ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປະກາດເລື່ອນຊັ້ນ, ຊັ້ນຮ້ອຍເອກ ແລະ ຊັ້ນພັນຕີ


    ວັນທີ 21 ມິຖຸນາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ, ຊັ້ນຮ້ອຍເອກ ແລະ ຊັ້ນພັນຕີ, ໂດຍ
ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່
ເສນາທິການກອງທັບ, ມີຜູ້ຕາງໜ້າບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ ແລະ ພະນັກງານທີ່ໄດ້
ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພັນໂທ ພິມ ວິຈິດວົງສາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະ
ເທດ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ ກົມໃຫຍ່ເສນາທິການ, ອິງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ
(ສະບັບປັບປຸງ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ອິງຕາມການຄົ້ນຄວ້າ ແລະ ນໍາ
ສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງ: ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈໍານວນ 137
ສະຫາຍ ແລະ ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈໍານວນ 146 ສະຫາຍ. ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ
ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍ ສ້າງມາໄດ້ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍ ຈົ່ງສືບຕໍ່ເພີ່ມທະວີຄວາມຮັບຜິດຊອບ
ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນ ຖືເອົາວຽກງານ ການເມືອງ-ນໍາພາແນວຄິດ ເປັນຫຼັກຕັ້ງໜ້າຝືກຝົນຫຼໍຫຼອມຕົນເອງດຸໝັ່ນ ຊອກຮູ້ຄົ້ນຄວ້າຮໍ່າ
ຮຽນເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດເປັນແບບຢ່າງນໍາໜ້າ
ໃນທຸກໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍຕັ້ງໜ້າເສີມຂະຫຍາຍປັບປຸງກໍ່ສ້າງກົມກອງ ດ້ວຍສະຕິປັນຍາຫົວຄິດປະດິດສ້າງ ພັດທະນາ ກົມກອງ
ໃຫ້ມີຄວາມເຂັ້ມແຂງຮອບດ້ານ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 25/06/2024