
ກົມໃຫຍ່ເສນາທິການກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ ແລະ
ເຜີຍແຜ່ເອກະສານການເປັນເຈົ້າພາບຈັດກອງປະຊຸມ ປ້ອງກັນປະເທດອາຊຽນ

ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ
ວັນທີ 25 ສິງຫາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນ
ຍຶດອໍານາດທົ່ວປະເທດ ຄົບຮອບ 50 ປີ, ເຜີຍແຜ່ເອກະສານການເປັນເຈົ້າພາບຈັດກອງປະຊຸມ ປ້ອງກັນປະເທດອາຊຽນ ແລະ ສະຫຼຸບຂະບວນ
ການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024, ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2025, ໂດຍການເປັນ
ປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາ
ຄະນະກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ ພ້ອມດ້ວຍພະນັກ ງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຍົກໃຫ້ເຫັນມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ ເຊິ່ງຊາດລາວເປັນ
ຊາດໜຶ່ງ ທີ່ມີປະຫວັດສາດອັນຍາວນານ, ມີມູນເຊື້ອການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຄວາມເປັນເອກະລາດ, ເສລີພາບ, ຄວາມຢູ່ດີ
ກິນດີຂອງຕົນ, ແນວລາວສ້າງຊາດໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 13 ສິງຫາ 1950 ເຊິ່ງເປັນໄລຍະທີ່ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າໄດ້
ເຂົ້າມາຮຸກຮານ, ຄອບຄອງປະເທດລາວ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ຈຶ່ງເກີດມີຂະບວນການຕ່າງໆ ລຸກຮືຂຶ້ນຕໍ່ສູ້
ຢ່າງອົງອາດກ້າຫານ ເພື່ອຍາດເອົາຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດຄືນມາ ແລະ ໄດ້ຫວນຄືນເຖິງມູນເຊື້ອວັນຍຶດອໍານາດ
23 ສິງຫາ ເຊິ່ງເປັນວັນທີ່ປະຊາຊົນບັນດາເຜົ່າ ໄດ້ລຸກຮື້ຂຶ້ນເດີນຂະບວນຕໍ່ສູ້ ເພື່ອຄວາມເປັນເອກະລາດ, ສິດເສລີພາບ ແລະ ດ້ວຍນໍ້າໃຈອັນຮັກ
ຊາດ, ດ້ວຍຄວາມຄຽດແຄ້ນຕໍ່ການຮຸກຮານ ແລະ ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ, ຕໍ່ສູ້ຈົນໄດ້ຮັບໄຊຊະນະ ແລະ ໄດ້ເປັນໄຊຊະນະຄັ້ງ
ປະຫວັດສາດຂອງຊາດລາວ ເຊິ່ງໄດ້ມີຄວາມໝາຍຄວາມສໍາຄັນທີ່ສຸດຕໍ່ປະຊາຊົນລາວ ເພາະວ່າໄດ້ເປັນຂີດໝາຍອັນສໍາຄັນໃນການຕໍ່ສູ້ຍາດເອົາ
ເອກະລາດ ແລະ ອິດສະຫຼະພາບຂອງປະຊາຊົນລາວຄັ້ງທໍາອິດ ທີ່ສາມາດທັບມ້າງແອກປົກຄອງຂອງລັດທິລ່າເມືອງຂຶ້ນຝຣັ່ງ ແລະ ເປັນການ
ເປີດສາກໃຫ້ແກ່ການເຄື່ອນໄຫວປະຕິວັດລາວກ້າວໄປສູ່ໄລຍະໃໝ່. ພ້ອມນີ້, ໃນພິທີ ໄດ້ຮັບຟັງການເຜີຍແຜ່ເອກະສານການເປັນເຈົ້າພາບຈັດ
ກອງປະຊຸມ ປ້ອງກັນປະເທດອາຊຽນ. ຈາກນັ້ນ, ໄດ້ຜ່ານບົດສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024, ມອບ
ທຸງໄຊລາງວັນປະເພດຕ່າງໆ ໃຫ້ບັນດາກົມກອງ ໃນນີ້, ກົມກອງດີເດັ່ນປະເພດ I ຄື: ກອງພັນກໍ່ສ້າງຂົວທາງ 587, ປະເພດ II ມີ 3 ກົມກອງ
ຄື: ກອງພັນ 579, ກອງຮ້ອຍສາງສື່ສານ 202, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ປະເພດ III ມີ 7 ກົມກອງ ຄື: ກອງພັນ 15
ເຄມີ, ກອງພັນນ້ອຍເອກະລາດ 203, ສູນຂໍ້ມູນສື່ສານ 206, ກົມສື່ສານ, ກົມແຜນທີ່, ກົມກົດລັບ ແລະ ກົມຊ່າງແສງ. ພ້ອມນັ້ນ, ຍັງໄດ້ເປີດ
ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2025, ຜ່ານເນື້ອໃນ 7 ຂໍ້ແຂ່ງຂັນ ຂອງກົມໃຫຍ່ເສນາທິການກອງທັບ ແລະ ຜ່ານ
ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາຂະບວນການເນື້ອໃນ 7 ຂໍ້ແຂ່ງຂັນ ແລະ ອະນຸກໍາມະການດ້ານຕ່າງໆ ປະຈໍາປີ 2025 ຕື່ມອີກ.
ແຫຼ່ງຂ່າວໂດຍ ເຂັມພອນ
ວັນທີ 27/08/2024