ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 8 ສະໄໝທີ V
ໃນວັນທີ 27 ມີນາ 2025 ນີ້, ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ໄດ້ດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກ ກະ
ຊວງປ້ອງກັນປະເທດ ຄັ້ງທີ 8 ສະໄໝທີ V, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລ
ຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງເລຂາຄະນະພັກກະຊວງ, ຄະນະປະຈໍາພັກກະຊວງ ແລະ ບັນດາຄະນະບໍ
ລິຫານງານພັກ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້ ເປັນກອງປະຊຸມທີ່ສໍາຄັນຫຼາຍ ເຊິ່ງເປັນກອງປະ
ຊຸມປະຈໍາໄຕມາດທໍາອິດ ຂອງປີ 2025, ເປັນກອງປະຊຸມຢູ່ໃນໄລຍະຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະ
ຊວງໃນທ້າຍສະໄໝ, ເປັນປີສຸດທ້າຍ ຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງ ພ້ອມກັນນັ້ນ, ຈະ
ໄດ້ເອກກະພາບກໍານົດທິດທາງການນໍາພາ ໃນໄຕມາດທີ II ປີ 2025. ກອງປະຊຸມໃນຄັ້ງນີ້, ນອກຈາກຈະໄດ້ສະຫຼຸບຕີລາຄາການຊີ້ນໍາໃນໄຕມາດ
I ປີ 2025 ຍັງກໍານົດທິດທາງແຜນວຽກຈຸດສຸມທີ່ຈະຊີ້ນໍາ ແລະ ປະຕິບັດແຜນວຽກໄຕມາດ II ປີ 2025 ລົງເລິກລາຍງານການຫ້າງຫາກະກຽມ
ລະບົບຄວາມພ້ອມ, ການກະກຽມຈັດຕັ້ງ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກກະຊວງ ເພື່ອເປັນພື້ນຖານເປັນບ່ອນອີງໃຫ້
ເເກ່ອະນຸກໍາມະການຕ່າງໆ ສືບຕໍ່ນໍາເອົາຈິດໃຈທິດຊີ້ນໍາ ຂອງກອງປະຊຸມໃນຄັ້ງນີ້ ໄປສືບຕໍ່ຫ້າງຫາກະກຽມເຮັດໃຫ້ການກະກຽມດໍາເນີນກອງປະ
ຊຸມໃຫຍ່ ຄັ້ງທີ VI ທວງທັນຕາມກໍານົດເວລາ, ມີຂະບວນການ ແລະ ມີຄວາມພ້ອມຮອບດ້ານ. ຈາກນັ້ນ, ສະຫາຍ ພົນໂທ ສຈ ປອ ທອງລອຍ
ສີລິວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງນໍາພາ ຂອງຄະນະບໍລິຫານງານ
ພັກກະຊວງປ້ອງກັນປະເທດ ໃນ 3 ເດືອນຜ່ານມາ ແລະ ວາງທິດທາງແຜນການນໍາພາ ໃນ 3 ເດືອນຕໍ່ໜ້າ ປີ 2025 ພາຍໃຕ້ການນໍາພາ-ຊີ້ນໍາ
ຂອງຄະນະບໍລິຫານງານພັກກະຊວງ ກໍຄືຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມ
ຂອງກະຊວງປ້ອງກັນປະເທດ ສາມາດສ້າງໄດ້ຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ສຸມໃສ່ນໍາພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ
ໃຫຍ່ ຄັ້ງທີ V ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ເຂົ້າສູ່ລວງເລິກ ຂອງກົມກອງ-ທ້ອງຖິ່ນ, ຮັບປະກັນຄວາມສະຫງົບປອດໄພ
ໃຫ້ແກ່ວັນບຸນ ແລະ ກອງປະຊຸມທີ່ສໍາຄັນຕ່າງໆ ນັບທັງລະດັບສາກົນ ແລະ ລະດັບຊາດ, ສາມາດເຮັດໃຫ້ສະພາບທົ່ວປະເທດ ມີຄວາມສະຫງົບ
ໂດຍພື້ນຖານ, ສະຖຽນລະພາບດ້ານການເມືອງ ຍັງມີຄວາມໝັ້ນຄົງໜັກແໜ້ນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ການພັດ
ທະນາເສດຖະກິດ-ສັງຄົມ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ, ການປັບປຸງກໍ່
ສ້າງກອງທັບ ໄດ້ມີຫຼາຍດ້ານພົ້ນເດັ່ນຂຶ້ນກວ່າເກົ່າ. ໃນກອງປະຊຸມ ຍັງໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງມີຄວາມຮັບຜິດຊອບສູງໃນການເບິ່ງ
ບັນຫາ, ຕີລາຄາສະພາບການທີ່ຖືກຕ້ອງ, ພາວະວິໄສຂອງບັນດາ ໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຍັງຄົງຄ້າງເພື່ອປັບປຸງແກ້ໄຂ ໂດຍສະເພາະທິດ
ທາງວຽກງານ ຈຸດສຸມໃນໄລຍະ 3 ເດືອນຕໍ່ໜ້າ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 28/03/2025