
ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຮັກສາການ
ຮອງຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບຣັດເຊຍ

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ
ການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ພັນເອກ ອີວານ ຕາຣາເຢັບ ຄັ້ງວັນທີ 24/09/2025
ໃນວັນທີ 24 ກັນຍາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ພັນເອກ ອີວານ ຕາຣາເຢັບ ຮັກສາການ ຮອງຜູ້ບັນຊາການທະຫານເຂດຕາເວັນອອກ ກອງ
ທັບຣັດເຊຍ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຮ່ວມຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ທີ່ ກອງທັບປະຊາຊົນລາວເປັນ
ເຈົ້າພາບ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບ
ແລະ ຕີລາຄາສູງ ຕໍ່ ສະຫາຍ ຮັກສາການ ຮອງຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບຣັດເຊຍ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງ
ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນການຮ່ວມມື ລະຫວ່າງສອງຊາດ,
ສອງກອງທັບ ລາວ-ຣັດເຊຍ ທີ່ມີມາແຕ່ດົນນານ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.
ສະຫາຍ ພັນເອກ ອີວານ ຕາຣາເຢັບ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້
ການຕ້ອນຮັບຢ່າງອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງ ລາຍງານການມາຮ່ວມຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”
ທີ່ ກອງທັບປະຊາຊົນລາວ ເປັນເຈົ້າພາບໃນຄັ້ງນີ້ ໃຫ້ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຊາບ ເພື່ອເປັນການຈັດຕັ້ງຜັນຂະ
ຫຍາຍໝາກຜົນແຫ່ງການພົວພັນຮ່ວມມື ຂອງສອງກອງທັບ ໃຫ້ປະກົດຜົນເປັນຈິງ ແລະ ແຕກດອກອອກຜົນ ຈະເລີນງອກງາມຍິ່ງໆຂຶ້ນ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 25/09/2025