
ມອບ-ຮັບໜ້າທີ່ ຜູ້ຊີ້ນຳວຽກງານການເມືອງ ຂອງກົມໃຫຍ່ເຕັກນິກກອງທັບ

ພິທີ ມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ຜູ້ຊີ້ນຳ
ວຽກງານການເມືອງ (ຜູ້ເກົ່າ) ແລະ ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ
ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ຜູ້ຊີ້ນຳວຽກງານການເມືອງ (ຜູ້ໃໝ່) ໃນວັນທີ 22 ກັນຍາ 2026
ວັນທີ 22 ກັນຍາ 2026 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດພິທີ ມອບ-ຮັບໜ້າທີ່ ຜູ້ຊີ້ນຳວຽກງານການເມືອງ ລະຫວ່າງ ສະຫາຍ ພົນຈັດຕະວາ
ສາຍ ສະໝອນ ໄຊພູບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ຜູ້ຊີ້ນຳວຽກງານການເມືອງ (ຜູ້ເກົ່າ) ແລະ ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ
ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ຜູ້ຊີ້ນຳວຽກງານການເມືອງ (ຜູ້ໃໝ່), ໂດຍການເປັນປະທານ ຂອງ
ສະຫາຍພົນຕີ ຈອມເພັດ ໄຊຍະສຸກ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກກົມໃຫຍ່, ຄະ
ນະກົມ, ຄະນະຫ້ອງ, ພະນັກງານຫຼັກແຫຼ່ງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ໄດ້ຜ່ານບົດສະຫຼຸບຫຍໍ້ ຜ່ານການດຳລົງຕຳແໜ່ງເປັນຜູ້ຊີ້ນຳວຽກງານການເມືອງ ໄດ້ຈັດຕັ້ງປະຕິ
ບັດຕາມພາລະບົດບາດຂອບເຂດສິດ ແລະ ໜ້າທີ່ໃນໄລຍະຜ່ານມາ ໂດຍຕັ້ງໜ້າສຸມເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ ຄວາມສາມາດຂອງຕົນ ປະກອບ
ສ່ວນເຂົ້າໃນໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ວຽກງານການເມືອງຢູ່ອົງການ, ກົມກອງ ທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ມີບາດ
ກ້າວຂະຫຍາຍຕົວ ແລະ ເຮັດສຳເລັດໜ້າທີ່ ພ້ອມທັງສ້າງໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ຊີ້ນໍາພະນັກງານ-ນັກຮົບ ຮ່ວມແຮງຮ່ວມໃຈ ພ້ອມ
ກັນປັບປຸງກໍ່ສ້າງກົມກອງ ແລະ ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງດ້ວຍດີຕະຫຼອດມາ ນັ້ນແມ່ນໝາກຜົນລວມຍອດ
ດ້ານວຽກງານການເມືອງເປັນຫຼັກໃຫ້ແກ່ການຈັດຕັ້ງຂັ້ນເທິງ ກ້າວຂຶ້ນເຮັດສໍາເລັດໜ້າທີ່ລວມ ທີ່ພັກ-ລັດ, ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້.
ຈາກນັ້ນ, ສະຫາຍ ພົນຈັດຕະວາ ຄຳແປງ
ບົວລະບັດ ໄດ້ກ່າວຮັບຕຳແໜ່ງເປັນຜູ້ຊີ້ນຳວຽກງານການເມືອງຢ່າງເປັນທາງການ.
ໂອກາດນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ໄດ້ເນັ້ນໜັກຫຼາຍບັນຫາສຳຄັນ ໂດຍສະເພາະ ຜູ້ຊີ້ນຳວຽກງານການເມືອງ ຜູ້ໃໝ່ ຕ້ອງໄດ້ເອົາໃຈ
ໃສ່ໃນການເປັນເຈົ້າການ ແລະ ເປັນແບບຢ່າງໃນການນຳພາ ກຳແໜ້ນສະພາບການວຽກງານຮອບດ້ານ, ເອົາໃຈໃສ່ຄົ້ນຄວ້າ ແລະ ກຳນົດບັນດາວຽກ
ງານທີ່ຕ້ອງປະຕິບັດ, ເຮັດວຽກຕ້ອງມີຈຸດສຸມແບ່ງປັນມອບໝາຍໜ້າທີ່ຢ່າງລະອຽດຈະແຈ້ງ ຕິດພັນແໜ້ນກັບຫຼັກການລວມສູນປະຊາທິປະໄຕ, ມີ
ຄວາມສາມັກຄີໃນໝູ່ຄະນະໃຫ້ແໜ້ນແຟ້ນ, ພ້ອມລົງເລິກໃກ້ຊິດຕິດແທດກັບບັນດາຂະບວນການຕ່າງໆ ຢູ່ໃນອົງການ, ກົມກອງ ທີ່ຂຶ້ນກັບກົມໃຫຍ່
ເຕັກນິກກອງທັບ, ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນທາງດ້ານທິດສະດີການເມືອງ, ການທະຫານ ແລະ ວິຊາສະເພາະ ເພື່ອຍົກລະດັບຄວາມສາມາດ
ໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ, ແນໃສ່ເຮັດສຳເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ແຫຼ່ງຂ່າວໂດຍ ຄຳສອນ ພົມໄຊຍາ
ວັນທີ 24/09/2026