ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງນຳພາ-ບັນຊາ ຂັ້ນຄະນະອຳນວຍການໂຮງຮຽນ ແລະ ຄະນະຫ້ອງ
ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 1


ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ ໃນຄັ້ງວັນທີ 23/10/2025

    ພິທີປະກາດການແຕ່ງຕັ້ງຄະນະນໍາພາ-ບັນຊາ ຂັ້ນຄະນະອໍານວຍການໂຮງຮຽນ ແລະ ຄະນະຫ້ອງ ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ຈັດ
ຂຶ້ນໃນວັນທີ 23 ຕຸລາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກກະຊວງ, ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ເລຂາຄະນະພັກ, ຫົວໜ້າ
ການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 1, ມີຄະນະພັກ-ຄະນະອຳນວຍການ, ຕາງໜ້າກົມພະນັກງານ, ກົມຈັດຕັ້ງພັກ, ແຂກຖືກເຊີນ ແລະ ພະ
ນັກງານຫຼັກແຫຼ່ງທົ່ວໂຮງຮຽນເຂົ້າຮ່ວມ.

     ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ
ກອງທັບ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 1 ພັກການເພື່ອກຽມ
ຮັບບໍານານ. ກະຊວງປ້ອງກັນປະເທດ ຕົກລົງອະນຸມັດໃຫ້ສະຫາຍ ພັນເອກ ບົວວັນ ພົມມະເພັງ ຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບ
ເລກ 1, ສະຫາຍ ພັນເອກ ບຸນຈັນ ໂສລາວັນ ຮອງຫົວໜ້າການເມືອງໂຮງຮຽນ, ຫົວໜ້າຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບເລກ 1 ພັກການ
ກຽມຮັບບໍານານ ແລະ ແຕ່ງຕັ້ງ ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ເປັນຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບເລກ 1, ສະຫາຍ ພັນໂທ
ບຸນຮຽງ ພິມມະວົງ ເປັນຮອງຫົວໜ້າການເມືອງໂຮງຮຽນ, ທັງເປັນຫົວໜ້າຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບເລກ 1, ສະຫາຍ ພັນໂທ ຖາ
ວອນ ຂຸນບູລົມ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ສົມຈິດ ພູມີພົນ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ສຸກໃຫວ
ພິຈິດ ເປັນຮອງຫົວໜ້າຫ້ອງການໂຮງຮຽນ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ໄມຟອງ ພິມມີໄຊ ເປັນຮອງຫົວໜ້າຫ້ອງເຕັກນິກ. ສະຫາຍ ພັນເອກ
ໄຊຍະສຸກ ແສງປະທິບ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫ່ຍການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຄະນະພັກກະຊວງປ້ອງກັນປະເທດ ວ່າ
ດ້ວຍການແຕ່ງຕັ້ງປ່ຽນແທນກຳມະການຄະນະປະຈຳພັກ ແລະ ປະທານກວດກາພັກ. ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະ
ຫາຍ ພັນເອກ ພົງສຸລິຍາ ເພັງຄູນ ເປັນກໍາມະການຄະນະພັກ, ກຳມະການປະຈຳພັກ, ເປັນຮອງເລຂາຄະນະພັກ ໂຮງຮຽນກໍ່ສ້າງນາຍສິບເລກ 1,
ສະຫາຍ ພັນໂທ ບຸນຮຽງ ພິມມະວົງ ເປັນກຳມະການຄະນະປະຈຳພັກ ທັງເປັນປະທານຄະນະກວດກາພັກ ໂຮງຮຽນກໍ່ສ້າງນາຍສິບເລກ1. ພ້ອມ
ນັ້ນກໍ່ໄດ້ລົງນາມ ມອບ-ຮັບ ໜ້າທີ່ຫົວໜ້າການທະຫານໂຮງຮຽນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.

     ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຕໍ່ ຜູ້ທີ່ກຽມຮັບບຳນານໃນຄັ້ງນີ້ ເຊິ່ງແຕ່ລະສະຫາຍສ້າງໄດ້ຜົນ
ງານຫຼາຍດ້ານ ແລະ ໄດ້ປະກອບສວ່ນອັນສໍາຄັນທາງດ້ານມັນສະໝອງ, ເຫື່ອແຮງ, ສຸມທຸກສະຕິປັນຍາຂອງຕົນເຂົ້າໃນການປະຕິບັດໜ້າທີ່ວຽກ
ງານໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ບັນດາສະຫາຍຜູ້ທີ່ຮັບໜ້າທີໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າ
ທີ່ການເມືອງຂອງຕົນ, ເອົາໃຈໃສ່ໃນການຊີ້ນຳ-ບັນຊາ ກົມກອງຢ່າງຕັ້ງໜ້າ,ປັບປຸງແບບແຜນວິທີເຮັດວຽກໃຫ້ຫັດກຸມ, ມີຄວາມເປັນເອກະພາບ
ເຮັດວຽກເປັນໝູ່ຄະນະແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ຖືເອົາວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດເປັນບັນຫາສຳຄັນ ແລະ ຕິດ
ພັນກັບການກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ຖືກຕາມ 5 ຫຼັກການ 3 ທິດນໍາຂອງພັກ, ສຸມໃສ່ຄຸ້ມຄອງ-ກໍ່ສ້າງນັກຮຽນໃນແຕ່ລະຊຸດ ໃຫ້ໄດ້ຮັບ
ຜົນດີ ແລະ ມີຄຸນນະພາບ.

ແຫຼ່ງຂ່າວໂດຍ ນ້ອຍຈັນໄພ ແກ້ວວັນເຮືອງ
ວັນທີ 27/10/2025