ປະກາດການແຕ່ງຕັ້ງ ຂັ້ນຮອງອໍານວຍການ, ຄະນະຫ້ອງ ແລະ ຄະນະວິຊາຄູ ຢູ່ ວຕກ
ທ່ານ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ພິທີປະກາດການແຕ່ງຕັ້ງຂັ້ນຮອງອໍານວຍການ, ຄະນະຫ້ອງ ແລະ ຄະນະວິຊາຄູ ຂອງວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ຈັດ
ຂຶ້ນໃນວັນທີ 21 ມີນາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຜູ້ຕາງໜ້າກົມວິຊາສະເພາະທີ່ກ່ຽວຂ້ອງ, ຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ຄະນະວິ
ຊາຄູ, ສູນທົດລອງເຝິກຫັດ, ກອງພັນຄຸ້ມຄອງນັກສຶກສາ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ທົ່ວ ວຕກ ເຂົ້າຮ່ວມ.
ສະຫາຍ ພັນໂທ ວັນທອງ ທໍາມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດ
ໃຫ້ນາຍທະຫານຢູ່ວິທະຍາຄານເຕັກນິກການທະຫານ ພັກການຮັບບໍານານ. ອີງຕາມ ກົດໝາຍ ນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍ
ອາຍຸກະສຽນຮັບບໍານານຂອງນາຍທະຫານ; ອີງຕາມການສະເໜີ ຂອງກົມໃຫຍ່ເຕັກນິກກອງທັບ, ການຄົ້ນຄວ້າຕົກລົງເປັນເອກະພາບຂອງຄະນະ
ພັກກະຊວງປ້ອງກັນປະເທດ ແລະ ການຄົ້ນຄວ້າ, ນໍາສະເໜີຂອງກົມໃຫຍ່ການເມືອງທັບ. ກະຊວງປ້ອງກັນປະເທດ ຕົກລົງອະນຸມັດໃຫ້ ສະຫາຍ
ພັນເອກ ວອນເພັດ ບຸນລີຍົງ ຫົວໜ້າຫ້ອງການ ແລະ ບໍລິຫານ ວິທະຍາຄານເຕັກນິກການທະຫານ ພັກການຮັບບໍານານ. ຜ່ານຂໍ້ຕົກລົງວ່າດ້ວຍ
ການຍົກຍ້າຍນາຍທະຫານ ຢູ່ ວິທະຍາຄານເຕັກນິກການທະຫານໄປຮັບໜ້າທີ່ຢູ່ກົມໃຫຍ່ເຕັກນິກກອງທັບ ໃນນັ້ນ, ກະຊວງປ້ອງກັນປະເທດ ຕົກ
ລົງຍົກຍ້າຍ ສະຫາຍ ພັນເອກ ພູທອນ ຄູນລີວົງ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ວິທະຍາຄານເຕັກນິກການທະຫານ ໄປຮັບໜ້າ
ທີ່ຢູ່ກົມໃຫຍ່ເຕັກນິກກອງທັບ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະອໍານວຍການ, ຄະນະຫ້ອງ ແລະ ຄະນະວິຊາຄູທີ່ຂຶ້ນກັບ ວິທະຍາ
ຄານເຕັກນິກການທະຫານ ໃນນີ້, ກະຊວງປ້ອງກັນປະເທດຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ເປັນຮອງຫົວໜ້າການທະຫານ,
ທັງເປັນຫົວໜ້າຫ້ອງອົບຮົມ, ສະຫາຍ ພັນໂທ ຄຳເຜີຍ ທຳມະນີວົງ ເປັນຮອງຫົວໜ້າການເມືອງ, ທັງເປັນຫົວໜ້າຫ້ອງການເມືອງ, ສະຫາຍ ພັນ
ໂທ ບຸນທະວີ ສີວິໄລ ເປັນຮອງອໍານວຍການ, ຮັບຜິດຊອບວຽກງານເຕັກນິກ ທັງເປັນຫົວໜ້າຫ້ອງເຕັກນິກ, ສະຫາຍ ພັນເອກ ຈັນທອງ ພົມຂັນໄຊ
ເປັນຫົວໜ້າຫ້ອງວິທະຍາສາດ-ປະຫວັດສາດ ການທະຫານ, ສະຫາຍ ພັນເອກ ວຽງເພັດ ສົມມະນີ ເປັນຫົວໜ້າຫ້ອງການ ແລະ ບໍລິຫານ, ສະ
ຫາຍ ພັນໂທ ທົງໄຊ ວົງພູວຽງ ເປັນຮອງຫົວໜ້າຫ້ອງອົບຮົມ, ສະຫາຍ ພັນໂທ ປະສານ ວັດທະນາວົງ ເປັນຫົວໜ້າຄະນະວິຊາຄູພື້ນຖານວິຊາສະ
ເພາະ, ສະຫາຍ ພັນໂທ ວິໄຊ ເທບວົງສາ ເປັນຫົວໜ້າຄະນະວິຊາຄູຍຸດໂທ, ສະຫາຍ ພັນໂທມົນພະຈັນ ເຮືອງຄໍາມີ ເປັນຮອງຫົວໜ້າຄະນະວິຊາຄູ
ພື້ນຖານວິຊາສະເພາະ ແລະສະຫາຍ ພັນໂທ ເອີບຄຳ ສີຄໍາວັນທອງ ເປັນຮອງຫົວໜ້າຄະນະວິຊາຄູວິຊາຄູຍຸດໂທ ວິທະຍາຄານເຕັກນິກການທະຫານ.
ໃນໂອກາດດັ່ງກ່າວ, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຢື້ຢາມຖາມຂ່າວ ເຖິງນາຍ ແລະ ພົນທະຫານ, ນັກຮົບ-ນັກສຶກ
ສາ ຢ່າງອົບອຸ່ນພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະ ທີ່ບັນດາພະນັກງານ-ນັກຮົບທົ່ວວິທະຍາຄານເຕັກນິກການທະຫານ
ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງໃຫ້ຮູ້ວ່າ: ການປະກາດການແຕ່ງຕັ້ງຄັ້ງນີ້ ເພື່ອປະຕິບັດຕາມທິດທາງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງ, ປັບປຸງ
ກົງຈັກການຈັດຕັ້ງ, ສັບຊ້ອນປ່ຽນແທນ ເປັນກົດເກນພາວະວິໄສ ທີ່ຈະຕ້ອງເປັນໄປເພື່ອໃຫ້ສອດຄ່ອງ ແທດເໝາະກັບສະພາບຄວາມເປັນຈິງ ເພື່ອ
ແນໃສ່ຮັບປະກັນເຮັດໃຫ້ກົມກອງ ວຕກ ມີຄວາມເຂັ້ມແຂງຮອບດ້ານ, ມີການນໍາພາ-ບັນຊາ, ຄຸ້ມຄອງວຽກງານໃຫ້ສໍາເລັດ, ຄົບຖ້ວນ, ເປັນລະບົບ.
ຕໍ່ຜູ້ທີ່ໄດ້ຮັບນະໂຍບາຍ ພັກການ ຮັບບໍານານ ແມ່ນອີງຕາມການປະຕິບັດຕາມນະໂຍບາຍ ຂອງພັກ-ລັດ ທີ່ີມີຕໍ່ນາຍ ແລະ ພົນທະຫານ ໃນກອງທັບ
ຢ່າງສົມກຽດ, ສົມເຫດສົມຜົນເມື່ອເຖິງກະສຽນ. ພ້ອມນັ້ນ, ໄດ້ເນັ້ນໜັກ ໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມດ້ວຍພະນັກງານ, ສະມາຊິກພັກທົ່ວ ວຕກ
ຈົ່ງຍົກສູງວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ຍົກສູງຄວາມຮັບຜິດຊອບໃນໜ້າທີ່ອັນມີກຽດທີ່ໄດ້ຮັບມອບໝາຍຢ່າງບຸກບືນ
ຫ້າວຫັນ ແລະ ເຮັດລ້ອນໜ້າທີ່ອັນໜັກໜ່ວງ, ມີການຖອດຖອນບົດຮຽນເປັນແຕ່ລະໄລຍະ ຖືເອົາຄໍາເວົ້າ ຂອງປະທານ ໄກສອນພົມວິຫານ ທີ່ວ່າ:
“ວຽກງານຍິ່ງຫຍຸ້ງຍາກ ຍິ່ງອົດທົນ, ຍິ່ງສັບສົນຍິ່ງທຸ່ນທ່ຽງ” ເປັນແວ່ນແຍງໃນການປະຕິບັດໜ້າທີ່; ຮ່ວມແຮງຮ່ວມໃຈກັນ, ປັບປຸງ, ພັດທະນາກົມ
ກອງເຮັດໃຫ້ສະພາບພາຍໃນມີຄວາມສະຫງົບຮອບດ້ານ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດ, ສິນທໍາປະຕິ
ວັດ, ຮັບປະກັນທາງດ້ານວິຊາສະເພາະ, ເປັນແບບຢ່າງດ້ານຕັ້ງໜ້າໃນການປັບປຸງແບບແຜນວິທີນໍາພາ-ບັນຊາ, ຕ້ານແນວຄິດເອກະຊົນ ພັກພວກເຊື້ອ
ສາຍ, ເຫັນແກ່ຜົນປະໂຫຍດສ່ວນຕົວ; ເສີມຂະຫາຍຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ເປັນປຶກແຜ່ນ ໂດຍຖືເອົາການລົງກໍ່ສ້າງຮາກການ
ເມືອງເພື່ອຮັບປະກັນເຮັດໃຫ້ກົມກອງ-ທ້ອງຖິ່ນອ້ອມຂ້າງມີຄວາມສະຫງົບ, ແຂ່ງຂັນກັນສ້າງຜົນງານ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ໂດຍອີງໃສ່ 5 ຫຼັກການ 3 ທິດນໍາຂອງພັກເປັນໄມ້ຫຼາວັດແທກ, ແກ້ໄຂປະກົດການຫຍໍ້ທໍ້ພາຍໃນໃຫ້ທ່ວງທັນ, ຮີບດ່ວນກໍ່ສ້າງພະນັກງານສືບທອດ
ປ່ຽນແທນໃນແຕ່ລະຂັ້ນ ແລະ ປະຕິບັດຂໍ້ກໍານົດ 7 ລະບອບ 18 ວຽກຂອງກອງທັບ ໄປຄຽງຄູ່ກັບໜ້າທີ່ໃຈກາງຂອງກົມກອງ ກໍຄືການຮຽນ-ການ
ສອນ ເພື່ອເລັ່ງໃສ່ກໍ່ສ້າງນາຍທະຫານ ໃຫ້ມີຄຸນນະພາບ ແລະ ຫັນເຂົ້າສູ່ກອງທັບທີ່ມີແບບແຜນທັນສະໄໝເທືອລະກ້າວ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 27/03/2025