົ້າໃນການເຄື່ອນໄຫວຊ້ອມຮົບຄ້າຍຄືກັບການສູ້ຮົບຕົວຈິງ, ເພື່ອເປັນການ
ອົບຮົມ-ຫັດແອບ ລະດັບສູງສຸດ ໃນກອງທັບ, ການຈັດຕັ້ງສູນຊີ້ນໍາລວມ, ສູນບັນຊາການຮ່ວມ, ກຳລັງຊ້ອມຮົບຕົວຈິງ, ດ້ວຍການປະຕິບັດຫັດແອບ
ຮູບແຖວ ແລະ ຫັດແອບ ລວບລວມຊ້ອມຮົບຍິງລູກປືນແທ້ ເຮັດໃຫ້ກົມກອງມີຄວາມຊໍານິຊໍານານ ສາມາດຈັດຕັ້ງບັນຊາ ແລະ ສູ້ຮົບປະສານສົມ
ທົບ ຂອງສອງກຳລັງປະກອບອາວຸດ ເຂົ້າໃນການດັບສູນເປົ້າໝາຍດ້ວຍລູກປືນແທ້ ທັງເປັນການແລກປ່ຽນຄວາມຮູ້ປະສົບການ, ແບບແຜນວິທີເຮັດ
ວຽກ ຈາກກອງທັບເພື່ອນມິດ, ເພື່ອຖອດຖອນບົດຮຽນ, ຄົ້ນຄວ້າປັບປຸງສາມາດນໍາມາໝູນໃຊ້, ເປັນພື້ນຖານໃນການກໍ່ສ້າງ ແລະ ປັບປຸງກອງທັບ
ເຮົາ ສ້າງໃຫ້ກອງທັບ ກາຍເປັນກອງທັບ ປະຕິວັດ ມີແບບແຜນ ແລະ ທັນສະໄໝ ຕາມທິດນໍາຂອງພັກ ວາງອອກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 28/06/2024