
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢ້ຽມຢາມ ແລະ
ເຮັດວຽກຢູ່ ກອງບັນຊາການທະຫານແຂວງສາລະວັນ

ວັນທີ 21 ສິງຫາ 2025 ນີ້, ສະຫາຍພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາ
ທິການກອງທັບ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ ກອງບັນຊາການທະຫານແຂວງສາລະວັນ ໂດຍໃຫ້ການຕ້ອນຮັບ ຂອງ
ສະຫາຍ ພັນເອກ ສຸດໃຈ ແສນຄຳບົວທອນ ຫົວໜ້າການທະຫານ ກອງບັນຊາການທະຫາານແຂວງສາລະວັນ ພ້ອມດ້ວຍຄະນະ, ມີບັນດາ
ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະນັກງານຫຼັກແຫຼ່ງຈາກກອງບັນຊາການທະຫານ 8 ເມືອງ, ກອງພັນ, ໂຮງຮຽນ, ໂຮງໝໍ, ກອງ
ຮ້ອຍເອກະລາດ ເຂົ້າຮ່ວມ.
ສະຫາຍ ພັນເອກ ສຸດໃຈ ແສນຄຳບົວທອນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ຜົນງານແຫ່ງການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ກົມກອງໃນໄລຍະຜ່ານມາເປັນຕົ້ນແມ່ນຈຸດພິເສດ, ທີ່ຕັ້ງ ແລະ ພາລະບົດບາດ, ສິດ-
ໜ້າທີ່ລວມຂອງກົມກອງ ເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ບາງບົດຮຽນທີ່ຖອດຖອນໄດ້ ໂດຍລວມແມ່ນແນໃສ່ເຮັດໃຫ້ສະພາບພາຍ
ໃນແຂວງສາລະວັນ ມີຄວາມສະຫງົບ, ສະພາບຄວາມຮຽບຮ້ອຍຕາມຊາຍແດນ ໄດ້ຮັບການແກ້ໄຂ ເຮັດໃຫ້ປະຊາຊົນມີຄວາມສະດວກໃນ
ການທຳມາຫາກິນ. ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະ
ບັນຊາ ກໍຄືພະນັກງານຂັ້ນນຳພາແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ສຸມທຸກສະຕິປັນຍາເຂົ້າໃນພາລະກິດທີ່ໄດ້ຮັບມອບໝາຍ ມີຄວາມໜັກແໜ້ນທາງ
ດ້ານການເມືອງ-ແນວຄິດ, ມີຄວາມຈົງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ຮັກສາໄດ້ທາງດ້ານຈໍານວນ
ພົນ, ພື້ນຖານວັດຖຸ-ເຕັກນິກ ມີຄວາມຊຳນິຊຳນານດ້ານສິລະປະຍຸດ-ຍຸດທະວິທີ ແລະ ໄດ້ຮັບການພັດທະນາຍົກສູງຂຶ້ນເລື້ອຍໆ, ຍົກລະດັບ
ຄວາມຮູ້ ຄວາມສາມາດ ໃນການປະຕິບັດໜ້າທີ່, ເປັນກຳລັງປະຈັນບານໃນການຕ້ານ, ສະກັດກັ້ນ ແລະ ທັບມ້າງກົນອຸບາຍມ້າງເພທໍາລາຍ
ຂອງອິດທິກຳລັງປໍລະປັກ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ມີວິທະຍາສາດ, ແທດເຖິງຕົວຈິງ ແລະ ໂປ່ງໃສ. ນອກຈາກນັ້ນ, ຍັງໄດ້
ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຕ້ອງມີຄວາມສາມັກຄີເປັນເອກະພາບ, ລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມອບໝາຍ
ຄວາມຮັບຜິດຊອບຢ່າງຈະແຈ້ງ ພ້ອມກັນນັ້ນ ຕ້ອງຕີຖອຍທ່າອ່ຽງ ແລະ ຄວາມພະຍາຍາມສວຍໃຊ້ສິດໜ້າທີ່ແບບບໍ່ຖືກຕ້ອງໃນການສະ
ແຫວງຫາຜົນປະໂຫຍດສ່ວນຕົວ ທີ່ຂັດກັບຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄືກົດໝາຍ ຂອງລັດ, ປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່ພະ
ນັກງານ-ນັກຮົບໃຫ້ສະເໝີຕົ້ນສະເໝີປາຍ, ສືບຕໍ່ໂຄສະນາສຶກສາອົບຮົມທາງດ້ານການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນ
ປົກກະຕິ, ຈັດຕັ້ງລະບົບປະຈໍາການກຽມພ້ອມສູ້ຮົບ 3 ຂັ້ນ, ສືບຕໍ່ອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ, ສ້າງ
ພະນັກງານນໍາພາບັນຊາໃຫ້ມີຄວາມຮູ້ຄວາມສາມາດໄປພ້ອມໆ ກັບການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ, ປະສານສົມທົບ
ກັບກຳລັງປ້ອງກັນຄວາມສະຫງົບທ້ອງຖິ່ນຂັ້ນບ້ານ, ກໍຄືປະຊາຊົນ ເຜີຍແຜ່ທິດທາງແຜນການພັດທະນາປະເທດຊາດຂອງພັກ-ລັດ ຕາມທິດ
ນໍາ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ເວົ້າສະເພາະ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະບໍລິ
ຫານງານພັກ ກອງບັນຊາການທະຫານແຂວງສາລະວັນ ວາງອອກໃຫ້ປະກົດຜົນເປັນຈິງ.
ແຫຼ່ງຂ່າວໂດຍ ສຸກັນ ວົງສະຫວັດ
ວັນທີ 25/08/2024