ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ
ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ 1 ຢູ່ກອງພົນທີ 2
ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ກອງປະຊຸມທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບ
ທີ 1 ຢູ່ກອງພົນທີ 2 ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະ
ການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະ
ບັນຊາກອງພົນ, ໜ່ວຍງານຈາກກະຊວງປ້ອງກັນປະເທດ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄຊຍະສຸກ ແສງປະທິບ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະ
ໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ຢຶດໝັ້ນ
ອຸດົມການສັງຄົມນິຍົມ, ກຳແໜ້ນທິດສະດີມາກ-ເລນິນ, ມີຄຸນສົມບັດ ສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກ
ພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມ ຮູ້ຄວາມສາ
ມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີສຸຂະພາບສົມບູນແຂງແຮງ
ສາມາດປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄໍາເຫັນແນະນໍາຫຼາຍບັນຫາສຳຄັນ ເພື່ອເປັນທິດນຳໃຫ້ແກ່ສະມາຊິກພັກ, ພະນັກ
ງານຫຼັກແຫຼ່ງ ຈົ່ງເລືອກເອົາຜູ້ທີ່ມີຜົນງານດີເດັ່ນ, ມີມາດຖານເງື່ອນໄຂຄົບຖ້ວນ, ເພື່ອເຂົ້າມານຳພາ-ຊີ້ນໍາວຽກງານພັກ, ວຽກງານການເມືອງ
ໃຫ້ເຕີບໃຫຍ່ເຂັ້ມແຂງ, ນຳພາກອງທັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດ
ທາບທາມເອົາບຸກຄະລາກອນທີ່ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານ ພັກກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ສຳເລັດ
ຕາມແຜນການ.
ແຫຼ່ງຂ່າວໂດຍ ສຸວັນໂນ ທະລັງສີ
ວັນທີ 27/05/2025